‘’ກົດຂອງແວ່ນຄືການສະທ້ອນກັບມາ ແລະ ກົດຂອງເວລາຄືການບໍ່ຍ້ອນກັບໄປ’’ ອາຢາງ ສຸພັດຕາ MTL09

543

ທໍາຄວາມຮູ້ຈັກກັບ ສາວງາມຕາຄົມ ຈາກເວທີ Miss Teen Laos 2021 ເຊິ່ງເປັນເວທີຕາມຫາຄວາມຝັນຂອງສາວນ້ອຍໄວໃສ ເພື່ອເປັນປະຕູກ້າວເຂົ້າສູ່ວົງການບັນເທີງ ແລະ ເວທີລະດັບສາກົນ ຫນຶ່ງໃນຜູ້ຜ່ານເຂົ້າຮອບ 25ຄົນ ສຸພັດຕາ ໄຊຊະນະວົງເພັດ ຊື່ຫຼີ້ນ ອາຢາງ MTL09 ປັດຈຸບັນ ອາຍຸ 19ປີ, ນ້ຳຫນັກ 53kg, ລວງສູງ 166cm ກຳລັງຮຽນຢູ່ໂຮງຮຽນລຽວໂຕ້ ມາຈາກແຂວງນະຄອນຫຼວງວຽງຈັນ

ອາຢາງ ໄດ້ໃຫ້ສໍາພາດກັບທີ່ຂ່າວບັນເທິງວ່າ: ຜ່ານມາບໍ່ເຄີຍຜ່ານການປະກວດຫຍັງມາກ່ອນເລີຍ ເວທີນີ້ເປັນເວທີ່ທຳອິດທີ່ເປີດໂອກາດໃຫ້ຕົນໄດ້ເດີນຕາມຄວາມຝັນ ເຖິງແມ່ນວ່າຈະເປັນກ້າວທຳອິດຂອງນ້ອງກໍຕາມ,ນ້ອງກໍມີຄວາມໄຝ່ຝັນ ແລະ ຢາກພັດທະນາຕົນເອງ, ຝຶກຝົນຕົນເອງໃຫ້ມີຄວາມພ້ອມ ແລະ ເຫມາະສົມທີ່ຈະມາເປັນ  Miss Teen Laos 2021  ເປັ່ງປະກາຍດວງດາວແຫ່ງຍຸກສະໄຫມຄົນຕໍ່ໄປ ແລະ ຈະສານຝັນຂອງໂຕເອງໃຫ້ສຳເລັດໃນວົງການບັນເທິງ.

ອາຢາງເອງມີຄໍາຄົມປະຈໍາໃຈຄື  “ ກົດຂອງແວ່ນຄືການສະທ້ອນກັບມາ ແລະ ກົດຂອງເວລາຄືການບໍ່ຍ້ອນກັບໄປ “ ສະນັ້ນກ່ອນຈະລົງມືເຮັດສິ່ງໃດ ສິ່ງນັ້ນເຮົາຕ້ອງຫມັ້ນໃຈ ແລະ ຄິດໄວ້ດີແລ້ວ ເພາະທຸກການກະທໍາທີ່ໄດ້ລົງມືເຮັດໄປ ແມ່ນບໍ່ສາມາດກັບໄປແກ້ໄຂມັນໄດ້ ສະນັ້ນເມື່ອໄດ້ຮັບໂອກາດ ກໍຈົ່ງຕັ້ງໃຈ ແລະ ເຮັດໃຫ້ເຕັມທີ່ ແລ້ວເຮົາຈະບໍ່ເສຍໃຈ ເມື່ອການເວລາຜ່ານໄປ ເພາະເຮົາໄດ້ເຮັດດີທີ່ສູດແລ້ວ.

ສໍາລັບ ຈຸດເດັ່ນຂອງຕົນເອງ ອາຢາງຄິດວ່າມັນຄືການທີ່ລົງມືເຮັດທຸກຢ່າງ ແລະ ທຸກວິນາທີ່ອອກມາໃຫ້ດີທີ່ສຸດ, ຄວາມໝັ້ນໃຈ ແລະ ຕັ້ງໃຈເຮັດມັນອອກມາຈາກໃຈຈິງໃຫ້ທຸກຄົນ ແລະ ກໍາມະການເຫັນ ເຊິ່ງມັນຈະເປັນຄວາມຈິງໃຈ ແລະ ເປັນຕົວຕົນຂອງເຮົາແທ້ໆ ເຊື່ອວ່າທຸກຄົນຈະເຫັນຈະຕ້ອງປະທັບໃຈ ແລະ ເອົາຊະນະໃຈທຸກຄົນໄດ້ຢ່າງແນ່ນອນ.

ສ່ວນການກຽມຕົວກ່ອນເຂົ້າປະກວດ ການກຽມຕົວໂດຍພື້ນຖານເລີຍຄື ຝຶກການເວົ້າ, ການຍ່າງ, ຝຶກຕອບຄໍາຖາມ ແລະ ສຳຄັນຄືການຝຶກທັດສະນະຄະຕິຂອງໂຕເອງໃຫ້ດີຂື້ນໄປກວ່າເກົ່າ ໃນທີນີ້ຄືການປັບ Mineset(ແນວຄວາມຄິດ) ຂອງຕົນເອງໃຫ້ຄິດບອກ ແລະ ກ້າຄິດກ້າເວົ້າໃນສິ່ງທີ່ເປັນປະໂຫຍດ ແລະ ສິ່ງທີ່ດີຫລາຍຂຶ້ນ.

ກິດຈະກຳຍາມວ່າງນ້ອງມັກຈະນັດໝູ່ ໄປຫຼີ້ນກິລາເປັນຕົ້ນແມ່ນຕີດອກປີກໄກ່ ຫຼື ບານບ້ວງ , ບາງເວລາກໍມັກໄປນັ່ງຮຽນໜັງສືຕາມສະຖານທີ່ cafe ຕ່າງໆ ສຸດທ້າຍນີ້ອາຢາງຂໍຝາກທຸກຄົນຊ່ວຍສົ່ງແຮງເຊຍ ກໍາລັງໃຈໃນການກົດໄລ້ ກົດແຊ ແລະ ໂຫວດ ໃຫ້ອາຢາງແດ່ເດີ້ MTL09 ສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວຕ່າງໆຂອງອາຢາງໄດ້ຜ່ານທາງ ເຟສບຸກສ່ວນຕົວ Ayang Souphatta ແລະ ເພຈຂອງກອງປະກວດ Miss Teen Laos 2021.

ຮູບ: Ayang Souphatta