ບໍລິສັດ ເອໄອດີຊີ ໂລຈິສຕິກ ເປີດບໍລະການຂົນສົ່ງ ພາກໃຕ້ ແຂວງຄຳມ່ວນ ແລະ ສະຫວັນນະເຂດ

621

ບໍລິສັດເອໄອດີຊີ ໂລຈິສຕິກ ຈໍາກັດຜູ້ດຽວ ເປີດໃຫ້ບໍລິການຂົນສົ່ງຢູ່ 2 ແຂວງ ຄື: ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ ໂດຍພິທີເປີດໃຫ້ບໍລິການ ແຂວງຄໍາມ່ວນຈັດຂຶ້ນວັນທີ 2 ຕຸລາ 2021 ທີ່ບໍລິສັດດັ່ງກ່າວ ຕັ້ງຢູ່ທາງເຂົ້າຂົວມິດຕະພາບ 3 (ຄໍາມ່ວນ-ນະຄອນພະນົມ) ເມືອງທ່າແຂກ ແຂວງຄໍາມ່ວນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍແຂກຮັບເຊີນຫຼາຍພາກສ່ວນ.

ພິທີເປີດການບໍລິການຂົນສົ່ງຢູ່ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 3 ຕຸລາ 2021 ທີ່ບໍລິເວນເດີ່ນຂອງຫ້ອງການກອງຄຸ້ມຄອງພາສີ VI ສະຫວັນນະເຂດ, ນະຄອນໄກສອນພົມວິຫານ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍບັນດາຄະນະປະຈຳພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການຕ່າງໆ ອ້ອມຂ້າງແຂວງ ແລະນັກທຸລະກິດພາຍໃນແຂວງຈຳນວນໜຶ່ງເຂົ້າຮ່ວມ.

อาจเป็นรูปภาพของ 1 คน, กำลังยืน และ ข้อความ

ທ່ານ ພຶດສະພາ ພູມມະສັກ ຜູ້ອຳນວຍການບໍລິສັດ ເອໄອດີຊີ ໂລຈິສຕິກ (AIDC Logistics) ຈຳກັດ ຜູ້ດຽວ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດ ເອໄອດີຊີ ໂລຈິສຕິກ ຈຳກັດຜູ້ດຽວ ສືບເນື່ອງມາຈາກ (ບໍລິສັດເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງ ຈໍາກັດຜູ້ດຽວ) ຜ່ານມາບໍລິສັດມີຜົນງານກໍ່ສ້າງຢູ່ຫຼາຍແຫຼ່ງ ໃນທົ່ວປະເທດຂອງປະເທດລາວ. ດັ່ງນັ້ນ ບໍລິສັດໄດ້ເລັງເຫັນໂອກາດທາງທຸລະກິດໃນການຂົນສົ່ງ ໂດຍສະເພາະ ດ້ານຄົມມະນາຄົມ ໂດຍເຊື່ອມຕໍ່ກັບໂຄງການທີ່ລັດຖະບານ ໄດ້ຕັດສິນໃຈລົງທຶນ ເຊື່ອມຕໍ່ກັບໂຄງການທາງລົດໄຟລາວ-ຈີນ (ລົດໄຟຄວາມໄວສູງ). ສະນັ້ນ ເຫັນໄດ້ວ່າຖ້າປະເທດລາວມີທ່າແຮງທາງດ້ານການຜະລິດສິນຄ້າ, ເປັນບ່ອນເຊື່ອມໂຍງສິນຄ້າຈາກປະເທດເພື່ອນບ້ານ ສົ່ງໄປປະເທດອ້ອມຂ້າງ ແລະ ເອົາສິນຄ້າຈາກປະເທດອ້ອມຂ້າງໄປສູ່ ສປ ຈີນ.

