ສະຫາຍ ບຸນທອງ ຈິດມະນີ ເນັ້ນ 6 ບັນຫາສຳຄັນ ຕໍ່ກອງປະຊຸມໃຫຍ່ ສະມາຊິກພັກ ອົງຄະນະພັກສານປະຊາຊົນສູງສຸດ ຄັ້ງທີ IV

999

ສຳເລັດກອງປະຊຸມໃຫຍ່ ສະມາຊິກພັກ ອົງຄະນະພັກສານປະຊາຊົນສູງສຸດ ຄັ້ງທີ IV ໄດ້ດຳເນີນໃນວັນທີ 24-25 ສິງຫາ 2021 ທີ່ໂຮງແຮມແລນມາກ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍສະມະຊິກພັກທົ່ວອົງຄະນະພັກສານປະຊາຊົນສູງສຸດ ເຂົ້າຮ່ວມ.


ໃນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກສານປະຊາຊົນສູງສຸດ ສະໄໝທີ IV ໄດ້ເລືອກຕັ້ງເອົາຄະນະປະຈຳພັກ, ເລຂາ-ຮອງເລຂາຄະນະພັກ ແລະ ປະທານ-ຮອງປະທານກວດກາພັກ ສານປະຊາຊົນສູງສຸດ ລະອຽດມີດັ່ງນີ້: ຄະນະປະຈໍາພັກປະກອບມີ 5 ສະຫາຍ, ຍິງ 1 ສະຫາຍ ຄື: ສະຫາຍ ນາງ ວຽງທອງ ສີພັນດອນ, ສະຫາຍ ບຸນຂວາງ ທະວີສັກ, ສະຫາຍ ຄໍາພັນ ບຸນພາຄົມ,ສະຫາຍ ຄູນ ຜາສຸກ ແລະ ສະຫາຍ ຂຸນສຸວັນ ສຸທໍາມະວົງ; ພ້ອມນີ້ໄດ້ເລືອກຕັ້ງເລຂາ, ຮອງເລຂາ ຄະນະບໍລິຫານງານພັກດັ່ງນີ້: ສະຫາຍ ນາງ ວຽງທອງ ສີພັນດອນ ເປັນເລຂາຄະນະບໍລິຫານງານພັກ, ສະຫາຍ ບຸນຂວາງ ທະວີສັກ ເປັນຮອງເລຂາຄະນະບໍລິຫານງານພັກ ແລະ ເລືອກຕັ້ງ ປະທານ ແລະ ຮອງປະທານ ຄະນະກວດກາພັກ: ສະຫາຍ ບຸນຂວາງ ທະວີສັກ ເປັນປະທານກວດກາພັກ, ສະຫາຍ ອານົງ ຍ່ອຍສາຍຄໍາ ເປັນຮອງປະທານກວດກາພັກ ແລະ ສະຫາຍ ແສງແກ້ວ ພິລະພົນເດດ ເປັນຄະນະກວດກາພັກ.


ໃນໂອກາດດັ່ງກ່າວສະຫາຍ ບຸນທອງ ຈິດມະນີ ໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມໃຫຍ່ ສະມາຊິກພັກ ອົງຄະນະພັກສານປະຊາຊົນສູງສຸດ ຄັ້ງທີ IV ບາງຕອນກ່າວວ່າ: ຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ, ຜົນສຳເລັດ ແລະ ຄວາມຮັບຜິດຊອບເປັນເຈົ້າການນຳພາຂອງຄະນະພັກ, ຄວາມບຸກບືນປະຕິບັດໜ້າທີ່ຂອງບັນດາສະຫາຍສະມາຊິກພັກ ພະນັກງານ – ລັດຖະກອນ ຂອງສານປະຊາຊົນສູງສຸດ.ຄຽງຄູ່ຜົນສຳເລັດທີ່ບັນດາສະຫາຍຍາດມາໄດ້ນັ້ນ ແຕ່ພວກສະຫາຍກໍໄດ້ຕີລາຄາ ແລະ ຍອມຮັບຈຸດອ່ອນ ຂໍ້ບົກຜ່ອງຢ່າງພາວະວິໄສທີ່ຕ້ອງໄດ້ພ້ອມກັນແກ້ໄຂໃນຕໍ່ໜ້າດັ່ງນີ້: 1. ເພີ່ມທະວີບົດບາດການນຳພາຂອງຄະນະພັກໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກສານປະຊາຊົນສູງສຸດ ຄັ້ງທີ IV ວາງ ອອກ, ຕ້ອງໄດ້ຍົກສູງຄວາມເປັນແບບຢ່າງນຳໜ້າ ແລະ ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ສ້າງຄວາມເຂັ້ມແຂງໃຫ້ແກ່ສານປະຊາຊົນໃນ ຖານະເປັນອົງການຕຸລາການ ເຮັດໜ້າທີ່ພິພາກສາ ແລະ ຕັດສິນຄະດີ, ເປັນອົງການຫຼັກແຫຼ່ງໃນການປົກປ້ອງກົດໝາຍໃຫ້ສັກສິດ, ເພີ່ມທະວີນິຕິທຳ, ກຳຈັດ ແລະ ສະກັດກັ້ນການລະເມີດກົດໝາຍ ເພື່ອປົກປັກຮັກສາສິດຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ຂອງລັດ ແລະ ຂອງລວມໝູ່, ຮັບປະກັນຄວາມຍຸຕິທຳ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເສີມຂະຫຍາຍໝາກຜົນຂອງການ ປະຕິວັດ, ລະບອບການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ຕາມທິດສ້າງລັດ ທີ່ປົກຄອງດ້ວຍກົດໝາຍ. ຕ້ອງສ້າງໃຫ້ສານປະຊາຊົນເປັນເຄື່ອງມືