ນະຄອນຫຼວງພະບາງ ແຈ້ງຫ້າມບໍ່ໃຫ້ໄປອອກກໍາລັງກາຍຢູ່ເດີ່ນທາດຫຼວງເດັດຂາດ

0
661

ເນື່ອງຈາກການລະບາດຂອງພະຍາດໂຄວິດ19 ທີ່ແຜ່ລາມໄປຫຼາຍແຂວງແລ້ວໃນລາວ ໜຶ່ງໃນນັ້ນ ແຂວງຫຼວງພະບາງເມືອງ ມໍລະດົກໂລກ ກໍພົບຜູ້ຕິດເຊື້ອໂຄວິດ19 ເຊັ່ນກັນ ເຊິ່ງທາງຄະນະຮັບຜິດຊອບກໍບໍ່ໄດ້ຢູ່ເສີຍ ອອກແຈ້ງການມາດຕະການເພື່ອສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດ


ຫຼ້າສຸດ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ພະຍາດໂຄວິດ19 ໄດ້ອອກແຈ້ງການ ຫ້າມບໍ່ໃຫ້ໄປອອກກໍາລັງກາຍ ແລະ ຫຼິ້ນກິດຈະກໍາຕ່າງໆຢູ່ທີ່ ເດີ່ນທາດຫຼວງ ນະຄອນ ຫຼວງພະບາງ.
ອີງຕາມ ທິດຊີ້ນໍາຂອງຄະນະສະເພາະກິດຂັ້ນແຂວງຫຼວງພະບາງ ຄັ້ງວັນທີ 15/3/2021 ແລະ ອີງຕາມ ທາມລາຍຂອງຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໃນຊຸມຊົນ ໄດ້ມີການເຄື່ອນໄຫວຢູ່ເດີ່ນທາດຫຼວງ.


ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະບາດ ໂຄວິດ-19 ຂັ້ນນະຄອນ ຫຼວງພະ ບາງ ຂໍແຈ້ງມາຍັງທ່ານຊາບດັ່ງນີ້: ຫ້າມປະຊາຊົນບັນດາເຜົ່າ, ໄວຫນຸ່ມ, ນັກຮຽນ-ນັກສຶກສາ ເຂົ້າໄປອອກກໍາລັງກາຍກາງ ແຈ້ງຢູ່ທີ່ເດີ່ນທາດຫຼວງ ເປັນເດັດຂາດ ເຊັ່ນ: ເຕະບານ, ເຕະກະຕໍ້, ຫຼິ້ນບານສົ່ງ, ຂີ່ສະເກັດບອດສ໌ ແລະ ກິລາອື່ນໆ.


ເນື່ອງ ຈາກວ່າທາມລາຍຂອງຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ມີການເຄື່ອນໄຫວອອກກໍາລັງກາຍຢູ່ສະຖານທີ່ດັ່ງກ່າວ.
ດັ່ງນັ້ນ, ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນ ມີຄວາມປອດໄພ ແລະ ບໍ່ໃຫ້ມີຜົນກະທົບຕໍ່ຊີວິດ, ສຸຂະພາບ ຂອງພວກທ່ານ ຈິ່ງຂໍແຈ້ງມາຍັງທຸກພາກສ່ວນຈົ່ງໃຫ້ການຮ່ວມມື ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການຂອງຄະນະສະເພາະກິດຢ່າງ ເຂັ້ມງວດ.


ຫມາຍເຫດ: ຖ້າຫາກບຸກຄົນໃດຫາກຍັງຝ່າຝືນເຊິ່ງເປັນເຫດທີ່ພາໃຫ້ເກີດການແຜ່ເຊື້ອເປັນວົງກ້ວາງແມ່ນຈະຖືກ ປັບໃຫມ ແລະ ດໍາເນີນຄະດີຕາມລະບຽບກົດຫມາຍ.

LEAVE A REPLY

Please enter your comment!
Please enter your name here