ເປົ້າຫມາຍຂອງ ໄກ່ໂຕ້ ສຸກກະເສີມ Mister 04 ‘’ຢາກຈະສ້າງກອງທຶນຈິດອາສາ ເພື່ອສັງຄົມ’’

406

ໃກ້ເຖິງວັນທີ່ແຟນໆທຸກຄົນຄອຍຖ້າຢ່າງເຕັມທີ່ແລ້ວ ກັບການປະກາດຜົນຜູ້ທີ່ໄດ້ຕໍແຫນ່ງ Mister Laos Mister International Laos 2021  ທີ່ຈະມາເຖິງໃນທ້າຍເດືອນຕຸລານີ້ ທີມຂ່າວບັນເທີງເຮົາຈະພາມາແນະນໍາໃຫ້ຮູ້ຈັກກັບອີກຫນຶ່ງຊາຍງາມຜູ້ຜ່ານເຂົ້າຮອບ 20ຄົນ ສຸກກະເສີມ ພັນທະລັງສີ ຫລື ໄກ່ໂຕ້ ຫມາຍເລກ 04 ປັດຈຸບັນອາຍຸ 27ປີ ມາຈາກແຂວງ ສະຫວັນນະເຂດ ,ຈົບການສຶກສາຈາກສະຖາບັນ ວິທະຍາໄລເສດຖະກິດ-ໄຊພັດທະນາ (ການເງີນ-ການທະນາຄານ ).

ໄກ່ໂຕ້ໄດ້ໃຫ້ສໍາພາດວ່າ: ຄວາມຮູ້ສຶກທຳອິດທີ່ຜ່ານເຂົ້າຮອບ 20 ຄົນແມ່ນດີໃຈຫຼາຍ ແລະ ພູມໃຈທີ່ຕົນເອງສາມາດກ້າວຜ່ານຈຸດເລີ່ມທຳອິດນີ້ໄດ້ ດ້ວຍຄວາມມຸ່ງຫມັ່ນ ໃສ່ໄຈລາຍລະອຽດຕ່າງໆ ຈົນໄດ້ຜ່ານເຂົ້າມາຮອບທັອບ 20ຄົນສຸດທ້າຍໄດ້ ໃນເວທີອັງຊົງກຽດ Mister Laos Mister international Laos 2021 ນີ້ໄດ້.

ຜ່ານມາກໍໄກ່ໂຕ້ກໍໄດ້ເກັບກ່ຽວປະສົບການມາຫຼາຍພໍສົມຄວນ ຮຽນຮູ້ປະສົບການ ຈາກລຸ້ນອ້າຍເອື້ອຍ ແລະ ງານເດີນແບບຕ່າງໆຈົນມາມື້ນີ້ ໂຕເອງໄດ້ພຽບພ້ອມແລ້ວ ທີ່ຈະລົງສູ່ເວທີສາກົນ ຈື່ງຕັດສິນໄຈລົງສະຫມັກເຂົ້າມາ ແລ້ວຕິດທັອບ 20ຄົນ ແລ້ວຈະເຮັດໃຫ້ຕົນເອງ ກ້າວເຂົ້າສູ່ຮອບເລີກໆໃຫ້ໄດ້ ແລະ ຫວັງວ່າຈະພັດທະນາຕົນເອງໃຫ້ກ້າວເລື້ອຍໆ ເພື່ອໃຫ້ຮອດເປົ້າຫມາຍ ສຳລັບຄວາມໄຝ່ຝັນໄກ່ໂຕ້ ແມ່ນຢາກຄວ້າຕຳແຫນ່ງ The winner ມາຄອງ ເພື່ອທີ່ໂຕເອງຈະສາມາດຕໍ່ຍອດເຮັດວຽກງານໃນວົງການບັນເທີງ ແລະ ເພື່ອຊ່ວຍເຫລືອສັງຄົມ ໃຫ້ໄດ້ຜົນປະໂຫຍດຫຼາຍທີ່ສຸດ ພ້ອມດຽວກັນ ໄກ່ໂຕ້ກໍຢາກເປັນນັກສະແດງ ແລະ ພີເຊັນເຕີແບຮນຕ່າງໆ.

ຄຳຄົມ ຫລື ຄະຕິປະຈຳໃຈ ຂອງໄກ່ໂຕ້ແມ່ນ: ‘’ຖ້າເຮົາລົງມືເຮັດແລ້ວ ບໍ່ມີສິ່ງໃດຈະເໜືອຄວາມພະຍາຍາມຂອງເຮົາ’’ ທຸກສິ່ງກ່ອນທີ່ເຮົາຈະໄດ້ມາ ເຮົາຕ້ອງມີຄວາມອົດທົນພະຍາຍາມທີ່ສຸດຈຶ່ງຈະສົມດັ່ງຫວັງ ສະນັ້ນໂຕ້ຈະໃຊ້ຄວາມພະຍາມນີ້ແລະ ໃນການເດີນຕາມຄວາມຝັນ ແລະ ຄວ້າຕໍາແຫນ່ງມາໃຫ້ໄດ້.

