ອິນໂດເນເຊຍ ດຶງບໍລິສັດ LG-Hyundai ລົງທຶນຜະລິດໝໍ້ໄຟ ລົດ EV

162

ສຳນັກຂ່າວຕ່າງປະເທດລາຍງານວ່າ ບໍລິສັດແອລຈີ ເອເນີຈີ ໂຊໂລເຊິ່ນ ເຊິ່ງເປັນບໍລິສັດເຕັກໂນໂລຊີຍັກໃຫຍ່ຂອງ ສ. ເກົາຫຼີ ໄດ້ປະກາດຈັບມືກັບບໍລິສັດຮຸນໄດ ມໍເຕີ ລົງທຶນສ້າງຕັ້ງໂຮງງານຜະລິດແບັກເຕີຣີ (ໝໍ້ໄຟ) ໃນອິນໂດເນເຊຍ.


ທ່ານ ກີມ ຈອງ ຢອນ ຜູ້ບໍລິຫານ ບໍລິສັດແອລຈີ ກ່າວວ່າ: ພວກເຮົາຈະພັດທະນາໂຮງງານແຫ່ງນີ້ ໃຫ້ກາຍເປັນຖານການຜະລິດຫຼັກ ເພື່ອເຂົ້າເຖິງຕະຫຼາດລົດໄຟຟ້າ (ອີວີ) ບໍ່ພຽງແຕ່ພູມີພາກອາຊຽນ ແຕ່ຫວັງຈະສົ່ງອອກໄປທົ່ວໂລກ.
ໂຮງງານດັ່ງກ່າວມີມູນຄ່າການລົງທຶນທັງໝົດ 1,1 ຕື້ໂດລາສະຫະລັດ ໂດຍຕັ້ງເປົ້າຈະຜະລິດໝໍ້ໄຟ ທຽມໄອອອນ ສຳລັບລົດໄຟຟ້າດ້ວຍເຕັກໂນໂລຊີ NCMA ເຊິ່ງເປັນເຕັກໂນໂລຊີໃໝ່ທີ່ພັດທະນາຂຶ້ນໂດຍບໍລິສັດແອລຈີດ້ວຍການໃຊ້ນິກເກີ້ລເປັນອົງປະກອບຫຼັກໃນການຜະລິດເຖິງ 90% ເຊິ່ງອິນໂດເນເຊຍ ເປັນຜູ້ຜະລິດນິກເກີ້ລລາຍໃຫຍ່ທີ່ສຸດຂອງໂລກ.


ລາຍງານຍັງລະບຸວ່າ ໂຮງງານແຫ່ງນີ້ ຄາດວ່າ ຈະສາມາດດຳເນີນການຜະລິດໝໍ້ໄຟ ອີວີ ໄດ້ໃນປີ 2024 ໂດຍມີກຳລັງການຜະລິດເຊວແບັດເຕີຣີໄດ້ສູງເຖິງ 10 ກີກາວັດໂມງ (GWh) ເຊິ່ງພຽງພໍສຳລັບລົດໄຟຟ້າ 150.000 ຄັນ/ປີ ແລະ ຖ້າຫາກຕະຫຼາດມີຄວາມຕ້ອງການສູງກໍສາມາດຂະຫຍາຍກຳລັງການຜະລິດຂຶ້ນເປັນ 30 GWh ຕໍ່ປີ.

ໝໍ້ໄຟທີ່ຜະລິດໄດ້ ຈະສົ່ງມອບໃຫ້ແກ່ບໍລິສັດຮຸນໄດ ແລະ ເກຍ ເຊິ່ງໂຮງງານດັ່ງກ່າວນີ້ ຕັ້ງຢູ່ໃກ້ກັບໂຮງງານຜະລິດລົດອີວີຂອງບໍລິສັດຮຸນໄດ ເຊິ່ງຂະນະນີ້ ກຳລັງດຳເນີນການກໍ່ສ້າງ ແລະ ຄາດວ່າ ຈະໃຫ້ສຳເລັດ ແລະ ຜະລິດລົດອີວີ ໄດ້ໃນປີ 2022.


ສຳລັບໂຮງງານຜະລິດໝໍ້ໄຟລົດອີວີ ເປັນພຽງສ່ວນໜຶ່ງຂອງແຜນການລົງທຶນມູນຄ່າ 9,8 ຕື້ໂດລາສະຫະລັດ ທີ່ລັດຖະບານອິນໂດເນເຊຍໄດ້ເຊັນສັນຍາກັບບໍລິສັດແອລຈີໃນປີ 2020 ເພື່ອພັດທະນາອຸດສາຫະກຳແບັດເຕີຣີໃນອິນໂດເນເຊຍແບບຄົບວົງຈອນ.