ກະຊວງສຶກສາທິການ ແລະ ກີລາ ຈະຈັດພິທີໄຂສົກຮຽນໃໝ່ ໃນວັນທີ 6 ກັນຍາ ໃນຮູບແບບທາງໄກ

946

ເພື່ອໃຫ້ວຽກງານການສຶກສາເປັນໄປຕາມແຜນໃນການໄຂສົກຮຽນໃໝ່ທີ່ໄດ້ກຳນົດຕົ້ນເດືອນ ກັນຍາ ຂອງທຸກໆປີນັ້ນ, ກະຊວງສຶກສາທິການແລະກີລາ ຕົກລົງເອົາມື້ວັນທີ 6 ກັນຍາ 2021 ເປັນມື້ຈັດພິທິໄຂສົກຮຽນໃໝ່ພ້ອມກັນທົ່ວປະເທດ ໃນຮູບແບບທາງໄກ

ທັ້ງນີ້ກະຊວງສຶກສາໄດ້ອອກໜັງສືແຈ້ງເຊີນເຖິງ ມະຫາວິທະຍາໄລ ທັງ 4 ແຫ່ງ(ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລ ສຸພານຸວົງ, ມະຫາວິທະຍາໄລຈຳປາສັກ) ຫົວຫນ້າຫ້ອງການ, ກົມ, ຜູ້ອໍານວຍການສະຖາບັນ, ສູນ ແລະ ສໍານັກພິມສຶກສາ ຜູ້ອໍານວຍການລັດວິສາຫະກິດ ໂຮງງານຜະລິດອຸປະກອນການສຶກສາ ແລະ ໂຮງພິມສຶກສາ ປະທານ ແລະ ຮອງປະທານ ສະມາຄົມການສຶກສາພາກເອກະຊົນ ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ ສົກຮຽນ 2011-2012 ແບບທາງໄກ.

ຕາມການແຈ້ງການລະບຸວ່າ: ການໄຂສົກຮຽນໃໝ່ຢ່າງເປັນທາງການຈະໄດ້ຈັດຂຶ້ນ ໃນວັນທີ 06 ກັນຍາ 2021 ເວລາ 07:45-9:00 ໂມງ ໂດຍຜ່ານລິ້ງ https://qrgo.pagelink/4pfTP ໃຫ້ແຈ້ງຫາ ແຕ່ລະຄະນະວິຊາ ເພື່ອເຂົ້າຮ່ວມພິທີດັ່ງກ່າວດ້ວຍ ສໍາລັບພະນັກງານ, ອາຈານ ແລະ ນັກສຶກສາ ສາມາດຕິດຕາມຮັບຊົມການຖ່າຍທອດສົດຜ່ານທາງ Facebook ຂອງ Edu-Sport TV online, ຫນັງສືພິມສຶກສາ-ກິລາລາຍວັນ ຫຼື ຊ່ອງໂທລະພາບ ດາວ ທຽມລາວ ESTV ຊ່ອງ LaoSAT.