ວິລະບູລີ ອອກແຮງງານລວມເຮັດອະນາໄມສູນກັກກັນຂອງເມືອງ ກະກຽມໄຂສົກຮຽນໃໝ່.

382

ພາຍຫຼັງທີ່ບັນດາແຮງງານ ຫຼື ຜູ້ທີ່ເດີນທາງມາຈາກເຂດທີ່ມີຄວາມສ່ຽງ ທີ່ເຂົ້າກັກບໍລິເວນຕົນເອງຢູ່ທີ່ສູນກັກກັນຂອງໂຮງຮຽນ ມັດທະຍົມສົມບູນ ພູຄໍາ ແລະ ສູນໂຮງຮຽນ ປະຖົມສົມບູນພູຄໍາ ໄດ້ອອກຈາກສູນໝົດແລ້ວ ດັ່ງນັ້ນ, ເພື່ອເປັນການກຽມຄວາມພ້ອມໃຫ້ແກ່ການໄຂສົກຮຽນໃໝ່ ສົກຮຽນ 2021 – 2022 ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ ໃຫ້ທ່ວງທັນກັບເວລາ.


ໃນຕອນເຊົ້າຂອງວັນທີ 28 ກັນຍາ 2021 ນີ້ ທາງຫ້ອງການຊາວໜຸ່ມເມືອງ ວິລະບູລີ ແຂວງສະຫວັນນະເຂດ ເຊິ່ງນໍາໂດຍ ສະຫາຍ ພັນວິໄລ ວັງສຸລາດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ວິລະບູລີ ພ້ອມດ້ວຍບັນດາຄະນະຮາກຖານຊາວໜຸ່ມ, ໜ່ວຍຊາວໜຸ່ມ, ບັນດາສະຫາຍສະມາຊິກຊາວໜຸ່ມອ້ອມຂ້າງເມືອງ, ຄູອາຈານ ແລະ ນ້ອງນັກຮຽນພາຍໃນ ໂຮງຮຽນ ມັດທະຍົມສົມບູນ ພູຄໍາ ລວມທັງໝົດຈໍານວນ 215 ສະຫາຍ ຍິງ 94 ສະຫາຍ ກໍ່ໄດ້ພ້ອມກັນສ້າງຂະບວນການອອກແຮງງານລວມ ເຮັດອະນາໄມຢູ່ພາຍໃນ 2 ໂຮງຮຽນດັ່ງກ່າວຢ່າງເປັນຂະບວນການຟົດຟື້ນ, ເຊິ່ງໜ້າວຽກທີ່ເຮັດໃນຄັ້ງນີ້ ກໍ່ແມ່ນໄດ້ພ້ອມກັນຕັດຫຍ້າ, ຕັດກິ່ງໄມ້ອອກ, ເກັບກວາດຂີ້ເຫຍື່ອ, ກວາດຫ້ອງຮຽນ ແລະ ຈັດໂຕະຕັ່ງໃຫ້ເປັນລະບຽບ.


ທັງນີ້ກໍ່ເພື່ອເປັນການກຽມຄວາມພ້ອມໃຫ້ແກ່ການໄຂສົກຮຽນໃໝ່ ສົກຮຽນ 2021-2022 ທີ່ຈະມີຂຶ້ນໃນຕໍ່ໜ້ານີ້ ຕາມມາດຕະການຜ່ອນຜັນຂອງຄະນະສະເພາະກິດຂັ້ນເມືອງໄດ້ວາງອອກ ພາຍຫຼັງທີ່ເມືອງ ວິລະບູລີ ບໍ່ພົບຜູ້ຕິດເຊື້ອໂຄວິດ 19 ເປັນເວລາ 20 ກວ່າວັນແລ້ວ ຈຶ່ງໄດ້ມີການຜ່ອນຜັນໃຫ້ສາມາດໄຂສົກຮຽນໃໝ່ໄດ້ ແຕ່ຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ 19 ຢ່າງເຂັ້ມງວດ ໂດຍສະເພາະແມ່ນການຮັກສາໄລຫ່າງລະຫວ່າງກັນໃຫ້ໄດ້ 1 ແມັດຂຶ້ນໄປ, ໃຊ້ຜ້າອັດປາກ-ດັງ, ໃຫ້ມີເຈວລ້າງມື ຫຼື ນໍ້າຢາຂ້າເຊື້ອຢູ່ໃນຫ້ອງຮຽນ, ມີການວັດແທກອຸນຫະພູມກ່ອນເຂົ້າຮຽນ ເຫຼົ່ານີ້ເປັນຕົ້ນ.