ມື້ນີ້ພົບຜູ້ຕິດເຊື​້ອໃນຊຸມຊົນ 50 ຄົນ, ຈາກທັງໝົດ 125 ຄົນ

735

ຍັງຄົງມີຍອດຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນຢູ່ ຕາມການຖະແຫຼງຂອງ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ປະຈຳວັນທີ 6 ກັນຍາ 2021 ກ່ຽວກັບໂຄວິດ 19 ດັ່ງນີ້
ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 6 ກັນຍາ 2021
ໄດ້ກວດວິເຄາະທັງໝົດ 2,479 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 125 ຄົນເຊິ່ງ ຕິດເຊື້ອໃນຊຸມຊົນ 50 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 75 ຄົນ ຈາກ ສະຫວັນນະເຂດ 46 ຄົນ, ຈໍາປາສັກ 15 ຄົນ, ສາລະວັນ 6 ຄົນ, ນະຄອນຫຼວງວຽງຈັນ 4 ຄົນ ແລະ ຄໍາມ່ວນ 4 ຄົນ.

ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ລາຍລະອຽດ ຜູ້ຕິດເຊື້ອໃນຊຸມຊົນ ຢູ່ບັນດາແຂວງ ເຊິ່ງແມ່ນເປັນຜູ້ສຳຜັດໃກ້ຊີດກັບຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້:
ຈໍາປາສັກ 16 ຄົນ ທັງໝົດແມ່ນ ຈຸ້ມຂອງເມືອງ ປະທຸມພອນ, ໃນນັ້ນ ຈາກບ້ານສ້າງທ່ຽງ ນະຄອນປາກເຊ 1 ຄົນ
ຄໍາມ່ວນ 15 ຄົນ 14 ຄົນ (8 ຄົນ ຈາກຕະຫລາດຫຼັກ 2 ແລະ 6 ຄົນ ຈາກຕະຫລາດຫຼັກ 3), 1 ຄົນ ແມ່ນເຈົ້າໜ້າທີ່ຕຳຫລວດ ຄ້າຍຄຸມຂັງ

ສະຫວັນນະເຂດ 8 ຄົນ ເປັນພະນັກງານແພດປະຈໍາຢູ່ສູນຫຼັກ 9 ຈຳນວນ 04 ຄົນ ເຂົ້າມາປະຈໍາການວັນທີ 24 ສີງຫາ 2021 ເຊິ່ງເປັນທີມແພດ ມາຈາກເມືອງອາດສະພັງທອງ, (ທ່ານໝໍ 01 ຄົນ ແລະ ພະຍາບານ 02 ຄົນ) ແລະ ພະຍາບານຈາກ ເມືອງພິນ 01 ຄົນ.

04 ຄົນ ເຊິ່ງເປັນທີມງານແພດຈາກໂຮງໝໍສູນກາງ ທີ່ລົງໄປຊ່ວຍວຽກ ຢູ່ສະຖານທີ່ຄຸມຂັງ ແຂວງສະຫວັນະເຂດ
ບໍ່ແກ້ວ 8 ຄົນ ມາຈາກ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ (ຈີນ 6 ຄົນ, ພະມ້າ 01 ຄົນ ແລະ ລາວ 01 ຄົນ).
ສາລະວັນ 2 ຄົນ ລູກຊາຍຝາແຝດ ຊື່ງພໍ່ ແລະ ແມ່ຕິດເຊື້ອ ເປັນພະນັກງານໄອຍະການ ແຂວງສາລະວັນ ທີ່ໄດ້ລາຍງານໃນວັນທີ 5 ກັນຍາ 2021.
ຫຼວງພະບາງ 1 ຄົນ ເປັນເພດຊາຍ, ອາຊີບ ກໍາມະກອນກໍ່ສ້າງທາງລົດໄຟ ຊື່ງຜູ້ກ່ຽວ ເດີນທາງມາຈາກເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ເດີນທາງກັບໄປຫລວງພະບາງ ແລ້ວຖືກນຳສົ່ງເຂົ້າສູນຈຳກັດບໍລິເວນ ທີ່ທາງແຂວງໄດ້ກຳນົດໄວ້.

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16.058 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5.394 ຄົນ.
ປັດຈຸບັນ ທົ່ວໂລກມີລາຍງານຜູ້ຕິດເຊື້ອສະສົມທັງໝົດ 221.513.567 (440.538ໃໝ່), ເສຍຊິວິດທັງໝົດ 4.581.218 (6.842 ໃໝ່), ປີ່ນປົວຫາຍດີ 198.004.433 (441.794ໃໝ່). ສໍາລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ກໍ່ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ.
ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ

.

ປະເທດ ໄທ ມີຜູ້ຕິດເຊື້ອ 15.452 ແລະ ເສຍຊີວິດໃນມື້ດຽວ 224 ຄົນ, ຮອງລົງມາ ແມ່ນ ຫວຽດນາມມີລາຍງານຜູ້ຕິດເຊື້ອໃໝ່ປະຈໍາວັນ 131.37 ຄົນ ແລະ ເສຍຊີວິດໃນມື້ດຽວ 281 ຄົນ.