ເຫັນຮອຍຍີ້ມແລ້ວຊື່ນໃຈ ຕ້ອງຄົນນີ້ ຕາວັນ ສຸດທິວົງ Mister 06 ເປັນ 1 ໃນ 20 ຄົນສຸດທ້າຍເຊຍໆກັນແນ່

681

ສິ່ງທີ່ຫນຸ່ມຄົນນີ້ຈະເຮັດ ເພື່ອປະກອບສ່ວນໃນການຊ່ວຍເຫລືອສັງຄົມ ເມື່ອໄດ້ຕໍາແຫນ່ງອັນຊົງກຽດຈາກເວທີ Mister Laos Mister International Laos2021 ຄືຈະປະກອບສ່ວນຊ່ວຍເຫຼືອສັງຄົມ ຢາກເປັນຕົວແທນໃຫ້ຄຳແນະນຳແກ່ສັງຄົມກ່ຽວກັບການປ້ອງກັນ ສະກັດກັ້ນ ພະຍາດໂຄວິດ-19 ທີ່ກຳລັງລະບາດຢູ່ຕອນນີ້ ເຊັ່ນວ່າ: ການເຮັດຄຣິບວີດີໂອແນະນຳເລື່ອງຕ່າງໆກ່ຽວກັບການປ້ອງ, ກັນສະກັດກັ້ນ ສິ່ງທີ່ຢາກຈະແນະນຳກໍຄື: ການເຊີນຊວນ,  ປຸກລະດົມໃຫ້ສັງຄົມຕ້ອງໃຫ້ສັກຢາຄົົບໂດສ ແລະ ມີບັດຂຽວ, ຕ້ອງໃສ່ແມສ (ຕະຫຼອດເວລາເມື່ອຢູ່ບ່ອນທີ່ມີຜູ້ຄົນຫຼາຍ), ຕ້ອງວັດແທກອຸນຫະພູມທຸກຄັ້ງ ແລະ ລ້າງມືດ້ວຍເຈວເອວກໍຮໍທຸກຄັ້ງກ່ອນທີ່ຈະເຂົ້າໄປສະຖານທີ່ໃດໜຶ່ງ ແລະ ການປ້ອງກັນອື່ນໆອີກຫຼາຍຢ່າງ… ເພື່ອຈະຊ່ວຍໃຫ້ເຊື້ອພະຍາດນີ້ຫລຸດຜ່ອນ ແລະ ຫາຍໄປ ເຮັດໃຫ້ເຮົາສາມາດກັບມາໃຊ້ຊີວິດປົກກະຕິແບບໃໝ່ໂດຍໄວ.

ນີ້ແລຄືເປົ້າຫມາຍຂອງຫນຸ່ມ ຕາວັນ ສຸດທິວົງ  ຫລື ໂບ່ລິ້ງ  ປັດຈຸບັນອາຍຸ 20ປີ, ຜູ້ເຂົ້າປະກວດໝາຍເລກ Mister 06 ຕົວແທນຈາກນະຄອນຫຼວງວຽງຈັນ, ອາຊີບນັກສຶກສາ ປະຈຸບັນແມ່ນສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ, ຄະນະ ນິຕິສາດ ແລະ ລັດຖະສາດ ພາກວິຊາກົດໜາຍແພ່ງ ປີທີ2.

ໂບ່ລິ້ງໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ຄວາມຮູ້ສຶກທໍາອິດເລີຍທີ່ຮູ້ວ່າຕົນເອງຜ່ານເຂົ້າຮອບ Top20 ກໍຮູ້ສຶກດີໃຈຫຼາຍເລີຍ ບໍ່ຄິດວ່າຈະຜ່ານເຂົ້າຮອບ ເພາະຕື່ນເຕັ້ນແຮງ ແລະຢ້ານເຮັດອອກມາບໍ່ດີ ແຕ່ສຸດທ້າຍກໍສາມາດຜ່ານເຂົ້າຮອບTop20ໄດ້.

ເວທີ Mister Laos Mister International Laos 2021 ເປັນເວທີທໍາອິດ ທີ່ນ້ອງໄດ້ມາປະກວດ ຄວາມໃຝ່ຝັນຂອງນ້ອງຄື: ນ້ອງຢາກເປັນນາຍແບບ, ນັກສະແດງ, ຢາກພັດທະນາຕົນເອງໃຫ້ກາຍເປັນຄົນທີ່ກ້າສະແດງອອກ ແລະ ກ້າເຮັດໃນສິ່ງທີ່ບໍ່ເຄີຍເຮັດມາກ່ອນ ນ້ອງຈຶ່ງກ້າວເຂົ້າມາປະກວດໃນເວທີ Mister Laos Mister International Laos 2021 ເວທີນີ້.