อาจเป็นรูปภาพของ 1 คน และ กำลังยืน

ບໍລິສັດ ເອໄດຊີ ໂລຈິສຕິກ ຈຳກັດຜູ້ດຽວ ໄດ້ເລີ່ມເຄື່ອນໄຫວ ຕັ້ງແຕ່ເດືອນມີນາ ປີ 2021, ໂດຍເລີ່ມຕົ້ນທີ່ແຂວງຈໍາປາສັກ ແລະ ແຂວງບໍລິຄໍາໄຊ, ຈາກການສຶກສາເບື້ອງຕົ້ນ ບໍລິສັດເຫັນໄດ້ວ່າແຂວງສະຫວັນນະເຂດ ເປັນແຂວງທີ່ມີທ່າແຮງ, ມີລານຄ່ຽນຖ່າຍສິນຄ້າ ເຊິ່ງມີລານຄ່ຽນຖ່າຍ ICD ແລະ ລານຄ່ຽນຖ່າຍທ່າບົກ ທີ່ມີການຂົນສົ່ງສິນຄ້າສະເລ່ຍ 200-500 ຄັນຕໍ່ມື້. ນອກຈາກນີ້ ຍັງເປັນທາງເຊື່ອມຈອດກັບປະເທດອ້ອມຂ້າງເປັນຕົ້ນແມ່ນ ປະເທດໄທ ແລະຫວຽດນາມ ໂດຍມີດ່ານຊາຍແດນຄື: ດ່ານຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 ເຊິ່ງຂົນສົ່ງສິນຄ້າ: ນໍ້າຕານ, ໄມ້ວິກ, ໝາກໄມ້, ງົວ, ແບ້ ແລະ ອື່ນໆ, ດ່ານຊາຍແດນ ລາວ-ຫວຽດນາມ ແດນສະຫວັນ-ລາວບາວ ເຊິ່ງຂົນສົ່ງສິນຄ້າ: ນໍ້າຕານ, ເຄື່ອງນຸ່ງຫົ່ມ, ເຄື່ອງເອເລັກໂທນິກ ແລະ ອື່ນໆ ແລະ ຍັງເປັນຈຸດທີ່ສໍາຄັນໃນຂໍ້ຕໍ່ຍອດໄປສູ່ສະຖານນີລົດໄຟລາວຈີນ. ດັ່ງນັ້ນບໍລິສັດ ເອໄອດີຊີ ໂລຈິສຕິກ ຈຶ່ງໄດ້ຕັດສິນໃຈ ຂະຫຍາຍທຸລະກິດຢູ່ແຂວງສະຫວັນນະເຂດເພີ່ມຕື່ມ, ໃນນີ້ໄດ້ນໍາເອົາລົດຈໍານວນ 120 ຄັນກຽມບໍລິການໂດຍມີ: ລົດ Trailer ຫາງລາກ 70 ຄັນ, ລົດພວງແມ່ລູກຈໍານວນ 40 ຄັນ, ລົດດາມ 10 ຄັນ, ລົດທຸກຄັນແມ່ນສາມາດຕິດຕາມໄດ້ໂດຍນຳໃຊ້ລະບົບ GPS ແລະ ຈະກ້າວເຂົ້າສູ່ລະບົບ TMS.

อาจเป็นรูปภาพของ 2 คน, ผู้คนกำลังยืน และ กลางแจ้ง

ຈຸດເດັ່ນອັນສຳຄັນແມ່ນ ເປັນບໍລິສັດຂອງລາວ 100% ບໍລິສັດມີຄວາມໝັ້ນຄົງທາງດ້ານການເງິນ ຈິ່ງພ້ອມລົງທຶນເພື່ອຕອບສະໜອງຄວາມຕ້ອງການ ທາງທຸລະກິດທີ່ເພີ່ມຂຶ້ນ ແລະ ແຜນການຕໍ່ໜ້າໃນປີ 2022 ກໍມີແຜນຈັດຊື້ພາຫະນະເພີ່ມຕື່ມໃຫ້ຄົບ 300 ຄັນ ແລະ ວາງເປົ້າຫມາຍໃນປີ 2023 ທີ່ 500 ຄັນ, ປີ 2024 ແມ່ນ 600 ຄັນ.

