ຊົມຄວາມງົດງາມ ສວນດອກໄມ້ໃນປ່າໃຫຍ່ທີ່ “ນໍ້າຕົກຕາດຮ້ອຍຄົວ”Green Jungle Park-Hoi khua Waterfall

2265

ແຂວງຫລວງພະບາງຂຶ້ນຊື່ດ້ານສະຖານທີ່ທ່ອງທ່ຽວທີ່ສວຍງາມຢູ່ແລ້ວ ບໍ່ວ່າຈະເປັນຄວາມສວຍງາມທາງດ້ານວັດທະນະທໍາ ແລະ ປະຫວັດສາດຄວາມເປັນມາທີ່ຊົງຄຸນຄ່າ ຫລື ສະຖານທີ່ທ່ອງທ່ຽວທາງທໍາມະຊາດ ທີ່ສວຍສົດງົດງາມ ຂຶ້ນຊື່ລືນາມເປັນເມືອງມໍລະດົກໂລກ.

ມື້ນີ້ ນໍາທ່ານຜູ້ອ່ານມາຊົມຄວາມສວຍງາມຂອງ ສວນດອກໄມ້ໃນປ່າໃຫຍ່ທີ່ “ນໍ້າຕົກຕາດຮ້ອຍຄົວ’’Green Jungle Park-Hoi khua Waterfall ແຂວງຫລວງພະບາງ ແລະ ລະດູການຕອນນີ້ແມ່ນດອກໄມ້ກຳລັງເບັ່ງບານ ລໍຖ້າທຸກໆທ່ານເຊີຍຊົມ ຕ້ອງຫາໂອກາດສຳພັດດ້ວຍຕົນເອງແລ້ວວ່າຈະງົດງາມພຽງໃດ.

ທີ່ “ນໍ້າຕົກຕາດຮ້ອຍຄົວ    ” ນີ້ແມ່ນເຕັມໄປດ້ວຍສວນດອກໄມ້ທີ່ສວຍງາມ ດອກໄມ້ມີການປ່ຽນພັນທຸກໆສາມເດືອນຕາມລະດູຂອງນາໆພັນ ແລະ ທີ່ສໍາຄັນຍັງມີນໍ້າຕົກຕາດທີ່ງົດງາມ ລໍຖ້າການຢ້ຽມຢາມຂອງບັນດານັັກທ່ອງທ່ຽວສາຍທໍາມະຊາດທັງຫລາຍ. ເມື່ອທ່ານໄດ້ມາສໍາຜັດດ້ວຍຕົນເອງ ທ່ານຈະຮູ້ສຶກ ສົດຊື່ນເຫມືອນດັ່ງກັບເຈົ້າຍິງ ເຈົ້າຊາຍກໍາລັງຍ່າງຫລິ້ນຢູ່ທ່າມກາງສວນດອກໄມ້ຫລາຍພັນຕົ້ນ ທີ່ເບັ່ງປານສວຍງາມຫລາກຫລາຍສີ ໃຫ້ຄວາມຮູ້ສຶກສົດຊື່ນຜ່ອນຄາຍກັນເລີຍ.

ສິ່ງສໍາຄັນຄື ເມື່ອທ່ານມາທີ່ຕາດຮ້ອຍຄົວ ທີ່ນີ້ແມ່ນໄດ້ຮວບຮວມໄວ້ທັງທໍາມະຊາດຂອງຕົ້ນໄມ້ໃບຫຍ້າ, ພູເຂົາທີ່ຂຽວສະອຸ່ມອຸດົມສົມບູນ ສວນດອກໄມ້ພຶກສານາໆພັນ ທີ່ຕົບແຕ່ງໄວ້ຢ່າງສວຍງາມ ແລະ ທີ່ສໍາຄັນກໍຄື ມີນໍ້າຕົກຕາດຮ້ອຍຄົວທີ່ໃຫ້ຄວາມສົດຊື່ນເຢັນສະບາຍທຸກຄັ້ງເມື່ອທ່ານໄດ້ມາທີ່ນີ້.

ນະທີ່ຕາດຮ້ອຍຄົວແຫ່ງນີ້ ໄດ້ສົມຍານາມວ່າເປັນສວນດອກໄມ້ໃນປ່າໃຫຍ່ ເພາະທາງເຈົ້າຂອງກິດຈະການໄດ້ຮວບຮວມສາຍພັນໄມ້ໄວ້ຢ່າງຫລາກຫລາຍສາຍພັນມາປູກຢູ່ທີ່ນີ້ ທັງສາຍພັນຈາກພາຍໃນ  ແລະ ຕ່າງປະເທດ ເພື່ອໃຫ້ບັນດານັກທ່ອງທ່ຽວ ທີ່ໄດ້ມາໄດ້ຊື່ນຊົມຄວາມສວຍງາມທີ່ຫາເບິ່ງໄດ້ໂດຍບໍ່ຕ້ອງໄປໄກເຖິງຕ່າງປະເທດເລີຍ.

ສະຖານທີ່ຕັ້ງຂອງສວນດອກໄມ້ໃນປ່າໃຫຍ່ທີ່ນໍ້າຕົກຕາດຮ້ອຍຄົວ ແມ່ນຕັ້ງຢູ່ບ້ານ ປາກຫຼືງ, ເມືອງ ຈອມເພັດ , ແຂວງຫລວງພະບາງ ເສັ້ນທາງໄປແມ່ນມີຄວາມສະດວກສະບາຍ ເປັນທາງປູຢາງ ແຕ່ຕ້ອງໄດ້ຂ້າມບັກໄປຊຽງແມນກ່ອນ ຈາກຊຽງແມນໄປຫາຕາດປະມານ 15 ກິໂລແມັດກໍຮອດແລ້ວ.

ປັດຈຸບັນນີ້ ທີ່ຕາດຮ້ອຍຄົວແມ່ນໄດ້ເປີດໃຫ້ບໍລິການແລ້ວ ໂດຍພາຍໃຕ້ການຮັກສາມາດຕະການ ການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ແລະ ມາທີ່ນີ້ແມ່ນມີຄົບທຸກຢ່າງໄວ້ຄອຍບໍລິການທ່ານ

ແນ່ນອນໄລຍະນີ້ ແມ່ນມີສ່ວນຫລຸດກັບຫຼາຍກິດຈະກຳເຊັ່ນ: ຊິບລາຍ (ຂີ່ສະລິງ), ຂີ່ຊ້າງຊົມສວນ, ເຂົ້າຊົມສະຖານທີ່ທ່ອງທ່ຽວ…

ມາທີ່ນີ້ບ່ອນດຽວຈົບມີຄົບທຸກຢາງເລີຍ ຢ່າລືມເດີ ສາຍທ່ອງທ່ຽວ, ສາຍຖ່າຍຮູບທັງຫລາຍຕ້ອງຫາໂອກາດມາໃຫ້ໄດ ພາຄອບຄົວ, ຫມູ່ເພື່ອນ ແລະ ຄົນທີ່ທ່ານຮັກຢ້ຽມຊົມຄວາມສວຍງາມຂອງສວນດອກໄມ້ຫລາຍພັນຕົ້ນ ຊົມທໍາມະຊາດນໍ້າຕົກຕາດຮ້ອຍຄົວ ພ້ອມຊີມອາຫານລົດແຊບ ຂີ່ຊ້າງຊົມສວນ ຫລື ຈະພະຈົນໄພດ້ວຍການຂີ່ສະລິງກໍໄດ້ ແລະ ນອກນີ້ຍັງມີກິດຈະກໍາອີກຫລາກຫລາຍຢ່າງ ເພື່ອໃຫ້ທຸກທ່ານໄດ້ຮ່ວມສ້າງຄວາມມ່ວນຊື່ນ ແລະ ເພີດເພີນ ເຕີມພະລັງບວກໃຫ້ກັບຊີວິດ ຫາຄວາມສຸກ ແລະ ພາຮ່າງກຍໄປສໍາຜັດ ແລະ ຢູ່ໃກ້ຊິດກັບທໍາມະຊາດ ຢູ່ທີ່ນີ້ ສວນດອກໄມ້ໃນປ່າໃຫຍ່ “ນໍ້າຕົກຕາດຮ້ອຍຄົວ” Green Jungle Park-Hoi khua Waterfall.

ຮູບ: Green Jungle Park-Hoi khua Waterfall.