ສະມັດຊາລັດຖະສະພາ ລະຫວ່າງ ຊາດອາຊຽນ ຫລື ໄອປາ ພິຈາລະນາ ແລະ ຮັບຮອງເອົາ ຮ່າງມະຕິ 28 ສະບັບ

685

ໃນວັນທີ 25 ສິງຫາ 2021 ທີ່ ຫ້ອງປະຊຸມຄະນະປະຈຳສະພາແຫ່ງຊາດ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງສະພາແຫ່ງຊາດລາວ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສະມັດຊາລັດຖະສະພາ ລະຫວ່າງ ຊາດອາຊຽນ ຫລື ໄອປາ(AIPA) ຄັ້ງທີ 42 ແບບທາງໄກ ທີ່ຈັດໂດຍ ສະພານິຕິບັນຍັດ ແຫ່ງ ບຣູໄນ ດາຣູຊາລາມ ທີ່ໄດ້ດຳເນີນມາແຕ່ວັນທີ 23-25 ສິງຫາ 2021 ພາຍໃຕ້ການເປັນປະທານຂອງທ່ານ ເປຮິນ ດາໂຕະ ຮາຈິ ອາດູນ ລາມັນ ຕາອິບ ປະທານສະພານິຕິບັນຍັດ ແຫ່ງ ບຣູໄນ ດາຣູຊາລາມ, ປະທານກອງປະຊຸມໃຫຍ່ໄອປາ ຄັ້ງທີ 42.

ກອງປະຊຸມໃຫຍ່ປະຈຳປີຄັ້ງນີ້, ແມ່ນໄດ້ສຸມໃສ່ຄົ້ນຄວ້າປຶກສາຫາລື ແລກປ່ຽນຄວາມຄິດຄວາມເຫັນ ໃນຫົວຂໍ້: “ເຊື່ອມສານການຮ່ວມມືລັດຖະສະພາ ໃນການນຳໃຊ້ລະບົບດິຈິຕອນຢ່າງເທົ່າທຽມກັນ ເພື່ອກ້າວສູ່ປະຊາຄົມອາຊຽນ 2025”. ໃນມື້ນີ້, ຜູ້ແທນກອງປະຊຸມໄດ້ລົງເລິກຄົ້ນຄວ້າ ແລະປະກອບຄຳເຫັນຕໍ່ບັນດາຮ່າງມະຕິທີ່ສະເໜີໃນກອງປະຊຸມຄະນະກຳມາທິການຕ່າງໆຂອງໄອປາຄື: ກອງປະຊຸມຄະນະສະມາຊິກລັດຖະສະພາເພດຍິງ, ກຳມາທິການການເມືອງ, ກຳມາທິການເສດຖະກິດ, ກຳມາທິການສັງຄົມ ແລະ ກຳມາທິການວຽກງານພາຍໃນຂອງໄອປາ ຊຶ່ງໄດ້ພິຈາລະນາ ແລະຮັບຮອງ ຮ່າງມະຕິທັງໝົດ ຈຳນວນ 28 ສະບັບ ທີ່ປີ່ນອ້ອມຫົວຂໍ້ຂອງກອງປະຊຸມ.

.

ໂດຍສະເພາະແມ່ນ ການສົ່ງເສີມຄວາມສາມາດທາງດ້ານເສດຖະກິດຂອງແມ່ຍິງ, ຄວາມໝັ້ນຄົງທາງໄຊເບີ ແລະການປົກປ້ອງຂໍ້ມູນຂ່າວສານ, ຄວາມໝັ້ນຄົງຂອງມະນຸດ, ການທູດລັດຖະສະພາ, ການສົ່ງເສີມລະບົບເສດຖະກິດຂະໜາດນ້ອຍຂະໜາດກາງ, ການຟື້ນຟູເສດຖະກິດຫຼັງໂຄວິດ-19, ການຫລຸດຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ການຫັນເປົ້າໝາຍການພັດທະນາແບບຍືນຍົງລົງສູ່ທ້ອງຖິ່ນ ແລະສົ່ງເສີມການມີສ່ວນຮ່ວມໃນການເລືອກຕັ້ງໃຫ້ຫຼາຍຂຶ້ນ ດ້ວຍລະບົບດີຈິຕອນ.

.


ພ້ອມກັນນີ້, ກອງປະຊຸມຍັງໄດ້ມີການປັບປຸງທໍາມະນູນໄອປາ, ມອບລາງວັນກຽດຕິຄຸນໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນ 2 ທ່ານ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານໄອປາ ຈາກລັດຖະສະພາ ກຳປູເຈຍ ແລະອິນໂດເນເຊຍ ແລະ ເຫັນດີຮັບຮອງເອົາ ປະເທດ ອູແກຣນ, ຈໍເຈຍ ແລະປາກິດສະຖານ ເຂົ້າເປັນປະເທດສັງເກດການໄອປາ.

.

ໃນຕອນທ້າຍກອງປະຊຸມຫົວໜ້າຄະນະຜູ້ແທນຂອງແຕ່ລະປະເທດສະມາຊິກ ໄອປາ ໄດ້ເອກະພາບຮັບຮອງ ແລະ ລົງນາມໃນຖະແຫຼງການຮ່ວມກອງປະຊຸມໄອປາ ຄັ້ງທີ 42 ພ້ອມທັງເຫັນດີຮັບຮອງເອົາ ສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ເປັນປະທານໄອປາ ແລະ ເຈົ້າພາບຈັດກອງປະຊຸມໃຫຍ່ໄອປາ ຄັ້ງທີ 43 ໃນປີ 2022.