‘’ຢາກກ້າວຜ່ານຄວາມຢ້ານກົວ ເພື່ອພັດທະນາ ເເລະສ້າງຄວາມຫມັ້ນໃຈໃຫ້ໂຕເອງ’’ປາລະມີ ສານທານີ ໝາຍເລກ027

820

ແນະນໍາໃຫ້ຮູ້ຈັກ ກັບສາວງາມທີ່ມາຈາກຕ່າງແຂວງ ຜູ້ມາພ້ອມກັບຄວາມຝັນ ແລະ ຄວາມຫວັງໃນເວທີປະກວດນາງງາມ Miss Universe Laos 2021 ປາລະມີ ສານທານີ ຫລື ເເຫຼ້ ໝາຍເລກ027 ປັດຈຸບັນອາຍຸໄດ້ 20ປີ, ມາຈາກ ເເຂວງວຽງຈັນ , ຕອນນີ້ກໍາລັງສຶກສາກ່ຽວກັບສາຂາວິຊາຂໍ້ມູນຂ່າວສານ ແລະເຕັກໂນໂລຊີ ທີ່ເເຂວງກວາງຊີ,ປະເທດຈີນ.

ປະລະມີໄດ້ໃຫ້ສໍາພາດ ກັບທີມຂ່າວບັນເທີງຂອງພວກເຮົາວ່າ: ສໍາລັບໂຄງການປະກວດ Miss Universe Laos ຖືວ່າເປັນເວທີທໍາອິດຂອງນ້ອງທີ່ລອງສະຫມັກ, ເເລະນ້ອງເອງກໍເປັນພຽງເດັກນ້ອຍບ້ານນອກຄົນຫນຶ່ງທີ່ເກີດເເລະ ອາໄສຢູ່ໃນຊົນນະບົດ, ຄວາມຝັນໃນໄວເດັກຂອງນ້ອງກໍຄືຢາກເປັນນາງງາມ ໂດຍສະເພາະຕອນທີ່ເບິ່ງໂທລະພາບ ທີ່ເຫັນນາງງາມເເຕ່ລະຄົນທີ່ມາຈາກຫຼາຍປະເທດ ຫຼາຍເຊື້ອຊາດ ເເລະ ຫຼາກຫຼາຍສີຜິວໄດ້ຢືນຢູ່ເວທີເເຫ່ງນັ້ນ ໄດ້ສະເເດງຄວາມຮູ້, ຄວາມສາມາດ, ຈຸດເດັ່ນ ເເລະ ເອກະຂອງຕົນເອງອອກມາ ເເລະນີ້ຄືຈຸດເລີ່ມຕົ້ນຂອງນ້ອງທີ່ຕັດສິນໃຈສະຫມັກ Miss Universe Laos 2021ໃນປີນີ້ ນ້ອງເຊື່ອວ່າເວທີນີ້ມອບໂອກາດໃຫ້ກັບເເມ່ຍິງລາວທຸກຄົນໄດ້ສະເເດງຄວາມຫມັ້ນໃຈ, ສັກກະຍະພາບ, ຄວາມຄິດ ເເລະ ທັດສະນະຄະຕິ  ໂດຍສະເພາະແມ່ນໂອກາດທີ່ຈະໄດ້ເຂົ້າຮ່ວມວົງການບັນເທີງ.

ຄະຕິປະຈໍາໃຈຂອງນ້ອງເເມ່ນ “ ຈົ່ງເຕີບໃຫຍ່ຈາກຄວາມຜິດພາດ ເເລະ ສະຫຼາດຈາກຄວາມຜິດຫວັງ” ທີ່ນ້ອງເລືອກປະກວດເວທີນີ້ ເພາະວ່າຢາກຈະເອົາຊະນະໃຈຕົວເອງ, ຢາກກ້າວຜ່ານຄວາມຢ້ານກົວ ເພື່ອພັດທະນາ ເເລະຍົກລະດັບຄວາມຮູ້ສ້າງຄວາມຫມັ້ນໃຈໃຫ້ໂຕເອງ.