ສິ່ງທີ່ເປັນຄວາມສາມາດຂອງຕົນເອງຢາກຈະໂຊອອກສູ່ສາຍຕາທຸກຄົນ ແມ່ນໂຕ້ເປັນຄົນເວົ້າເກັ່ງ, ດູແລເບິ່ງແຍງດີ ດ້ວຍຄວາມທີ່ຕົນເອງເປັນໄກ້ນຳທ່ຽວມາ ຈື່ງເຮັດໃຫ້ ມັກຮັກໃນການເວົ້າ, ບັນຍາຍເລື່ອງຕ່າງໆ ໃຫັທຸກຄົນຟັງຢູ່ສະເຫມີ ເຊິ່ງເຊື່ອແນ່ວ່າມັນຈະເປັນຜົນດີ ໃນການຕອບຄໍາຖາມ ແລະ ເຜີຍແຜ່ວັດທະນາທໍາຄວາມເປັນລາວເຮົາໄດ້ດີ.

ແນ່ນອນເລີຍ ໂຕ້ເອງເປັນຄົນກ້າທີ່ຈະສະແດງອອກ ຈຸດພີເສດກໍ່ຄືມັກຍີ້ມ, ອາລົມດີ ແລະ ຄວາມຫມັ້ນໃຈມາເປັນ1 ເຊິ່ງຈະເປັນຈຸດພິເສດ ທີ່ຈະສາມາດເອົາຊະນະໃຈຄະນະກໍາມະການ ແລະ ຄວ້າຕໍາແຫນ່ງມາຄອງໄດ້.

ສໍາລັບການກຽມກ່ອນມາປະກວດ ກໍໄດ້ກຽມພ້ອມທາງດ້ານຈິດໄຈ , ອອກກຳລັງກາຍ, ຟີສຫຸ່ນ , ຄວາມພ້ອມ, ພາສາ ແລະ ຄວາມຫມັ້ນໄຈ ໂຕນີ້ສຳຄັນເລີຍ ທີ່ຈະເປັນສິ່ງດຶງດູດຄວາມຫມັ້ນໃຈ ແລະ ໂຊສັກກະຍະພາບຂອງເຮົາໄດ້ຢ່າງເຕັມທີ່.

ຖ້າຫາກໂຕ້ໄດ້ຮັບຕໍາແຫນ່ງຈາກເວທີອັນຊົງກຽດນີ້ ສິ່ງທໍາອິດເລີຍທີ່ໂຕ້ຈະເຮັດກໍຄື ຈະສ້າງກອງທືນຈິດອາສາ ເພື່ອຊ່ວຍເຫລືອສັງຄົມ ດ້ວຍການນຳເຄື່ອງບໍລິຈາກ ເຊັ່ນ:ປະຈຸບັນແມ່ນ ຢູ່ໃນຊ່ວງພະຍາດໂຄວິດ-19 ນ້ອງຈື່ງຢາກຈະເຮັດສະບຽງອາຫານ ,ຢາ ແລະອື່ນໆ ເພື່ອເປັນສິ່ງອຳນວຍຄວາມສະດວກ ແລະບັນເທົາ ໃຫ້ກັບປະຊາຊົນລາວໃຫ້ໄດ້ຫຼາຍທີ່ສຸດ.

ກິດຈະກຳຍາມວ່າງຄືໂຕ້ມັກເຮັດບຸນ ເວລາວ່າງມັກຈະເຂົ້າວັດ ສະຕາຍການແຕ່ງຕົວໂຕ້ເປັນຄົນແຕ່ງໂຕສະບາຍໆ ຖ້າເວລາວ່າງໆ ຈະໃສ່ຂາສັ່ນ ,ເສື້ອຢືດ ,ເກີບແຕະ ທີ່ຂາດບໍ່ໄດ້ຄືຫມວກ ແລະ ສຸດທ້າຍໂຕ້ຂໍຝາກຜົນງານ ຝາກເຊຍ ຝາກເຊຍໃຫ້ກຳລັງໃຈ ໂຫວດເບີ 4 ໃຫ້ແນ່ເດີ້ ເພື່ອຈະຜ່ານເຂົ້າຮອບເລີກທີ່ສຸດ ເຟສບຸກສ່ວນຕົວ Kaito Phanthalangsy.

ຮູບ: Kaito Phanthalangsy.