ທ່ານນາຍົກ ກ່າວປາໄສໃນພິທີເປີດກອງປະຊຸມໃຫຍ່ປະຈໍາປີ ສະໄໝທີ 80 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສປຊ ປະຈໍາພາກພື້ນອາຊີ-ປາຊີຟິກ

50

ໃນຕອນເຊົ້າຂອງວັນທີ 22 ເມສາ ນີ້ ທີ່ ບາງກອກ ປະເທດໄທ, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບກຽດກ່າວປາໄສດ້ວຍຮູບແບບບັນທຶກເປັນວິດີໂອ ໃນພິທີເປີດກອງປະຊຸມໃຫຍ່ປະຈໍາປີ ສະໄໝທີ 80 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້້ນອາຊີ-ປາຊີຟິກ ຊຶ່ງຈັດຂຶ້ນແຕ່ວັນທີ 22 ຫາ 26 ເມສາ 2024 ພາຍໃຕ້ຫົວຂໍ້: ການນຳໃຊ້ນະວັດຕະກຳດ້ານດີຈີຕອນ ເພື່ອພັກດັນການພັດທະນາແບບຍືນຍົງ ໃນພາກພື້ນອາຊີ-ປາຊີຟິກ (Leveraging Digital Innovation for Sustainable Development in Asia and the Pacific), ໂດຍມີການເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກ ຂອງປະມຸກລັດ/ຫົວໜ້າລັດຖະບານ, ຄະນະຜູ້ແທນຂັ້ນສູງຈາກ 46 ປະເທດສະມາຊິກ ລວມທັງທ່ານປະທານາທິບໍດີຟິລິບປິນ, ທ່ານນາຍົກລັດຖະມົນຕີ 3 ປະເທດຄື: ບັງກລາເທດ, ກຳປູເຈຍ ແລະ ໄທ, ທ່ານປະທານສະມັດຊາໃຫຍ່ ອົງການ ສປຊ, ຜູ້ຕາງໜ້າບັນດາອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຫຼາຍກວ່າ 20 ພາກສ່ວນ.

ໃນນັ້ນ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ຂອງຄະນະກຳມາທິການເສດຖະກິດ-ສັງຄົມ ອົງການ ສປຊ ປະຈຳພາກພື້ນ ອາຊີ-ປາຊີຟິກ ຫຼື UNESCAP ຕະຫຼອດໄລຍະເກືອບ 8 ທົດສະວັດ ທີ່ຜ່ານມາ ອັນໄດ້ປະກອບສ່ວນຊຸກຍູ້ສົ່ງເສີມການຮ່ວມມືເພື່ອການພັດທະນາເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊີ-ປາຊີຟິກ ເປັນກ້າວໆມາ ນັບຈາກການຟື້ນຟູພາຍຫຼັງສົງຄາມໂລກຄັ້ງທີສອງ ໄປຈົນເຖິງການແກ້ໄຂບັນຫາຄວາມທຸກຍາກ, ການສົ່ງເສີມດ້ານການຄ້າ ແລະ ການລົງທຶນ, ການພັດທະນາຕາໜ່າງຄົມມະນາຄົມຂົນສົ່ງ, ການພັດທະນາສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ, ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ.

May be an image of 3 people, dais and text

ພ້ອມກັນນັ້ນ, ທ່ານຍັງໄດ້ແຈ້ງຕໍ່ທີ່ປະຊຸມກ່ຽວກັບຄວາມພະຍາຍາມຂອງ ສປປ ລາວ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ແລະ ພັດທະນາເສດຖະກິດສີຂຽວໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ທົ່ວເຖິງກັນ ເພື່ອກ້າວໄປສູ່ການຫຼຸດພົ້ນອອກຈາກສະຖານະພາບເປັນປະເທດດ້ອຍພັດທະນາ ພາຍໃນປີ 2026 ກໍຄືການຫັນປະເທດທີ່ບໍ່ມີຊາຍແດນຕິດທະເລ ໄປສູ່ການເປັນປະເທດເຊື່ອມຈອດ, ພ້ອມທັງໄດ້ຢ້ຳຄືນຄວາມໝາຍໝັ້ນຂອງລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໂດຍຜ່ານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ ກໍຄືການຮັບຮອງເອົາວິໄສທັດການພັດທະນາເສດຖະກິດດີຈີຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດີຈີຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025) ຊຶ່ງຂະບວນການຫັນເປັນດີຈີຕອນຂອງ ສປປ ລາວ ຕາມທິດ 3 ເສົາຄ້ຳຄື:

1. ການພັດທະນາລັດຖະບານດີຈີຕອນ (Digital Government); 2. ການພັດທະນາເສດຖະກິດດີຈີຕອນ (Digital Economy); ແລະ 3. ການພັດທະນາສັງຄົມ ດີຈີຕອນ (Digital Society). ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ໃຫ້ເຫັນວ່າ ປີ 2024 ນີ້ ເປັນປີທີ່ມີຄວາມໝາຍຄວາມສຳຄັນ ສຳລັບ ສປປ ລາວ ທີ່ໄດ້ຮັບກຽດເປັນປະທານໝູນວຽນ ອາຊຽນ ພາຍໃຕ້ຄຳຂວັນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ຂອງອາຊຽນ (ASEAN: Enhancing Connectivity and Resilience) ແລະ ກໍເປັນປີ ທ່ອງທ່ຽວລາວ (Visit Laos Year 2024).
ສຳລັບຄະນະຜູ້ແທນທາງການຂອງ ສປປ ລາວ ນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ຈະໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໄປຈົນເຖິງວັນທີ 26 ເມສາ 2024 ຊຶ່ງໃນກອງປະຊຸມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ມີແຜນຈະກ່າວຄຳເຫັນຕໍ່ກອງປະຊຸມໃນພາກອະພິປາຍທົ່ວໄປ ໃນວັນທີ 23 ເມສາ 2024. ນອກຈາກນັ້ນ, ກໍຈະໄດ້ພົບປະສອງຝ່າຍຕື່ມອີກ.

ຂ່າວ-ພາບ: ກະຊວງການຕ່າງປະເທດ