“ນໍ້າຕົກຕາດຊ່ວງ” ຍາມນີ້ກໍາລັງດີ ເສຍດາຍທີ່ໂຄວິດລະບາດ

1460

ຕາດຊ່ວງໃນລະດູການທີ່ມີນ້ຳ ຫລື ບໍ່ມີນ້ຳກໍງາມແນວລະແບບ ຖ້າຮ່າງກາຍຕ້ອງການສໍາຜັດບັນຍາກາດ ທີ່ບໍລິສຸດ ມັກການເດີນທາງທີ່ມີຄວາມທ້າທາຍ ແນະນໍານໍ້າຕົກຕາດທີ່ມີຄວາມສວຍງາມ ໃກ້ຕົວເມືອງ ເຊັ່ນດັ່ງນໍ້າຕົກຕາດຊ່ວງແຫ່ງນີ້.

ຕາດຊ່ວງ ແມ່ນຕາດທີ່ຢູ່ໃນເຂດປ່າສະຫງວນແຫ່ງຊາດພູພະນັງ ເປັນໜຶ່ງໃນນໍ້າຕົກຕາດທີ່ງົດງາມ ແລະ ເໝາະກັບການໄປກິນເຂົ້າປ່າກັບໝູ່ຄູ່ ແຖມສະຖານທີ່ກໍບໍ່ໄກຈາກນະຄອນຫຼວງວຽງຈັນ ໃຜທີ່ກໍາລັງຫາສະຖານທີ່ພັກຜ່ອນຢ່ອນໃຈແບບໃກ້ຊິດກັບທໍາມະຊາດໃນມື້ພັກເສົາ-ອາທິດ ສະຖານທີ່ນີ້ເປັນອີກໜຶ່ງຈຸດທີ່ເໝາະສົມ.

ສະຖານທີ່ຕັ້ງຂອງ “ຕາດຊ່ວງ’’ ແມ່ນຢູ່ບ້ານຖໍ້າ ເມືອງ ນາຊາຍທອງນະຄອນຫລວງວຽງຈັນ ຫ່າງຈາກຕົວເມືອງ ປະມານ 40 ກວ່າກິໂລແມັດ ການເດີນທາງໃນຕອນເຊົ້າແມ່ນສະດວກດີ ສາມາດຂີ່ລົດຈາກຈຸດທາງດ່ວນຂອງນະຄອນຫລວງວຽງຈັນ ແລ້ວໄປລົງສະຖານີບ້ານບົວ ຫລັງຈາກນັ້ນ ກໍຂີ່ລ້ຽວຂວາກັບມາທາງນະຄອນຫລວງວຽງຈັນ ປະມານ 500 ແມັດ ແລ້ວລ້ຽວຂວາເຂົ້າທາງບ້ານນໍ້າຊ່ວງກໍຈະຮອດບ້ານຖໍ້າ ອາດຈະຍ່າງຊົມປ່າໄມ້, ຂີ່ລົດຈັກ ຫລື ຈະເຊົ່າລົດໄຖນາຂອງປະຊາຊົນຢູ່ເຂດນັ້ນໄປກໍໄດ້.

ທ່ານທີ່ໄດ້ໄປທ່ອງທ່ຽວຕາດແຫ່ງນີ້ ຈະໄດ້ເຫັນຄວາມສວຍງາມຂອງທໍາມະຊາດ, ໄດ້ສໍາຜັດກິ່ນອາຍທີ່ສົດຊື່ນບໍລິສຸດຈາກຕົ້ນໄມ້, ສາຍນໍ້າທີ່ອຸດົມສົມບູນ ຕະຫລອດການເດີນທາງຈະເຫັນວິຖີຊີວິດອັນລຽບງ່າຍຂອງປະຊາຊົນຢູ່ເຂດນັ້ນ ແລະ ຍັງຈະໄດ້ຊົມສວຍງາມກວ້າງຂວາງຂອງອ່າງນໍ້າຊ່ວງອີກດ້ວຍ.