ຖ້ານ້ອງມີໂອກາດໄດ້ເຂົ້າຮອບເລິກໆ ນ້ອງຈະເອົາຄວາມຮູ້, ຄວາມສາມາດ, ຄວາມກ້າຫານ, ດຶງເອົາສັກກະຍະພາບທັງຫມົດທີ່ມີອອກມາສະເເດງໃຫ້ເຫັນວ່ານ້ອງພ້ອມເເລ້ວທີ່ຈະໄປຄວ້າມົງຈັກກະວານທໍາອິດໃຫ້ປະເທດລາວ ແລະນ້ອງເຊື່ອວ່າທຸກຄົນລ້ວນເເຕ່ມີຈຸດເດັ່ນຂອງໃຜລາວ ເເລະ ຄວາມມີເອກະລັກ, ສະເໜ່ຄວາມເປັນໂຕເອງ, ນ້ອງຄິດວ່າຈຸດເດັ່ນຂອງນ້ອງເເມ່ນຮອຍຍິ້ມ, ຄວາມເມດຕາເອື້ອອາລີ ທີ່ສໍາຄັນຄວາມພ້ອມເທົ່ານັ້ນທີ່ຈະເອົາຊະນະໃຈກໍາມະການໄດ້.

ການກຽມຕົວກ່ອນເຂົ້າປະກວດສໍາຄັນທີ່ສຸດຄືນ້ອງໄດ້ກຽມຕົວດ້ວຍການດູເເລໂຕເອງ ບໍ່ວ່າຈະເປັນເລື່ອງການຮັກສາຫຸ່ນ, ສຸຂະພາບ, ຈິດໃຈຕ້ອງພ້ອມສະເໝີ, ຫາຄວາມຮູ້ໃໝ່ໆ, ເຝິກທັດສະການຍ່າງ ເເລະ ການເວົ້າ ທີ່ສໍາຄັນອີກຢ່າງກໍຄືເລື່ອງຂອງບຸກຄະລິກກະພາບ ແລະ ການວາງຕົວຕ່າງໆ.

ຖ້ານ້ອງໄດ້ຕໍາເເຫນ່ງ Miss Universe Laos2021 ທີ່ເປັນຕໍາເເຫນ່ງອັນຊົງກຽດ ເເລະ ຊົງຄຸນຄ່າທີ່ສຸດນ້ອງພ້ອມທີ່ຈະຊ່ວຍເຫລືອສັງຄົມ ໂດຍສະເພາະເເມ່ຍິງ ເເລະ ເດັກນ້ອຍທີ່ອາໄສຢູ່ຊົນນະບົດຫ່າງໄກສອກຫຼີກ ແລະ ນ້ອງເອງພ້ອມເເລ້ວທີ່ຈະເປັນຕົວເເທນສາວລາວພຽງໜຶ່ງດຽວໂຊຄວາມເປັນລາວໃຫ້ໂລກໄດ້ເຫັນ ເເລະ ສ້າງຄວາມພາກພູມໃຈໃຫ້ຄົນລາວ

ສໍາລັບກິດຈະກໍາທີ່ ມັກເຮັດໃນຍາມວ່າງເເມ່ນຕີບານ, Jogging, ເເລະ ການໄດ້ອອກໄປເປັນອາສາສະໜັກຊ່ວຍເຫຼືອສັງຄົມ, ສຸດທ້າຍນີ້ ນ້ອງ ຢາກໃຫ້ຊາວເມືອງວັງວຽງ ,ເເຂວງວຽງຈັນ ລວມທັງຄົນທົ່ວປະເທດລາວຊ່ວຍໂຫວດຊ່ວຍເຊຍ ເເລະ ເປັນກໍາລັງໃຈໃຫ້ ເເຫຼ້ ໝາຍເລກ027 ເເນ່ເດີ້! ຊ່ອງທາງການຕິດຕາມເຟສບຸກ Palamy Santhany.

ຮູບ: Palamy Santhany.