ຈີນ ຈະຊ່ວຍເຫຼືອດ້ານມະນຸດສະທຳແກ່ອັຟການິດສະຖານ

234

ສຳນັກຂ່າວຕ່າງປະເທດລາຍງານວ່າ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ໄດ້ອອກຖະແຫຼງການວ່າ ລັດຖະບານຈີນ ຈະມອບເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ອັຟການິດສະຖານ ເຊິ່ງຂະນະນີ້ຢູ່ພາຍໃຕ້ການປົກຄອງຂອງລັດຖະບານສະເພາະການ ( ຮັກສາການ ) ພາຍໃຕ້ການນຳຂອງກຸ່ມຕາລີບັນ.

ການຊ່ວຍເຫຼືອດັ່ງກ່າວມີທັງເຄື່ອງອຸປະໂພກ – ບໍລິໂພກ ແລະ ວັກແຊັງປ້ອງກັນໂຄວິດ – 19 ຈຳນວນ 3 ລ້ານໂດສ ມີມູນຄ່າທັງໝົດ 31 ລ້ານໂດລາສະຫະລັດ, ແນວໃດກໍຕາມ ການສົ່ງມອບການຊ່ວຍເຫຼືອດັ່ງກ່າວຍັງບໍ່ຮູ້ຈະມີຂຶ້ນເມື່ອໃດ.

ກ່ອນໜ້ານີ້, ທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ ລັດຖະມົນຕີກະຊວງການຕ່າງປະເທດຈີນ ກ່າວວ່າ: ສະຫະລັດອາເມຣິກາ ແລະ ພັນທະມິດຄືກຸ່ມປະເທດທີ່ຈະຕ້ອງມີຄວາມຮັບຜິດຊອບໃນລະດັບສູງ ໃນການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ເສດຖະກິດໃຫ້ແກ່ອັຟການິດສະຖານ, ນອກຈາກນີ້ຕ້ອງເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງອັຟການິດສະຖານນຳອີກ.