ແຕ່ຂໍແນະນໍານັກທ່ອງທ່ຽວທຸກຄົນດ້ວຍວ່າ ຢູ່ຕາດແຫ່ງນີ້ແມ່ນບໍ່ມີຮ້ານອາຫານ, ຕ້ອງໄດ້ກຽມໄປເອງ ແນ່ນອນວ່າການກິນເຂົ້າປ່າແມ່່ນແຊບຊ້ອຍທັງໄດ້ຄວາມສາມັກຄີ ແລະ ປ່ຽນແປງບັນຍາກາດໄປນໍາດ້ວຍ ທີ່ສໍາຄັນຢ່າລືມຮັກສາຄວາມສະອາດຊ່ວຍກັນ ເພື່ອເຮັດໃຫ້ທໍາມະຊາດທີ່ສວຍງາມຄົງຢູ່ ແລະ ຄຽງຄູ່ໃຫ້ເຮົາໄດ້ຊື່ນຊົມຕະຫລອດໄປ.

ເມື່ອໄປສະຖານທີ່ແຫ່ງນີ້ ທີ່ພາດບໍ່ໄດ້ເລີຍນັ້ນກໍຄືການເກັບພາບ ຂອງນໍ້າຕົກທີ່ສວຍງາມ ພ້ອມກັບວິວຂອງຕົ້ນໄມ້ໃບຫຍ້າທີ່ອຸດົມສົມບູນ ໃຊ້ເວລາຢູ່ກັບທໍາມະຊາດ ດື່ມດໍ່າຄວາມງົດງາມ ແລະ ອາກາດບໍລິສຸດໃຫ້ເຕັມປອດ ເປັນການສໍາຜັດ, ສໍາຫລວດ ຄວາມມະຫັດສະຈັນຂອງທໍາມະຊາດໄປໃນຕົວເລີຍ.

ນອກຈາກຄວາມງົດງາມຂອງຕາດຊ່ວງແລ້ວ ທຸກຄົນຍັງຈະໄດ້ເຫັນຄວາມງົດງາມຂອງອ່າງນຳ້ຊ່ວງທີ່ມີດອນຕ່າງໆຢູ່ກາງນໍ້າ ແລະ ຕົ້ນໄມ້ໃບຂຽວທີ່ອ້ອມຮອບຕາມແຄມນໍ້າ ເຕັມໄປດ້ວຍຄວາມສວຍງາມ ແລະ ສາມາດຊົມຕາເວັນຄ້ອຍຄໍ່າຍາມແລງທີ່ໃກ້ຈະຕົກດິນ ທໍ່ແສງລົງໃສ່ຫນ້ານໍ້າເປັ່ງປະກາຍລະຍິບ ລະຍັບ ໃຫ້ຄວາມຮູ້ສຶກຜ່ອນຄາຍຄວາມຕຶງຄຽດໄດ້.

ທຸກໆການເດີນທາງແມ່ນບໍ່ເຄີຍສູນເປົ່າ ອາດຈະອິດເມື່ອຍ ແຕ່ຢ່ງຫນ້ອຍເຮົາກໍໄດ້ເຫັນ,ໄດ້ຮຽນຮູ້ໃນສິ່ງທີ່ບໍ່ເຄີຍເຫັນມາກ່ອນ, ໄດ້ມິດຕະພາບຈາກເພື່ອນຮ່ວມທາງ ແລະ ທີ່ສໍາຄັນຄືການໄດ້ກໍາໄລຊີວິດ ໃນການທ່ອງທ່ຽວໃນໂລກກວ້າງອັຍສະຫຼັບຊັບຊ້ອນແຫ່ງນີ້ ວ່າມີອີກຫລາຍສິ່ງຫລາຍຢ່າງທີ່ເຮົາຈະຕ້ອງພົບພໍ້ ແລະ ຮຽນຮູ້ທີ່ຈະຢູ່ກັບມັນ.