ຍອດສົ່ງອອກເດືອນສິງຫາ ຂອງອິນໂດເນເຊຍ ເພີ່ມຂຶ້ນກວ່າ 64%

121

ສູນສະຖິຕິແຫ່ງຊາດອິນໂດເນເຊຍ ເປີດເຜີຍວ່າ: ຍອດມູນຄ່າການສົ່ງອອກຂອງອິນໂດເນເຊຍ ໃນເດືອນສິງຫາ 2021 ບັນລຸ 21,4 ຕື້ກວ່າໂດລາສະຫະລັດ ເພີ່ມຂຶ້ນ 64,1% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ແລະ ເປັນສະຖິຕິສູງທີ່ສຸດ.

ສິນຄ້າສົ່ງອອກຫຼາຍກວ່າໝູ່ 3 ອັນດັບທຳອິດ ໄດ້ແກ່: ນ້ຳມັນປາມ, ຖ່ານຫີນ ແລະ ແກັສທຳມະຊາດ ເພີ່ມຂຶ້ນຫຼາຍກວ່າ 100%, ຕາມມາດ້ວຍແຮ່ທອງແດງ ແລະ ເຫຼັກ ໂດຍລາຄາຖ່ານຫີນ ແລະ ນ້ຳມັນປາມໃນຕະຫຼາດໂລກເພີ່ມຂຶ້ນສູງ ເນື່ອງຈາກມີຄວາມຕ້ອງການສູງ.

ສ່ວນຍອດການນຳເຂົ້າໃນເດືອນສິງຫາບັນລຸ 16,6 ກວ່າຕື້ໂດລາສະຫະລັດ ເຮັດໃຫ້ອິນໂດເນເຊຍເກີນດຸນການຄ້າໃນເດືອນສິງຫາ ຢູ່ທີ່ 4,8 ກວ່າຕື້ໂດລາສະຫະລັດ.

ແນວໃດກໍຕາມ, ນັກວິເຄາະຄາດການວ່າ: ຕາບໃດຕະຫຼາດຈີນຍັງມີຄວາມແຂງແກ່ນ, ການສົ່ງອອກຂອງອິນໂດເນເຊຍ ຍັງຈະເພີ່ມຂຶ້ນ, ໃນຂະນະດຽວກັນ ເມື່ອລັດຖະບານເລີ່ມຜ່ອນຜັນມາດຕະການຄວບຄຸມໂຄວິດ – 19 ກໍຈະເຮັດໃຫ້ຄວາມຕ້ອງການພາຍໃນເພີ່ມຂຶ້ນ ແລະ ຍອດນຳເຂົ້າສິນຄ້າກໍຈະເພີ່ມຂຶ້ນ ແລະ ຍອດເກີນດຸນການຄ້າກໍຈະຫຼຸດລົງ.