ເປັນຂ່າວດີສຳລັບຜູ້ເລືອກຮຽນຢູ່ປາກປ່າສັກ ມີໂອກາດຮຽນຢູ່ຈີນ

1333

ຮອດເວລາຕ້ອງຫາບ່ອນສຶກສາຮ່ຳຮຽນວິຊາຊີບແລ້ວ ນ້ອງໆຜູ້ຈົບສາມັນໃໝ່ໆ ມື້ນີ້ແອັດພາມາທຳຄວາມຮູ້ຈັກກັບການສະໝັກໄປຮຽນຢູ່ວິທະຍາໄລເຕັກນິກປາກປ່າສັກ ໃນນັ້ນມີຫຼາຍສາຂາວິຊາແມ່ນຈະໄດ້ໄປຮຽນຕໍ່ຢູ່ຈີນ ເພື່ອຮັບເອົາຄວາມຮູ້ຈາກປະເທດທີ່ມີຄວາມລ້ຳໜ້າໃນຫຼາຍໆດ້ານມາໝູນໃຊ້ຢູ່ປະເທດເຮົາ ເບິ່ງແລ້ວເປັນສາຂາທີ່ໜ້າສົນໃຈທັງນັ້ນ ແລະເພິ່ນເລີ່ມເປີດຮັບແລ້ວວັນທີ 1-17 ກັນຍາ 2021 ນີ້.


ໂຄງການດັ່ງກ່າວຈະຄັດເລືອກນັກສຶກສາທີ່ມີເງື່ອນໄຂທີ່ເໝາະສົມໄປຮຽນຢູ່ວິທະຍາໄລປາກປ່າສັກເປັນເວລາ 2 ປີ ແລະປີທີ3 ແມ່ນໄປຮຽນຢູ່ຈີນ ຕາມບັນດາວິທະຍາໄລທີ່ມີສາຍພົວພັນກັບວິທະຍາໄລປາກປ່າສັກເຊັ່ນວ່າ: ສະຖາບັນເທັກໂນໂລຊີ ແລະ ບໍລິຫານທຸລະກິດຊິງຊິ້ງ ຈະຮັບນັກສຶກສາໃນສາຂາ ບໍລິຫານການໂຮງແຮມ ແລະ ດຳເນີນງານດິຈີຕອນ ຈຳນວນ 30 ທຶນ ເຊິ່ງເປັນຫຼັກສູດ 12+3(2+1) ກໍ່ຄືຈະມີການກຳນົດຮຽນທີ່ວິທະຍາໄລເຕັກນິກປາກປ່າສັກ 2 ປີ ແລະ ຮຽນທີ່ສະຖາບັນເທັກໂນໂລຊີ ແລະ ບໍລິຫານທຸລະກິດຊິງຊີ້ງ 1 ປີ ແລະ ສ່ວນເງື່ອນໄຂແມ່ນຕ້ອງ ຈົບວິຊາສະເພາະ 2 ປີ ວິທະຍາໄລເຕັກນິກປາປ່າສັກ ແລະ ຕ້ອງເຄີຍຜ່ານພາສາຈີນ SHK 4 (ສູນພາສາຈີນ ວຕປສ).


ສະຖາບັນເຕັກໂນໂລຢີທາງລົດໄຟກວາງໂຈ ປະກອບມີ ສາຂາວິຊາໄຟຟ້າລົດໄຟ, ສາຂາວິຊາບຳລຸງຮັກສາຫົວຈັກລົດໄຟ, ສາຂາວິຊາຂົນສົ່ງທາງລົດໄຟ, ສາຂາຄຸ້ມຄອງສະຖານີລົດໄຟ ແລະ ສາຂາວິຊາການສື່ສານທາງລົດໄຟ ທຸກສາຂາວິຊາແມ່ນຮັບຈຳນວນ 30 ທຶນ ເຊິ່ງເປັນຫຼັກສູດ 12+3(1+2) ກຳນົດຮຽນທີ່ວິທະຍາໄລເຕັກນິກປາກປ່າສັກ 1 ປີ ແລະ ທີ່ສະຖາບັນເຕັກໂນໂລຢີທາງລົດໄຟກວາງໂຈ 2 ປີ ແລະ ສ່ວນເງື່ອນໄຂຕ້ອງ ຈົບວິຊາສະເພາະ 1 ປີທີ່ວິທະຍາໄລເຕັກນິກປາກປ່າສັກ 1 ປີ ແລະ ຕ້ອງເຄີຍຜ່ານພາສາຈີນ SHK 4 (ສູນພາສາຈີນ ວຕປສ).