ຄະຕິປະຈຳໃຈຂອງນ້ອງກໍຄື ‘’ສິ່ງໃດທີ່ບໍ່ທັນໄດ້ລົງມືເຮັດ ບໍ່ຟ້າວໄປຕັດສິນວ່າຈະເຮັດມັນບໍ່ໄດ້ “ຕ້ອງລອງເຮັດເບິ່ງກ່ອນ” ວ່າຈະໄດ້ ຫຼື ບໍ່ໄດ້ ດັ່ງນັ້ນນ້ອງຈຶ່ງຕັດສິນໃຈລົງປະກວດ ເພື່ອທ້າທາຍຄວາມສາມາດຂອງຕົນເອງທີ່ມີວ່າ ເຮັດໄດ້ສ່ຳໃດ ແລະ ເຮົາມີສັກກະຍະພາບຫຍັງແດ່ ທີ່ຍັງບໍ່ທັນເປີດເຜີຍອອກມາ ເຊິ່ງເວທີນີ້ກໍໄດ້ເປີດໂອກາດໃຫ້ນ້ອງໄດ້ເຮັດໃນສິ່ງທີ່ບໍ່ເຄີຍເຮັດມາກ່ອນເລີຍ.

ສິ່ງທີ່ເປັນຄວາມສາມາດຂອງນ້ອງທີ່ຢາດຈະໂຊອອກສູ່ສາຍຕາທຸກຄົນກໍຄື : ນ້ອງມັກຮັກໃນສິລະປະ, ມັກຮ້ອງເພງ (ເຖິງສິຮ້ອງບໍ່ມ່ວນກໍຕາມ), ມັກດີດກີຕ້າ ແລະ ສິ່ງທີ່ນ້ອງຢາກໂຊທີ່ສຸດກໍຄື: ການໂຊສິລະປະຕີກອງຫາງ ເພາະນ້ອງເຄີຍເຂົ້າຮ່ວມໃນການຫລິ້ນຈາກໂຮງຮຽນມໍປາຍມາກ່ອນ ນ້ອງຈຶ່ງຢາກຈະໂຊຄວາມສາມາດນີ້ ແລະ ສໍາລັບຈຸດເດັ່ນທີ່ຈະເອົາຊະນະໃຈກຳມະການ ນ້ອງຄິດວ່ານ້ອງມີຮຸ່ນທີ່ດີໃນລະດັບໝຶ່ງ, ເປັນຄົນໃສໆ ແລະ ມີຮອຍຍິ້ມທີ່ຫວານເຊື່ອວ່າຈະສາມາດເປັນສະເໜ່ສາຍຕາຂອງຫຼາຍຄົນ ແລະ ໄດ້ຕຳແໜ່ງ The Winner ມາຄອງ.

ສໍາລັບ ມີການກະກຽມຄວາມພ້ອມຄື: ກຽມຄວາມສາມາດພິເສດ, ກຽມເລື່ອງຫຸ່ນ ເພາະນີ້ຄືສິ່ງທີ່ຂາດບໍ່ໄດ້ເລີຍ ເພາະຮຸ່ນຕ້ອງດີໃນລະດັບໜຶ່ງ ແລະ ທີ່ສໍາຄັນກໍຄືເລື່ອງບຸກຄະລິກກະພາບ ແລະ ທັດສະນະຄະຕິໃນການຕອບຄໍາຖາມນໍາອີກ.

ກິດຈະກຳຍາມວ່າງທີ່ນ້ອງມັກເຮັດຄື: ມັກຮ້ອງເພງ, ດີດກີຕ້າ, ອອກກຳລັງກາຍ ເຂົ້າGym ແລະ ຫຼິ້ນກິລາ, ການແຕ່ງໂຕແມ່ນແບບສະບາຍສະບາຍ, ເສື້ອຢືດ, ໂສ້ງຂາສັ້ນທຳມະດາ ເພາະບໍ່ໄດ້ແຕ່ງໂຕແບບຫຼູຫຼາຈົນເກີນໄປ (ເພາະເປັນຄົນຕິດດິນ555),  ຜົນງານຕອນນີ້ກໍຄືນ້ອງກຳລັງປະກວດເວທີຊາຍງາມລາວ Mister Laos Mister International Laos 2021 ເປັນຈັ່ງໃດກໍຝາກຕິດຕາມ ຝາກຊົມຝາກເຊຍເປັນກຳລັງໃຈໃຫ້ນ້ອງໄດ້ເປັນ The winner ແນ່ເດີ້ ຊ່ອງທາງການຕິດຕາມ FB: Tavanh Soutthivong IG: tavanh_soutthivong WC: Tavanh_040301 ຝາກໄວ້ໃນອ້ອມອົກອ້ອມໃຈທຸກຄົນແດ່ເດີ້ ຊ່ວຍໂຫວດຊ່ວຍເຊຍກັນດ້ວຍ.

ຮູບ: Tavanh Soutthivong