ໂຮງຮຽນ ມ ຕົ້ນ ຫາດສະ ປະເມີນຂໍ້ແຂ່ງຂັນ 5 ເປັນເຈົ້າ

705

ຫຼັກການ 5 ເປັນເຈົ້າແມ່ນລວມເອົາຫຼາຍວຽກງານຕ້ອງໄດ້ດຳເນີນໃຫ້ມີທິດທາງທີ່ຊັດເຈນ ເຊັ່ນ: ເປັນເຈົ້າໂຄສະນາສຶກສາອົບຮົມ, ເປັນເຈົ້າປັບປຸງການນຳພາ, ເປັນເຈົ້າການປົກປ້ອງສິດ ແລະ ຜົນປະໂຫຍດ, ເປັນເຈົ້າໃນການຕິດຕາມ ກວດກາຄຸ້ມຄອງ ແລະ ເປັນເຈົ້າເຂົ້າຮ່ວມການຈັດຕັ້ງປະຕິບັດແນວທາງຕ່າງໆ.

ໃນຕອນເຊົ້າວັນທີ 28 ກັນຍາ 2021 ນີ້ ກຳມະບານຮາກຖານໂຮງຮຽນ ມຕ ຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດພິທີປະເມີນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2021 ຂື້ນ
ໂດຍການເປັນປະທານຂອງ ສະຫາຍ ບຸນແກ້ວ ມະນີວົງ ປະທານ ກຳມະບານຮາກຖານໂຮງຮຽນ ມຕ ຫາດສະ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງຈັນ ອິນທະພອນ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ສະຫາຍ ນາງ ແສງເພັດ ຈັນສີແພງ ຮອງປະທານສະຫະພັນກຳມະບານເມືອງປາກທາ ສະຫາຍ ສົມເພັນ ຫຼວງພະບາງ ເລຂາໜ່ວຍພັກ ມີຄະນະຮັບຜິດຊອບການປະເມີນຂັ້ນເມືອງ, ຕະຫຼອດຮອດສະມາຊິກກຳມະບານພາຍໃນຮາກຖານ ເຂົ້າຮ່ວມ.

ສະຫາຍ ບຸນແກ້ວ ມະນີວົງ ປະທານ ກໍາມະບານຮາກຖານໂຮງຮຽນ ມຕ ຫາດສະ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ເຊິ່ງໃຫ້ຮູ້ວ່າ: ກຳມະບານຮາກຖານໂຮງຮຽນ ມຕ ຫາດສະ ມີສະມາຊິກກຳມະບານທັງໝົດ 24 ສະຫາຍ,ຍິງ 13 ສະຫາຍ ຜ່ານມາສະມາຊິກກຳມະບານແມ່ນໄດ້ຖືເອົາການສືກສາອົບຮົມການເມືອງແນວຄິດ, ເປັນເຈົ້າການຈັດຕັ້ງປະຕິບັດລະບຽບກົດໝາຍຂອງພັກ-ລັດ, ລະບຽບກຳມະບານ ແລະ ຕັ້ງໜ້າປະຕິບັດວິຊາສະເພາະໃຫ້ສຳເລັດຕາມລະດັບຄາດໝາຍ,ເຊິງມັນສະແດງອອກໃນການ ຈັດຕັ້ງປະຕິບັດ 5 ເປັນເຈົ້າໄດ້ເປັນຢ່າງດີ ແລະ ໄດ້ເຂົ້າຮ່ວມສ້າງຂະບວນການຕ່າງໆຂອງເມືອງ-ຂອງແຂວງຈັດຂື້ນຢ່າງເປັນຂະບວນການຟົດຟື້ນ

ຈາກນັ້ນ ສະຫາຍ ນາງ ແສງເພັດ ຈັນສີແພງ ຮອງປະທານສະຫະພັນກຳມະບານເມືອງປາກທາ ກໍ່ໄດ້ຜ່ານມາດຖານເງື່ອນໄຂຂອງການປະເມີນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວພ້ອມກັນນັ້ນ ສະມາຊິກກຳມະບານແຕ່ລະສະຫາຍກໍ່ໄດ້ຜ່ານໃບປະເມີນຂອງຕົນເອງໃຫ້ໝູ່ຄະນະໄດ້ປະກອບຄຳຄິດ-ຄຳເຫັນຕຳນິຕິຊົມກໍ່ສ້າງຊ່ວຍເຫຼືອເຊີ່ງກັນ ແລະ ກັນ ຕາມເນື້ອໃນ 5 ເປັນເຈົ້າເຊັ່ນວ່າ: ເປັນເຈົ້າເຝິກຝົນຫຼໍ່ຫຼອມທາງດ້ານການເມືອງແນວຄິດ, ເປັນເຈົ້າການ ໃນການປະຕິບັດລະບຽບກົດໝາຍ ແລະລະບຽບການຂອງລັດ, ເປັນເຈົ້າການ ພັດທະນະຕົນເອງ ແລະ ການຈັດຕັ້ງ, ເປັນເຈົ້າ ປົກປ້ອງສິດ ຜົນປະໂຫຍອັນຊອບທຳ, ເປັນເຈົ້າ ປະຕິບັດໜ້າທີ່ ວິຊາສະເພາະຢ່າງປະດິດສ້າງ.
ຂ່າວຈາກ:ໜັງສືພິມບໍ່ແກ້ວ