ທ່ານ ພຶດສະພາ ພູມມະສັກ ໄດ້ກ່າວຕື່ມວ່າ: ໃນຕໍ່ຫນ້າບໍລິສັດມີແຜນຈະຂະຫຍາຍການຂົນສົ່ງຕື່ມອີກຄື: ຂະຫຍາຍການຂົນສົ່ງພາຍໃນປະເທດໄປສູ່ການຂົນສົ່ງຂ້າມແດນ (Cross Border) ທີ່ເປັນທຸລະກິດກ່ຽວກັບການນໍາເຂົ້າ ແລະ ສົ່ງອອກ, ຈະມີການລົງທຶນສ້າງບ່ອນພັກຕູ້ຄອນເທນເນີ ທັງແບບແຫ້ງ ແລະ ແບບໃຫ້ ຄວາມເຢັນ ທັງພາຍໃນ ແລະ ຕ່າງປະເທດ, ໃນອະນາຄົດຈະເປັນສູນກາງການຂົນສົ່ງຄົບວົງຈອນ (Logistics Hup) ໂດຍການລົງທຶນເຮັດສາງກະຈາຍສິນຄ້າທັງພາຍໃນ ແລະ ຕ່າງປະເທດ ເພື່ອຕອບສະໜອງ ຄວາມຕ້ອງການທາງທຸລະກິດ ລູກຄ້າທີ່ຕ້ອງການຄວາມວ່ອງໄວ ແລະ ປອດໄພ, ສ້າງສູນເກັບສິນຄ້າ ຫຼື ບ່ອນຄ່ຽນຖ່າຍສິນຄ້າເພີ່ມຕື່ມສໍາລັບສິນຄ້າອື່ນໆ ທີ່ ICD ຫຼື Dry port ທີ່ມີຢູ່ແລ້ວ ບໍ່ສາມາດບໍລິການໄດ້ເປັນຕົ້ນແມ່ນ ສິນຄ້າກະສິກໍາທີ່ຕ້ອງການບ່ອນຄ່ຽນຖ່າຍການຕັກຂຶ້ນ-ລົງ ຫຼື ເປັນບ່ອນທີ່ຮັບຊື້ ສິນຄ້າຕັ້ງແຕ່ຕົ້ນທາງຫາປາຍທາງ.

อาจเป็นรูปภาพของ กลางแจ้ง

ໃນໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ກໍໄດ້ກ່າວສະແດງຄວາມຍິນດີນຳ ບໍລິສັດ ເອໄອດີຊີ ໂລຈິສຕິກ ຈຳກັດຜູ້ດຽວ ທີ່ໄດ້ມາເປີດການບໍລິການຂົນສົ່ງຢູ່ແຂວງສະຫວັນນະເຂດ ເຊິ່ງຈະເຮັດໃຫ້ການບໍລິການຂົນສົ່ງ ມີຄວາມສະດວກ, ວ່ອງໄວ ຈະເປັນການປະກອບສ່ວນທີ່ສຳຄັນ ໃນການສ້າງເງື່ອນໄຂອຳນວຍຄວາມສະດວກດ້ານການຈໍລະຈອນສິນຄ້າ ແລະ ການຂົນສົ່ງໃນພາກພື້ນ ໃຫ້ຂະຫຍາຍຕົວກວ້າງຂວາງຍິ່ງຂຶ້ນ, ພ້ອມທັງເປັນການປະກອບສ່ວນອັນສຳຄັນຢ່າງຍິ່ງເຂົ້າໃນການຊຸກຍູ້, ສົ່ງເສີມ, ການລົງທຶນ, ການທ່ອງທ່ຽວ ອັນເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ມີປະສິດທິພາບຂຶ້ນກວ່າເກົ່າ. ອີກຢ່າງ ແຂວງສະຫວັນນະເຂດ ເປັນແຂວງທີ່ມີທີ່ຕັ້ງຍຸດທະສາດ ຢູ່ໃນຈຸດໃຈກາງເສັ້ນທາງແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ, ເຊື່ອມໂຍງອະນຸພາກພື້ນ, ໂດຍສະເພາະແມ່ນ ເຊື່ອມໂຍງລະຫວ່າງ ລາວ, ຫວຽດນາມ, ໄທ ແລະ ມຽນມາ ເຮັດໃຫ້ທະເລຈີນໃຕ້ ແລະ ທະເລອັນດາມັນ ຕິດຈອດກັນ.