ສປປ ເກົາຫຼີ ປະສົບຜົນສຳເລັດໃນການທົດລອງຂີປານາວຸດຄວາມໄວເໜືອສຽງ

581

ສຳ​ນັກ​ຂ່າວ KCNA ຂອງ ສ​ປ​ປ ​ເກົາຫຼີ ລາຍ​ງານ​ວ່າ ​ສ​ປ​ປ ເກາຫຼີ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ທົດ​ລອງ​ຂີ​ປາ​ນາ​ວຸດ​ ທີ່​ມີ​ຄວາມ​ໄວ​ເໜືອ​ສຽງ ຫຼື ໄຮ​ເປີ ໂຊ​ນິກ ລຸ້ນ​ໃໝ່​ທີ່​ມີ​ຊື່​ວ່າ ຮ​ວາ​ຊ໊ອງ-8 ໃນ​ວັນ​ທີ 28 ກັນ​ຍາ​ຜ່ານ​ມາ.

KCNA ລາຍ​ງານ​ວ່າ ຮ​ວາ​ຊ໊ອງ-8 ເປັນ​ອາ​ວຸດ​ດ້ານ​ຍຸດ​ທະ​ສາດ​ທີ່​ມີ​ຄວາມ​ສາ​ມາດ​ດ້ານ​ນິວ​ເຄ​ລຍ ແລະ ເປັນ 1 ໃນ 5 ອາ​ວຸດ​ລຸ້ນ​ໃໝ່​ຂອງກອງ​ທັບ​ປະ​ຊາ​ຊົນ​ເກົາຫຼີ ເຊິ່ງ​ມີ​ຄ​ວາມ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ກຳ​ນົດ​ແຜນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ກອງ​ທັບ​ປະ​ຊາ​ຊົນ​ເກົາຫຼີ ໃນ 5 ປີ​ຂ້າງ​ໜ້າ. ການ​ພັດ​ທະ​ນາ​ຂີ​ປາ​ນາ​ວຸດ ຈະ​ເພີ່ມ​ຄວາມ​ສາ​ມາດ​ຂອງ​ຊາດ ເພື່ອ​ປ້ອງ​ກັນ​ຕົນ​ເອງ​ໃນ​ທຸ​ກວິ​ທີ​ທາງ.

ແນວ​ໃດ​ກໍ​ຕາມ ເສ​ນາ​ທິ​ການ​ຮ່ວມ​ຂອງ ສ ເກົາຫຼີ ກ່າວ​ວ່າ: ເຊື່ອ​ວ່າ ຂີ​ປາ​ນາ​ວຸດ​ຄວາມ​ໄວ​ເໜືອ​ສຽງ​ລຸ້ນ​ນີ້ ຍັງ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ພັດ​ທະ​ນາ ແລະ ຈະ​ຕ້ອງ​ໃຊ້​ເວ​ລາ​ພໍ​ສົມ​ຄວນ ກ່ອນ​ຈະ​ນຳ​ໄປ​ໃຊ້​ເຂົ້າ​ໃນ​ການ​ສູ້​ຮົບ.

ທັງ​ນີ້ ການ​ທົດ​ລອງ​ຂີ​ປາ​ນາ​ວຸດ​ຄັ້ງ​ນີ້ ນັບ​ວ່າ​ເປັນ​ຄັ້ງ​ທີ 3 ໃນ​ເດືອນ​ກັນ​ຍາ 2021, ສ່ວນ 2 ຄັ້ງ​ຜ່ານ​ມາ ເປັນ​ການ​ທົດ​ລອງ​ຂີ​ປາ​ນາ​ວຸດ​ປະ​ເພດ​ໃໝ່ ແລະ ລະ​ບົບ​ຂີ​ປາ​ນາ​ວຸດ​ນຳ​ວິ​ຖີ​ລຸ້ນ​ໃໝ່​ທີ່​ຍິງ​ຈາກ​ລົດ​ໄຟ​ຂອງ ສ​ປ​ປ ເກົາຫຼີ.

ການ​ທົດ​ລອງ​ດັ່ງ​ກ່າວ ຍັງ​ເປັນ​ການ​ບົ່ງ​ບອກ​ເຖິງ​ການ​ເຕີບ​ໂຕ​ດ້ານ​ເຕັກ​ໂນ​ໂລ​ຊີ​ອາ​ວຸດ​ຂອງ ສ​ປ​ປ ເກົາຫຼີ ທ່າມ​ກາງ​ມາດ​ຕະ​ການ​ຢ່າງ​ເຂັ້ມ​ງວດ; ສອດ​ຄ່ອງ​ກັບ​ອົງ​ການ​ພະ​ລັງ​ງານ​ປາ​ລະ​ມານູ ລະ​ຫວ່າງ​ປະ​ເທດ (IAEA) ທີ່​ອອກ​ມາ​ລະ​ບຸ​ກ່ອນ​ໜ້າ​ນີ້​ວ່າ ສ​ປ​ປ ເກົາຫຼີ ກັບ​ມາ​ເດີນ​ເຄື່ອງ​ປະ​ຕິ​ກອນ​ທີ່​ສາ​ມາດ​ຜະ​ລິດ​ຟ​ລູ​ໂທ​ນຽມ​ສຳ​ລັບ​ອາ​ວຸດ​ນິວ​ເຄ​ລຍ​ອີກ​ຄັ້ງ.