ຈີນ ສ້າງສູນຈຳກັດບໍລິເວນຂະໜາດ 5 ພັນຫ້ອງ ຮອງຮັບຜູ້ເດີນທາງມາຈາກຕ່າງປະເທດ

768

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ໃນ​ວັນ​ທີ 30 ກັນ​ຍາ 2021 ວ່າ ຈີນ​ໄດ້​ສ້າງ​ສູນ​ຈຳ​ກັດ​ບໍ​ລິ​ເວນ​ຂະ​ໜາດ​ໃຫຍ່ ປະ​ກອບ​ດ້ວຍ​ອາ​ຄານຫຼາຍ​ສິບ​ຕຶກ ທີ່​ເມືອງກວາງ​ໂຈວ ແຂວງກວາງ​ຕຸ້ງ ເຊິ່ງ​ຈະ​ໃຊ້​ເປັນ​ສະ​ຖານ​ທີ່​ກັກ​ຕົວສຳ​ລັບ​ຜູ້​ທີ່​ເດີນ​ທາງ​ມາ​ຈາກ​ຕ່າງ​ປະ​ເທດ.

ສູນ​ແຫ່ງ​ນີ້ ເອີ້ນ​ວ່າ “ສູນ​ສຸ​ຂະ​ພາບກວາງ​ໂຈວ” ໂດຍ​ໂຄງ​ການ​ດັ່ງ​ກ່າວ​ໃຊ້​ເວ​ລາ​ກໍ່​ສ້າງ​ບໍ່​ເຖິງ 3 ເດືອນ ປະ​ກອບ​ດ້ວຍ​ອາ​ຄານ​ສູງ 3 ຊັ້ນຫຼາຍ​ສິບ​ຕຶກ ລວມ​ທັງ​ໝົດ 5.000 ຫ້ອງ ຕັ້ງ​ລຽນ​ກັນ​ຢູ່​ໃນ​ພື້ນ​ທີ່​ດຽວ​ກັນ​ທີ່​ມີ​ເນື້ອ​ທີ່​ເທົ່າ​ກັບ​ສະ​ໜາມ​ເຕະ​ບານ​ທີ່​ໄດ້​ມາດ​ຕະ​ຖານ 46 ແຫ່ງ ໂດຍໃຊ້​ງົບ​ປະ​ມານ​ເຂົ້າ​ໃນ​ການ​ກໍ່​ສ້າງ​ທັງ​ໝົດ 260 ໂດ​ລາ​ສະ​ຫະ​ລັດ.

ໂຄງ​ການ​ດັ່ງ​ກ່າວ​ນີ້ ຈະ​ໃຊ້​ເປັນ​ສູນ​ຈຳ​ກັດ​ບໍ​ລິ​ເວນ​ຂອງ​ຜູ້​ທີ່​ເດີນ​ທາງ​ມາ​ຈາກ​ຕ່າງ​ປະ​ເທດ ບໍ່​ວ່າ​ຈະ​ເປັນ​ຊາວ​ຈີນ ຫຼື ຊາວ​ຕ່າງ​ປະ​ເທດ ແທນ​ໂຮງ​ແຮມທຸກ​ແຫ່ງ​ໃນ​ເມືອງກວາງ​ໂຈວ ທີ່​ເຂົ້າ​ຮ່ວມ​ເປັນ​ສະ​ຖານ​ທີ່​ກັກ​ຕົວ​ຂອງ​ລັດ.

ທັງ​ນີ້ ທາງ​ການ​ຈີນ​ຕ້ອງ​ການ​ໃຫ້​ຜູ້​ທີ່​ເດີນ​ທາງ​ມາ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ກັກ​ຕົວ​ຢູ່​ໃນ​ສະ​ຖານ​ທີ່​ດຽວ​ກັນ ເພື່ອ​ງ່າຍ​ຕໍ່​ການ​ເບິ່ງ​ແຍງ ແລະ ຫຼຸດ​ຄວາມ​ສ່ຽງ​ຕໍ່​ການ​ຕິດ​ເຊື້ອ​ຂອງ​ປະ​ຊາ​ຊົນ ໂດຍ​ຜູ້​ທີ່​ເດີນ​ທາງ​ຜ່ານ​ຈຸດກວດ​ກາ​ຄົນ​ເຂົ້າເມືອງ ແລະ ຜ່ານ​ດ່ານ​ຄັດ​ກອງ​ທີ່​ສະ​ໜາມ​ບິນ​ສາ​ກົນກວາງ​ຕຸ້ງ​ແລ້ວ ເຈົ້າ​ໜ້າ​ທີ່​ຈະ​ນຳ​ທຸກ​ຄົນ ມາ​ຍັງ​ສູນ​ແຫ່ງ​ນີ້​ທັນ​ທີ ແລະ ທຸກ​ຄົນ​ຕ້ອງ​ກັກ​ຕົວ​ຢູ່​ສູນ​ແຫ່ງ​ນີ້​ເປັນ​ເວ​ລາ​ຢ່າງ​ໜ້ອຍ 14 ວັນ.