ຢ່າປ່ອຍໃຫ້ເປັນພຽງແຕ່ຄວາມຝັນ ຈົ່ງລົງມືເຮັດ ເປົ້າຫມາຍ ເປ້ ຈິນຕະນາ MTL24

815

ຄວາມໄຝ່ຝັນຂອງສາວນ້ອຍຄົນນີ້ແມ່ນການທີ່ໄດ້ເຮັດໃນສິ່ງທີ່ຕົນເອງຮັກ, ການເຮັດວຽກໃນວົງການບັນເທີງ ບໍ່ວ່າຈະເປັນເດີນແບບ, ນັກສະແດງ ແລະ ທີສໍາຄັນຄືການໄດ້ຄອບຄອງມຸງກຸດອັນຊົງກຽດໃນເວທີ Miss Teen Laos ເປັ່ງປະກາຍດວງດາວແຫ່ງຍຸກສະໄຫມ ແນະນໍາ ເປ້ ຈິນຕະນາ ສຸວັນມະນີ MTL24 ຜູ້ຜ່ານເຂົ້າຮອບ 25ຄົນໃນເວທີ Miss Teen Laos 2021 ປັດຈຸບັນ ອາຍຸ 17 ປີ ຈາກແຂວງສະຫວັນນະເຂດ, ກຳລັງຮຽນຢູ່ທີ່ໂຮງຮຽນສາມັນສຶກສາ ມິດຕະພາບລາວ-ຫວຽດນາມ.

ເປ້ບໍ່ເຄີຍປະກວດເວທີໃດມາກ່ອນມາມິສທິນເປັນບ່ອນທຳອິດ ແລະ  ເປ້ກໍຢາກເຮັດຕາມຄວາມຝັນຂອງເປ້ເອງ ຢາກໃຫ້ບັນລຸເປົ້າໝາຍທີ່ເຮົາວາງໄວ້ ກໍຄືຕອນນີ້ລະເປ້ກໍພະຍາຍາມເຝິກຝົນຕົນເອງໃຫ້ເປັນຄົນທີ່ເກັ່ງ ເພື່ອໃຫ້ເປ້ເປັນຄົນທີ່ເໝາະສົມທີ່ສຸດໃນການໄດ້ຮັບຕຳແໜ່ງ Miss Teen Laos 2021ນີ້ ແລະ ເປ້ເຊື່ອວ່າທຸກສິ່ງມັນຍ່ອມເປັນໄປໄດ້ຖ້າເຮົາລົງມືເຮັດ ຄືຄໍາຄົມທີ່ເປ້ໃຊ້ມາສະເຫມີກໍຄື ‘’ຢ່າປ່ອຍໃຫ້ເປັນພຽງແຕ່ຄວາມຝັນ ຈົ່ງລົງມືເຮັດ ເພາະຄວາມສໍາເລັດ, ຄວາມສຸກເກີດຈາກເຮົາເປັນຄົນສ້າງ’’.

ສໍາລັບ ສິ່ງທີ່ເປ້ຢາກໂຊອອກມາໃຫ້ທຸກຄົນໄດ້ເຫັນນັ້ນກຄືຢາກໃຫ້ເຫັນເຖິງຄວາມຕັ້ງໃຈ ແລະ ຄວາມພະຍາຍາມຂອງເປ້ໃນການເຮັດສິ່ງຕ່າງໆ ແລະ ເປ້ກໍຈະສະແດງຢູ່ເທິງເວທີມື້ນັ້ນອອກມາໃຫ້ດີທີ່ສຸດ ໃຫ້ທຸກຄົນໄດ້ເຫັນວ່າເປ້ເຮັດໄດ້ ແລະ ສິ່ງທີ່ເປ້ຈະເອົາຊະນະໃຈກຳມະການແມ່ນຄວາມເປັນໂຕເອງ ເພາະເປ້ເຊື່ອວ່າຖ້າເຮົາເປັນໂຕຂອງເຮົາເອງ ແລະ ສະແດງອອກມາໃຫ້ເຕັມທີ່, ເຮັດໃຫ້ດີທີ່ສຸດ ເປ້ຄິດວ່າສິ່ງນີ້ແລະທີ່ຈະສາມາດມັດໃຈກໍາມະການໄດ້ແນ່ນອນ ແລະ ກໍຈະເຮັດໃຫ້ກຳມະການເຫັນວ່າເປ້ເຫມາະສົມທີ່ສຸດທີ່ຈະໄດ້ຮັບຕຳແໜ່ງ.