ສະຖາບັນເຕັກໂນໂລຊີຂໍ້ມູນຂ່າວສານ ເສິນເຈີ້ນ ປະກອບມີ ສາຂາວິຊາ ເຕັກໂນໂລຊີ ຊອບແວ, ສາຂາວິຊາ ການຄ້າເອເລັກໂທນິກ, ສາຂາວິຊາເຕັກໂນໂລຊີການສື່ສານ ແລະ ສາຂາວິຊາການຈັດສົ່ງສິນຄ້າ ທັງໝົດທີ່ກ່າວມາແມ່ນເປັນຫຼັກສູດ 12+3 ( 2+1) ກຳນົດຮຽນທີ່ວິທະຍາໄລເຕັກນິກປາກປ່າສັກ 2 ປີ ແລະ ສະຖາບັນເຕັກໂນໂລຊີຂໍ້ມູນຂ່າວສານ ເສິນເຈີ້ນ 1 ປີ ແລະ ສ່ວນເງື່ອນໄຂຈົບວິຊາສະເພາະ 2 ປີທີ່ວິທະຍາໄລເຕັກນິກປາກປ່າສັກ ແລະ ຕ້ອງເຄີຍຜ່ານພາສາຈີນ SHK 4 (ສູນພາສາຈີນ ວຕປສ).


ວິທະຍາໄລເຕັກນິກຈົງຊານ ປະກອບມີສາຂາວິຊາການອອກແບບແຟຊັ່ນ, ສາຂາວິຊາ ການອອກແບບເຟີນິເຈີ, ສາຂາ ວິຊາເຕັກໂນໂລຊີວິສະວະກຳລິບ, ສາຂາ ວິຊາການບໍລິຫານໂຮງແຮມ-ການທ່ອງທ່ຽວ ແລະ ສາຂາ ສ້ອມແປງ ແລະ ບໍາລຸງຮັກສາລົດຍົນ ເຊິ່ງວ່າທຸກສາຂາແມ່ນຮັບຈຳນວນ 30 ທຶນ ແລະ ເປັນຫຼັກສູດ 12+3 ( 2+1) ກຳນົດຮຽນທີ່ວິທະຍາໄລເຕັກນິກປາກປ່າສັກ 2 ປີ ແລະ ສະຖາບັນເຕັກນິດຈົງຊານ 1 ປີ ແລະ ສ່ວນເງື່ອນໄຂຈົບວິຊາສະເພາະ 2 ປີທີ່ວິທະຍາໄລເຕັກນິກປາກປ່າສັກ ແລະ ຕ້ອງເຄີຍຜ່ານພາສາຈີນ SHK 4 (ສູນພາສາຈີນ ວຕປສ).

ສຳລັບເອກະສານປະກອບການລົງທະບຽນປະກອບມີ ສຳເນົາ Passport, ເອກະສານການຢັ້ງຢືນການຮຽນຈົບມັດທະຍົມປາຍ ແລະ ໃບຄະແນນ1 ຊຸດ, ເອກະສານການຢັ້ງຢືນການຮຽນຈົບມັດທະຍົມປາຍ ແລະ ໃບຄະແນນພາສາອັງກິດ 1 ຊຸດ, ຄຳຮ້ອງ 1 ສະບັບ ແລະ ຮູບ 3×4 ຈຳນວນ 4 ໃບ.
ຮູ້ແບບນີ້ແລ້ວນ້ອງໆລອງເອົາໄປຄິດໄຕ່ຕອງວ່າຢາກຮຽນຫຍັງວິຊາໃດ ແລ້ວຮີບປະກອບເອກະສານສະໝັກເຂົ້າສອບເສັງ ທຸກວັນນີ້ຮຽນວິຊາຊີບດີທີ່ສຸດ ສຳຄັນທີ່ການຮັບຮູ້ຮຽນເກັ່ງຈົບແລ້ວນຳໃຊ້ເປັນ ການທຳມາຫາກິນປະກອບອາຊີບຈະງ່າຍຂຶ້ນ.