ບຸກລະລິກແບບໃດ ທີ່ເໝາະກັບການຮຽນ ການໂຮງແຮມ ແລະ ການທ່ອງທ່ຽວ

405

ໃນປັດຈຸບັນນີ້ທຸກຄົນລ້ວນແຕ່ມີບຸກຄະລິກກະພາບທີ່ແຕກຕ່າງກັນ ແລະ ແຕ່ລະຄົນກໍມີບຸກຄະລິກກະພາບການຮຽນ ຫຼື ການເຮັດວຽກຫຼາຍຮູບແບບຕ່າງກັນອອກໄປ. ຖ້າໃຜກໍາລັງຫຼົງໄຫຼໃນການເດີນທາງ, ມັກທ່ອງທ່ຽວໄປຍັງສະຖານທີ່ແປກໃໝ່, ສົນໃຈເຮັດວຽກກັບຜູ້ຄົນທີ່ຫຼາກຫຼາຍ ສາຂາການໂຮງແຮມ ແລະ ການທ່ອງທ່ຽວ ກໍເປັນອີກສາຂາທີ່ເໝາະກັບນ້ອງໆ ເພາະສະນັ້ນ, ເຮົາມາເບິ່ງກັນດີກວ່າວ່າບຸກຄະລິກຂອງຄົນປະເພດໃດຈຶ່ງຈະເໝາະກັບການຮຽນ ແລະ ການເຮັດວຽກໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ.

1. ຮັກໃນວຽກບໍລິການ ແລະ ມະນຸດສຳພັນດີ.

ເພາະວ່າການເຮັດວຽກໃນດ້ານນີ້ບໍ່ວ່າຈະເປັນການທ່ອງທ່ຽວ ຫຼື ການໂຮງແຮມ ນ້ອງໆຕ້ອງໄດ້ພົບປະກັບຜູ້ຄົນຫຼາກຫຼາຍ ການທີ່ເຮົາເປັນຄົນມີມະນຸດສຳພັນດີ ສາມາດເຂົ້າກັບທຸກຄົນໄດ້ ມັນຈະຊ່ວຍໃຫ້ການເຮັດວຽກຂອງເຮົາລາບລື່ນ ແລະ ເປັນທີ່ໜ້າປະທັບໃຈຍິ່ງຂຶ້ນໄປອີກ.

2. ມີຄວາມຄິດເປີດກວ້າງ, ກະຕືລືລົ້ນ, ພ້ອມຮຽນຮູ້ສິ່ງໃໝ່ໆ.

ແນ່ນອນວ່າ ພື້ນຖານດ້ານນິດໄສທັດສະນະຄະຕິເປີດກວ້າງ, ພ້ອມຮຽນຮູ້ສິ່ງໃໝ່ໆ, ມີຄວາມສົນໃຈໃນວັດທະນະທຳທີ່ແຕກຕ່າງ ເປັນທັກສະທີ່ຈຳເປັນຢ່າງຍິ່ງໃນການຮຽນ ແລະ ການເຮັດວຽກທາງດ້ານບໍລິການທີ່ຕ້ອງພົບປະຜູ້ຄົນ ແລະ ວັດທະນະທຳໃໝ່ໆຢູ່ຕະຫຼອດເວລາເຊັ່ນ: ການທ່ອງທ່ຽວ ແລະ ການໂຮງແຮມ.

3. ມີຄວາມມັກ ແລະ ສົນໃຈດ້ານພາສາ.

ນ້ອງໆອາດຈະບໍ່ຈຳເປັນຕ້ອງເກັ່ງພາສາຫຼາຍກໍໄດ້ ພຽງແຕ່ມີພື້ນຖານຄວາມສົນໃຈ ແລະ ພ້ອມທີ່ຈະຮຽນຮູ້ ນ້ອງໆກໍສາມາດນຳເອົາທັກສະນີ້ມາພັດທະນາຕົນເອງໄດ້ເມື່ອເຂົ້າຮຽນນັ້ນເອງ.

4. ລະອຽດ, ຮອບຄອບ ແລະ ມີຄວາມອົດທົນສູງ.

ການຮຽນ ແລະ ການເຮັດວຽກໃນສາຍການບໍລິການ ຂາດບໍ່ໄດ້ເລີຍຄື: ຄວາມອົດທົນ ແລະ ຄວາມລະອຽດຮອບຄອບ ເຊິ່ງຖືເປັນໜຶ່ງຫົວໃຈຫຼັກສຳຄັນໃນວຽກນີ້ ເພາະນ້ອງຈະຕ້ອງໄດ້ພົບກັບຜູ້ຄົນຫຼາກຫຼາຍຮູບແບບ, ມາກໜ້າຫຼາຍຕາ ກໍຈະເຮັດໃຫ້ນ້ອງເຮັດວຽກໄດ້ຢ່າງລາບລື່ນ, ບໍ່ວ່າຈະເຮັດວຽກບໍລິການຢູ່ເທິງເຮືອບິນ, ເຮັດວຽກຢູ່ຮ້ານອາຫານ, ພັດຕະຄານ, ໂຮງແຮມ ກໍລ້ວນຕ້ອງອາໄສ ຄວາມລະອຽດຮອບຄອບ ແລະ ຄວາມອົດທົນເປັນສິ່ງສຳຄັນ.

ພ້ອມແລ້ວບໍ່ທີ່ຈະຕັດສິນໃຈຮຽນໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມຕອນນີ້ ເພາະເມື່ອມີການເປີດປະເທດອີກຄັ້ງບັນດາພາກສ່ວນທຸລະກິດຕ່າງໆ ແລະ ບໍລິສັດຕ່າງໆຈະຕ້ອງການບຸກຄະລາກອນຢ່າງຫຼວງຫຼາຍ. ຖ້າຫາກນ້ອງໆຄົນໃດມີຄວາມສົນໃຈການຮຽນໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ ທ່ານສາມາດເຂົ້າໄປໄດ້ທີ່ Facebook Page: “ເຈົ້າພາບທີ່ດີ ເປັນໜ້າທີ່ຂອງເຮົາ” ຫຼື www.thlaos.edu.la ເຊິ່ງຮວບຮວມບັນດາຂໍ້ມູນ – ຂ່າວສານກ່ຽວກັບການຮຽນ ແລະ ການເຮັດວຽກໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມໃນລະດັບອາຊີວະສຶກສາຢູ່ຂອບເຂດທົ່ວປະເທດ.