ຂ່າວດີ! 129 ຄົນ ຢູ່ສະຫວັນນະເຂດໄດ້ກັບບ້ານແລ້ວ

506

ສະຖານະການແຜ່ລະບາດຂອງໂຄວິດ19ໃນຕອນນີ້ຈະຍັງຄົງຢູ່ໃນພາວະທີ່ໜັກໜ່ວງ ໃນຂອບເຂດທົ່ວປະເທດ ແຕ່ວ່າຫຼາຍພາກສ່ວນກໍ່ໄດ້ເອົາໃຈໃສ່ຢ່າງເຕັມທີ່ ໂດຍສະເພາະກັບທີມແພດໝໍທີ່ເຮັດໜ້າທີ່ປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີ ແລະ ສົ່ງກັບບ້ານສູ່ອ້ອມກອດຄອບຄົວ ຖືເປັນຊ່ວງເວລາທີ່ໜ້າຍິນດີສຸດ.

ວັນທີ 21 ກັນຍາ 2021 ເວລາ ກໍ່ໄດ້ສົ່ງຜູ້ທີ່ປິ່ນປົວຫາຍດີຈາກພະຍາດໂຄວິດ-19 ຈຳນວນ 129 ກໍລະນີ ທີ່ໄດ້ຮັບການປິ່ນປົວດີ ຈາກໂຮງໝໍສະໜາມ ແພໄໝ 3 ຄົນ, ໂຮງໝໍສະໜາມ ວສສ 24 ຄົນ ແລະ ໂຮງໝໍສະໜາມ ໂນນສະຫວາດ 102 ຄົນ ເຂົ້າຮ່ວມໂດຍມີທີມແພດໝໍ ແລະ ຄອບຄົວຜູ້ກ່ຽວ.

ກ່ອນຈະມີການສົ່ງຕົວທີມແພດໝໍກ່າວແນະນຳວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດຫນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.

ທີມແພດໝໍຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.

 

ເຊີ່ງປະຈຸບັນຢູ່ແຂວງສະຫວັນນະເຂດມີຜູ້ຕິດເຊື້ອສະສົມ 6.622 ຄົນ, ຍັງຄ້າງສູນປິ່ນປົວ 856 ຄົນ, ປິ່ນປົວດີສະສົມ 5.766 ຄົນ ແລະ ເສັຍຊີວິດ 7 ຄົນ, ຍິງ 2 ຄົນ.

( ຂໍ້ມູນນີ້ 21 ກັນຍາ 2021)

 

ຂ່າວຈາກ: ພະແນກສາທາລະນະສຸກ ແຂວງ ສະຫວັນນະເຂດ