ປະຊາຄົມໂລກ ຮ່ວມສະໜັບສະໜູນເງິນ 1,2 ພັນລ້ານໂດລາ ຊ່ວຍອັຟການິດສະຖານ

279

ສຳນັກຂ່າວຕ່າງປະເທດລາຍງານວ່າ ປະຊາຄົມໂລກໄດ້ຮ່ວມກັນບໍລິຈາກເງິນ ເພື່ອຊ່ວຍເຫຼືອດ້ານມະນຸດສະທຳໃນອັຟການິດສະຖານ, ຂະນະທີ່ສະຫະປະຊາຊາດອອກມາເຕືອນ ຄວາມທຸກຍາກໃນອັຟການິດສະຖານກຳລັງທະວີ ຄວາມຮຸນແຮງຂຶ້ນ.
ທັງນີ້ ສປຊ ໄດ້ຈັດກອງປະຊຸມລະດົມທຶນ ເພື່ອຊ່ວຍເຫຼືອດ້ານມະນຸດສະທຳໃນອັຟນິດສະຖານ ໂດຍ ສປຊ ໄດ້ຂໍໃຫ້ນານາຊາດສະໜັບສະໜູນເງິນ 606 ລ້ານໂດລາສະຫະລັດ ແຕ່ຍອດບໍລິຈາກທະລຸ 1,2 ພັນລ້ານໂດລາສະຫະລັດ.

ທ່ານ ອັນໂຕນີໂອ ກູແຕເຣສ ເລຂາທິການ ສປຊ ກ່າວວ່າ: ຂະນະນີ້ ອັຟການິດສະຖານ ກຳລັງປະເຊີນກັບວິກິດດ້ານມະນຸດສະທຳຄັ້ງຮຸນແຮງທີ່ສຸດ ຫຼັງຈາກທີ່ຕ້ອງປະເຊີນກັບສົງຄາມແກ່ຍາວມາຫຼາຍທົດສະວັດ ເຊິ່ງຄວາມທຸກຈົນໃນຂະນະນີ້ອາດເປັນໄລຍະເວລາທີ່ອັນຕະລາຍທີ່ສຸດ.

ເລຂາທິການ ສປຊ ກ່າວອີກວ່າ: ອັດຕາຄວາມທຸກຍາກໃນອັຟການິດສະຖານ ກຳລັງເພີ່ມຂຶ້ນ, ຂະນະທີ່ການບໍລິການສາທາລະນະສຸກກໍໃກ້ຈະຫຼົ້ມສະຫຼາຍ, ຜູ້ຄົນຈຳນວນຫຼວງຫຼາຍບໍ່ມີອາຫານການກິນເພື່ອລ້ຽງຊີບຕໍ່ໄປ, ເລຂາທິການ ສປຊ ຍັງຮຽກຮ້ອງໃຫ້ຕາລີບັນອຳນວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ຂອງ ສປຊ ເພື່ອເຂົ້າໄປຊ່ວຍເຫຼືອຊາວອັຟການິດສະຖານຜູ້ທຸກຍາກ ແລະ ຕ້ອງການຄວາມຊ່ວຍເຫຼືອ ໂດຍປາສະຈາກການຂັດຂວາງຂອງຕາລີບັນ.
ທັງນີ້ 1/3 ຂອງຈຳນວນເງິນດັ່ງກ່າວ ຈະນຳໄປໃຊ້ເຂົ້າໃນໂຄງການອາຫານໂລກ ເພື່ອຈັດຫາອາຫານໃຫ້ແກ່ຊາວອັຟການິດສະຖານ ເພາະມີຄົນຈຳນວນຫຼວງຫຼາຍບໍ່ມີຊ່ອງທາງເຂົ້າເຖິງເງິນສົດ ເພື່ອຊື້ອາຫານການກິນ ແລະ ສິ່ງຂອງຈຳເປັນໄດ້ຢ່າງພຽງພໍ.