ເປັນຫ່ວງບ້ານເກີດສະເໝີ ແອັບເປິ້ນ ພ້ອມຄອບຄົວ ສົ່ງມອບຊຸດ PPE ແລະ ອາຫານແຊບໆ ໃຫ້ເຈົ້າໜ້າທີ່ລາວ

1187

ຄົນດັງຈາກລາວ ທີ່ວົງການບັນເທີງຮູ້ຈັກດີ ສາວ ແອັບເປິ້ນ ສີສະຫງຽນ ທີ່ໄດ້ແຕ່ງດອງຄອງຮັກກັບໜຸ່ມໄທ ຟຣຸກ ຈິຣະ ດາລາ, ນັກຮ້ອງ ນັກສະແດງດັງໄທ ປັດຈຸບັນມີທາຍາດ 2 ຝັ່ງຂອງ 2 ຄົນ ນ້ອງ ຈູນີ່ 1 ປີ 9 ເດືອນ ແລະ ນ້ອງ ຈູ່ນ່າ 6 ເດືອນ

ເຊິ່ງສາວແອັບເປິ້ນກໍບໍ່ໄດ້ຫ່າງຫາຍຈາກໂລກອອນລາຍມີຜົນງານ ແລະ ການເຄືອ່ນໄຫວໃຫ້ໄດ້ຕິດຕາມຊີວິດ ແລະ ຄວາມໜ້າຮັກຢູ່ເປັນປະຈໍາ ຄຽງຄູ່ກັບການຊ່ວຍເຫຼືອພີ່ນ້ອງຊາວລາວບ້ານ້ເກີດໃນຍາມວິກິດ

ຢ່າງຫຼ້າສຸດ ສາວແອັບເປິ້ນ Appleminiberry ໄດ້ໂພສວ່າ ເປີ້ນແລະຄອບຄົວຂໍເປັນກຳລັງໃຈໃຫ້ແນວຫນ້າຂອງປະເທດທຸກທ່ານເດີ້ ທັງຕຳຫລວດ ແພດຫມໍ ກູ້ໄພ ທຸກທ່ານ ສູ້ສູ້ ມື້ນີ້ໄດ້ສົ່ງມອບຊຸດ PPE 100 ຊຸດ ແລະ ອາຫານແຊບໆ 100 ກ່ອງ ເພື່ອເປັນກຳລັງໃຈພໍໄດ້ສ້າງສີສັນໃຫ້ເພີ່ນ ຂໍໃຫ້ພວກເຮົາທຸກຄົນຜ່ານໄພໂຄວິດໄປໃຫ້ໄດ້ໄວໆ

.


.

ໄວ້ຄອບຄົວເຮົາຈະສົ່ງໄປໃຫ້ອີກເລື່ອຍໆເດີ້ ຕິນ່າບອກວ່າ ອ້າຍຕຳຫລວດວ່າຝາກຂອບໃຈເດີ້ ເພິ່ນຕິດຕາມຄອບຄົວເປິ້ນຕະຫລອດ ຢາກກິນເຂົ້າປຽກເພິ່ນວ່າ ໄວ້ສິເອົາເຂົ້າປຽກແລະຫມາກໄມ້ດອງ ຊາມສະຍາມ ເຮົາໄປຝາກເດີ້ ສູ້ ສູ້ ເດີ້ທຸກຄົນ


.

ປລ. ຂອບໃຈທີມງານ ເຊັນໂທ້ ຄຣີນິກ ເຮົາທຸກຄົນເດີ້ ຂອບໃຈຕິນ່າ ເສີດ ຫວານເຍັນ ມິມີ່
ນີ້ເປັນນໍ້າໃຈທີ່ສົ່ງມາໃຫ້້ປະຕິບັດໜ້າທີ່ໃຫ້ໄດ້ອິ່ມ ແລະ ສູ້ປະຕິບັດໜ້າທີ່ຕໍ່ໄປອີກແຮງໃຈໜຶ່ງ ສໍາລັບໃຜທີ່ຕ້ອງການຊ່ວຍ ຫຼື ຊຸກຍູ້ອ້າຍນ້ອງຜູ້ປະຕິບັດໜ້າສາມາດຊ່ວຍໄດ້ສະເໝີເດີ້ ການແບ່ງປັນຈະໜ້ອຍຫຼືຫຼາຍ ກໍດີຕໍ່ໃຈ ແລະ ໄດ້ກຸສົນເຊັນກັນ

ຈາກ: Appleminiberry