ສປປ ເກົາຫຼີ ແລະ ສ ເກົາຫຼີ ກັບມາເປີດຊ່ອງທາງການສື່ສານລະຫວ່າງກັນອີກຄັ້ງ

376

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ສ​ປ​ປ ເກົາຫຼີ ແລະ ສາ​ທາ​ລະ​ນະ​ລັດ​ເກົາຫຼີ ໄດ້​ເປີດ​ຊ່ອງ​ທາງ​ການ​ສື່​ສານ​ຂ້າມ​ແດນ ເຊິ່ງ​ກັນ ແລະ ກັນ​ແລ້ວ ໃນ​ວັນ​ທີ 4 ຕຸ​ລາ​ 2021 ໂດຍ​ສຳ​ນັກ​ຂ່າວ KCNA ຂອງ ສ​ປ​ປ ເກົ​າຫຼີ ລາຍ​ງານ​ວ່າ ສ​ປ​ປ ເກົາຫຼີ ໄດ້​ເລີ່ມ​ກັບ​ມາ​ຕິດ​ຕໍ່​ສື່​ສານ​ກັບ ສາ​ທາ​ລະ​ນະ​ລັດ​ເກົາຫຼີ​ແຕ່​ເວ​ລາ 9:00 ໂມງ ໃນ​ວັນ​ທີ 4 ຕຸ​ລາ 2021.

ລາຍ​ງານ​ລະ​ບຸ​ວ່າ: ຊ່ອງ​ທາງ​ການ​ສື່​ສານ​ໄດ້​ເປີດ​ໃຊ້​ງານ​ອີກ​ຄັ້ງ​ເມື່ອ​ເດືອນ​ກໍ​ລະ​ກົດ​ຜ່ານ​ມາ ແຕ່ ສ​ປ​ປ ເກົາຫຼີ ໄດ້​ຢຸດ​ຕິ​ການ​ຕິດຕໍ່​ສື​ສານ​ກັບ ສ ເກົາຫຼີ ເນື່ອງ​ຈາກ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ແລະ ສ ເກົາຫຼີ ໄດ້​ຊ້ອມ​ຮົບ​ຮ່ວມ​ກັນ​ໃນ​ເດືອນ​ສິງ​ຫາ​ຜ່ານ​ມາ ເຖິງ​ແມ່ນ​ວ່າ ຖືກ​ຂັດ​ຄ້ານ​ຈາກ ສ​ປ​ປ ເກົາຫຼີ​ກໍ​ຕາມ.

KCNA ຍັງ​ລາຍ​ງານວ່າ: ທ່ານ ກິມ ຈອງ​ ອຶນ ຜູ້​ນຳ​ສູງ​ສຸດ​ຂອງ ສ​ປ​ປ ເກົາຫຼີ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ ໂດຍ​ລະ​ບຸ​ວ່າ ປະ​ຊາ​ຊົນ ສ​ປ​ປ ເກົາຫຼີ ຕ້ອງ​ການ​ຟື້ນ​ຟູ​ສາຍ​ພົວ​ພັນ​ທີ່​ດີ ກັບ ສ ເກົາຫຼີ ແລະ ຕ້ອງ​ການ​ເຫັນ​ແຫຼມ​ເກົາຫຼີ ມີ​ສັນ​ຕິ​ພາບ.

ທັງ​ນີ້ ເມື່ອ​ປີ 2020 ສ​ປ​ປ ເກົາຫຼີ ໄດ້​ທຳ​ລາຍ​ສຳ​ນັກ​ງານ​ປະ​ສານ​ງານ​ລ​ະ​ຫວ່າງ​ສອງ​ປະ​ເທດ ໂດຍ ສ​ປ​ປ ເກົາຫຼີ​ໄດ້​ຕັດ​ການ​ຕິດ​ຕໍ່​ສື່​ສານ​ທຸກ​ຊ່ອງ​ທາງ​ກັບ ສ ເກົາຫຼີ ເພື່ອ​ເປັນ​ການ​ຕອບ​ໂຕ້​ທີ່ ສ ເກົາຫຼີ​ບໍ່​ສາ​ມາດ​ຫ້າມ​ນັກ​ເຄື່ອນ​ໄຫວ ແລະ ຜູ້​ລີ້​ໄພ​ຈາກ ສ​ປ​ປ ເກົາຫຼີ​ໃຫ້​ຢຸດ​ຕິ​ການ​ຫວ່ານ​ໃບ​ປິວ​ຕໍ່​ຕ້ານ​ ສ​ປ​ປ ເກົາຫຼີ.