ການຄ້າ ແຂວງອຸດົມໄຊ ລົງຕິດຕາມ ແລະຄຸມເຂັ້ມລາຄາສິນຄ້າຕາມທ້ອງຕະຫຼາດ

330

ຄືດັ່ງທີ່ຂ່າວເສດຖະກິດ-ການຄ້າພວກເຮົາໄດ້ລົງຂ່າວໄປກ່ອນໜ້ານີ້ ແຂວງອຸດົມໄຊແມ່ນປະສົບບັນຫາສິນຄ້າແພງເກີນເພດານທີ່ກຳນົດໄວ້ ແລະພະແນກການກ່ຽວຂ້ອງຕ້ອງໄດ້ຕິດຕາມໃກ້ຊິດ ແລະແກ້ໄຂບໍ່ໃຫ້ສົ່ງຜົນກະທົບຕໍ່ຜູ້ບໍລິໂພກກໍ່ຄືສັງຄົມ.


ເພື່ອຕິດຕາມບັນຫາທີ່ວ່ານີ້ໃນວັນທີ 28 ກັນຍາ ຜ່ານມານີ້ ທ່ານ ນາງ ໄມພອນ ສິລິວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ພ້ອມຄະນະໄດ້ລົງຕິດຕາມລາຄາສິນຄ້າຢູ່ຕະຫຼາດແມງດາ ແລະ ຕະຫຼາດບ້ານຖິ່ນ ປະຕິບັດຕາມຜົນຂອງກອງປະຊຸມວ່າດ້ວຍການກຳນົດລາຄາສິນຄ້າ ຊຶ່ງຈັດຂຶ້ນໃນກາງເດືອນກັນຍາຜ່ານມາ.
ໃນການການລົງເຄື່ອນໄຫວວຽກງານຄັ້ງນີ້ ເພື່ອເປັນການປະຕີບັດຕາມຄຳສັ່ງຂອງຂັ້ນເທິງໃນການຄຸ້ມຄອງລາຄາສີນຄ້າ ແລະ ຄ່າບໍລິການສິນຄ້າໃນທ້ອງຕະຫຼາດເທດສະບານ ໃຫ້ຢູ່ໃນເກນທີ່ຮັບໄດ້ຂອງທັງສອງຝ່າຍລະຫວ່າງຜູ້ຊື້ ແລະຜູ້ຂາຍ.
ທ່ານນາງ ໄມພອນ ສິລິວົງ ໄດ້ໃຫ້ສຳພາດວ່າ: ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກຂອງເສດຖະກິດ ເຮັດໃຫ້ສິນຄ້າມີລາຄາແພງ ແລະ ປະຕິບັດຕາມວາລະແຫ່ງຊາດໃນການສຸມໃສ່ການຜະລິດ ແລະ ສະໜອງສິນຄ້າພາຍໃນໃຫ້ພຽງພໍ ແລະ ຜະລິດເພື່ອສົ່ງອອກນັ້ນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໄດ້ສົມທົບກັບນັກທຸລະກິດ ຜູ້ປະກອບການ ໂດຍສະເພາະແມ່ນຫົວໜ່ວຍການປູກ-ການລ້ຽງ ເພື່ອກຳນົດໂຄງປະກອບລາຄາສິນຄ້າປະເພດສະບຽງອາຫານໃຫ້ມີຄວາມເໜາະສົມ.

ການລົງເຄື່ອນໄຫວຂອງຄະນະທິມງານຄັ້ງນີ້ ແມ່ນໄດ້ນຳເອົາ ຊິງຂອງລັດ ແລະ ແຜ່ນປ້າຍກຳນົດລາຄາ ໄປຕິດຢູ່ສອງຕະຫຼາດ ໂດຍສະເພາະແມ່ນລາຄາຊີ້ນໝູ ໜ້າຟາມສູງສຸດບໍ່ໄຫ້ເກີນ 26.000 ກີບຕໍ່ກິໂລ, ລາຄາຊີ້ນສົດຂາຍໃນຕະຫຼາດສູງສຸດບໍ່ໃຫ້ເກີນ 50,000 ຕໍ່ກິໂລ, ລາຄາໄຂ່ໄກ່ໜ່ວຍໃຫຍ່ ໜ້າຟາມສູງສຸດບໍ່ໃຫ້ເກີນ 420.000 ກີບ ຕໍ່ແກັດ, ລາຄາຂາຍຍ່ອຍຢູ່ຕະຫຼາດສູງສຸດບໍ່ໃຫ້ເກີນ 38.000ກີບຕໍ່ແຕະ, ລາຄາປານິນໜ້າກະຊັງສູງສຸດບໍ່ໃຫ້ເກີນ 20.000 ກີບ ຕໍ່ກິໂລ, ລາຄາປາຂາຍສົ່ງບໍ່ໃຫ້ເກີນ 22.000 ກີບຕໍ່ກິໂລ, ລາຄາຂາຍຍ່ອຍຢູ່ຕະຫຼາດບໍ່ໃຫ້ເກີນ 24.000 ກີບຕໍ່ກິໂລ.

ພ້ອມນີ້ຍັງມີມາດຕະການປັບໃໝຕໍ່ຜູ້ລະເມີດຂຶ້ນນລາຄາ ສວຍໂອກາດກັກຕຸນສິນຄ້າໂດຍບໍ່ໄດ້ຮັບອານຸຍາດ, ແມ່ນຈະໄດ້ຖືກປັບໃໝ ແຕ່ 1 ລ້ານ – 5 ລ້ານກີບຕໍ່ຄັ້ງຕໍ່ຄົນ, ນອກນີ້ຍັງມີຂໍ້ຫ້າມອື່ນໆທີ່ເປັນປະໂຫຍດໃຫ້ແກ່ຜູ້ບໍລິການ ແລະ ຜູ້ບໍລິໂພກ, ພ້ອມນີ້ ຍັງໄດ້ສຸ່ມກວດຕາຊິງຢູ່ຕາມບັນດາຮ້ານຂາຍຊີ້ນ, ຂາຍປາ ຂາຍເຂົ້າ ແລະ ພືດຜັກອື່ນໆໃຫ້ຢູ່ໃນເກນມາດຕະຖານ. ການເຄື່ອນໄຫວກຳນົດລາຄາສິນຄ້າຢູ່ແຂວງອຸດົມໄຊຈະດຳເນີນໄປທັງ 7 ເມືອງ ທົ່ວແຂວງ.
ຂ່າວ-ພາບ: ສະຖານີວິທະຍຸ ໂທລະພາບ ແຂວງ ອຸດົມໄຊ