ກ່ອນເຂົ້າປະກວດເປ້ກຽມຕົວຫຼາຍເລີຍ ມີທັງການຊ້ອມຍ່າງ, ເບິ່ງ ແລະ ຊ້ອມການຕອບຄໍາຖາມ, ບຸກຄະລິກກະພາບ, ຄວາມສາມາດພິເສດຕ່າງໆ ແລະ ເປ້ກໍຊ້ອມມາຕະຫຼອດຕັ້ງແຕ່ລົງສະໝັກ ແລະ ຕອນນີ້ເປ້ກໍຍັງຕັ້ງໃຈຊ້ອມທຸກສິ່ງທຸກຢ່າງ ແລະ ເປ້ຈະຊ້ອມແບບນີ້ໄປເລື້ອຍໆ.

ຖ້າໄດ້ຮັບຕຳແໜ່ງ Miss Teen Laos2021ນີ້ ເປ້ຢາກຈະຊ່ວຍເປັນກະບອກສຽງໃຫ້ກັບຄົນ ຫຼື ເດັກນ້ອຍທີ່ດ້ອຍໂອກາດໃນດ້ານການເວົ້າ,ໃນດ້ານການອອກຄວາມຄິດເຫັນຕ່າງໆ ແລະທີ່ສຳຄັນແມ່ນຢາກຊ່ວຍເດັກນ້ອຍທີ່ດ້ອຍໂອກາດທາງດ້ານການສຶກສາ ເພາະຍັງມີເດັກນ້ອຍຈຳນວນຫຼາຍທີ່ກືກໜັງສືຍ້ອນຫຼາຍປັດໄຈ ເປ້ຢາກໃຫ້ເຂົາເຈົ້າໄດ້ຮັບການສຶກສາທີ່ດີ ເພາະການຮຽນຮູ້ສຳຄັນຫຼາຍຕໍ່ເຂົາເຈົ້າມັນຈະສອນໃຫ້ເຂົາເປັນຄົນດີ, ສະຫຼາດ ເຕີບໃຫຍ່ຂຶ້ນມາເປັນຜູ້ໃຫຍ່ທີ່ມີຄຸນນະພາບ ແລະ ເປັນກຳລັງສຳຄັນຂອງປະເທດຊາດເຮົາ.

ຍາມວ່າງເປ້ມັກຊ້ອມເຕັ້ນ ເພາະມັນເປັນການອອກກຳລັງກາຍໄປໃນໂຕເລີຍ, ຊ້ອມເດີນແບບ,ເບິ່ງວິດີໂອຕອບຄຳຖາມ ສໍາລັບເປ້ເປັນຄົນທີ່ມັກແຕ່ງໂຕຫຼາຍ ແລະ ສາມາດແຕ່ງໄດ້ທຸກສະຕາຍບໍ່ວ່າຈະເປັນ: ເທ້, ຫວານ, ເຊັກຊີ້ ກໍແຕ່ງໄດ້ໝົດ ຂຶ້ນກັບສະຖານະການ ແລະ ສະຖານທີ່ນັ້ນໆ ເປ້ກໍຈະມີໄອດໍ້ໃນການແຕ່ງໂຕຂອງເປ້ ແລະ ເປ້ກໍຈະເບິ່ງເຂົາແລ້ວເອົາມາແຕ່ງໃນແບບຂອງເປ້ເອງເພື່ອໃຫ້ເຮົາມີເອກະລັກເປັນຂອງເຮົາເອງ, ເປ້ຮູ້ສຶກມີຄວາມສຸກທີ່ເວລາທີ່ໄດ້ແຕ່ງໂຕຫຼາຍໆແບບ.

ສຸດທ້າຍນີ້ກໍຂໍຝາກໃຫ້ທຸກຄົນຕິດຕາມຜົນງານຂອງເປ້ ແລ້ວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ເປ້ສາວສະຫວັນນະເຂດຄົນນີ້ແນ່ເດີ້ ຝາກເປ້ໄວ້ໃນຫົວໃຈດວງນ້ອຍໆຂອງທຸກຄົນນຳແນ່ເດີ້ ເປ້ຈະຕັ້ງໃຈເຝິກຊ້ອມ ແລະ ພັດທະນາຕົນເອງໃຫ້ເກັ່ງຂຶ້ນເລື້ອຍໆ ແລະ ຢາກໃຫ້ທຸກຄົນຈົ່ງເຊື່ອໃຈວ່າເປ້ເຮັດໄດ້ແນ່ນອນ ທຸກຄົນນຢ່າຟ້າວລືມກັນເດີ້ ເປ້ ຈິນຕະນາ ສຸວັນມະນີ MTL24 . And then i want to say thank you to the people who always cheered and supported me ເຟສບຸກ  Chintana Souvanmany.

 

ຮູບ: Chintana Souvanmany.