ອາເມຣິກາ ປະນາມຕາລີບັນ ຮື້ຟື້ນໂທດປະຫານ ແລະ ຕັດອະໄວຍະວະ

1226

ສຳ​ນັກ​ຂ່າວ​ຣອຍ​ເຕີ​ລາຍ​ງານ​ວ່າ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ວ່າ ລັດ​ຖະ​ບານ​ສະ​ຫະ​ລັດ​ຂໍ​ປະ​ນາມ​ຕາ​ລີ​ບັນ​ດ້ວຍ​ຖ້ອຍ​ຄຳ​ທີ່​ຮຸນ​ແຮງ​ທີ່​ສຸດ ຕໍ່​ກັບ​ຄ​ຳ​ສຳ​ພາດ​ຂອງ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ​ກຸ່ມ​ຕາ​ລີ​ບັນ ທີ່​ກ່າວ​ວ່າ ຕາ​ລີ​ບັນ​ຈະ​ນຳ​ໂທດ​ປະ​ຫານ​ຊີ​ວິດ​ດ້ວຍ​ການ​ຍິງ​ເປົ້າ ແລະ ຕັດ​ອະ​ໄວ​ຍະ​ວະ​ຮ່າງ​ກາຍ​ກັບ​ມາ​ໃຊ້ ເພື່ອ​ລົງ​ໂທດ​ຜູ້​ກະ​ທຳ​ຜິດ​ໃນ​ອັ​ຟ​ກາ​ນິ​ສ​ຖານ​ອີກ​ຄັ້ງ ໂດຍ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ກ່າວ​ວ່າ ການ​ກະ​ທຳ​ດັ່ງ​ກ່າວ ເປັນ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຢ່າງ​ຮ້າຍ​ແຮງ.