ອັດຕະປື ມີ ງົວ-ຄວາຍ ຕິດເຊື້ອພະຍາດຜີວໜັງອັກເສບ ຫຼາຍກວ່າ 4.000 ໂຕ

622

ແຂວງອັດຕະປື ພົບການລະບາດຂອງພະຍາດຜີວໜັງອັກເສບຕິດຕໍ່ໃນສັດລ້ຽງປະເພດງົວ ແລະ ຄວາຍ ລວມທັງໝົດ 4.313 ໂຕ, ປັດຈຸບັນທາງພະແນກກະສິກໍາ ແລະ ປ່າໄມ້ ແຂວງ ພວມກໍາລັງສຸມໃສ່ການສັກຢາວັກແຊັງປ້ອງກັນພະຍາດດັ່ງກ່າວໃຫ້ກັບສັດລ້ຽງ ແລະ ໄດ້ແນະນໍາວິທີການປ້ອງກັນໃນເບື້ອງຕົ້ນໃຫ້ປະຊາຊົນ ຜູ້ທີ່ລ້ຽງສັດ ເພື່ອບໍ່ໃຫ້ພະຍາດດັ່ງກ່າວແຜ່ລະບາດເປັນວົງກວ້າງ.


ທ່ານ ເພັດທະນົງສັກ ຄໍາພູນວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ໃຫ້ສໍາພາດເມື່ອວັນທີ 31 ສິງຫາ 2021 ໃຫ້ຮູ້ວ່າ: ພະຍາດຜິວໜັງອັກເສບຕິດຕໍໍ່ໃນງົວ-ຄວາຍ ເກີດຈາກເຊື້ອໄວລັດລຳປີສະກິນ ຊຶຶ່ງພະຍາດນີ້ເກີດຂື້ນກັບສັດປະເພດງົວ ແລະ ຄວາຍເທົ່ານັ້ນ ບໍໍ່ສາມາດຕິດແປດສູ່ຄົນ. ພະຍາດນີ້ຈະມີການແຜ່ລະບາດໃນລະດູທີ່ມີອາກາດອົບອຸ່ນ ແລະ ຊຸ່ມຊື່ນ ແລະ ໃນຍາມທີ່ມີແມງດູດເລືອດອອກເຄື່່ອນໄຫວຫາກິນ,ພະຍາດນີ້ ເຮັດໃຫ້ສູນເສຍການຜະລິດທີ່ສໍາຄັນ ເນື່ອງຈາກການຜະລິດນົມຫຼຸດລົງ,ບັນຫາການຈະເລີນພັນ,ການແທ້ງລູກ,ຜິວໜັງເສຍຫາຍ,ນໍ້າໜັກຫຼຸດລົງ ແລະ ເຮັດໃຫ້ສັດຕາຍ. ປັດຈຸບັນຢູ່ແຂວງອັດຕະປື ພົບການລະບາດຂອງພະຍາດຜີວໜັງອັກເສບຕິດຕໍ່ໃນງົວ- ຄວາຍ ແລ້ວທັງໝົດ 4.313 ໂຕ, ໃນນີ້ມີງົວ 4.163 ໂຕ ແລະ ຄວາຍ 150 ໂຕ,ປິ່ນປົວດີແລ້ວມີງົວ 389 ໂຕ, ງົວຕາຍມີ 60 ໂຕ,ສໍາລັບຄວາຍແມ່ນຍັງສືບຕໍ່ປິ່ນປົວ.


ທ່ານໄດ້ກ່າວຕື່ມວ່າ: ເພື່ອສະກັດກັ້ນບໍ່ໃຫ້ພະຍາດຜີວໜັງອັກເສບຕິດຕໍ່ໃນ ງົວ-ຄວາຍ ເກີດມີການລະບາດເປັນວົງກວ້າງ ທາງພາກສ່ວນກ່ຽວຂ້ອງ ໄດ້ໃຫ້ປະຊາຊົນຜູ້ລ້ຽງສັດນໍາເອົາສັກລ້ຽງຂອງຕົນມາຮັບການສັກວັກແຊັງ,ພ້ອມທັງໄດ້ສົ່ງວິຊາການສັດຕະວະແພດຂອງແຂວງ,ເມືອງ ລົງແນະນໍາປະຊາຊົນ ກ່ຽວກັບວິທີການປ້ອງກັນພະຍາດນີ້ ເປັນຕົ້ນ: ການຊື້ງົວ-ຄວາຍເຂົ້າມາໃໝ່ເພື່ອລ້ຽງໃນຝູງຄວນຊື້ຈາກແຫຼ່ງທີ່ເຊື່ອຖືໄດ້,ສັດລ້ຽງ ຄວນໄດ້ຮັບການກວດຫາພະຍາດ ກ່ອນເຄື່ອນຍ້າຍ ແລະ ຄວນໄດ້ມີການກັກກັນ ກ່ອນນໍາເຂົ້າມາລ້ຽງຮ່ວມໝູ່ນໍາຝຸງເກົ່າ ໃນເວລາ 28 ວັນ,ນໍາໃຊ້ຢາຂ້າແມງໄມ້,ຢາຂ້າແມງດູດເລືອດ ທີ່່ມີຄຸນນະພາບ ຢ່າງສະໝໍ່າສະເໜີ ຕາມບໍລິເວນຄອກສັດ,ຮັກສາອະນາໄມຟາມລ້ຽງສັດບໍໍ່ໃຫ້ເປັນບ່ອນເພາະພັນຂອງແມງໄມ້ ແລະ ແມງດູດເລືອດ ເຊັ່ນ: ບໍໍ່ໃຫ້ມີນໍ້າຂັງເປິເປື້ອນ ແລະ ຂີ້ສັດ,ຟາມລ້ຽງສັດຄວນປະຕິບັດຫຼັກການຄວາມປອດໄພທາງດ້ານຊີວະພາບ ໃຫ້ເຂັ້ມງວດທີ່ສຸດ, ຜູ້ທີ່ມາຢ້ຽມຟາມລ້ຽງສັດ ຄວນຈໍາກັດສະເພາະການບໍລິການທີ່ຈໍາເປັນ, ຄວນມີການຊີດຜົົ່ນຢາຂ້າເຊື້ອພາຫະນະ ຂອງຜູ້ມາຢ້ຽມຢາມ, ອຸປະກອນ ແລະ ເກີບ ຫຼື ໃສ່ຖົງເກີບດ້ວຍຖົງຢາງ ກ່ອນເຂົ້າໄປໃນຟາມລ້ຽງສັດ .

ທີ່ມາ: ຂ່າວອັດຕະປື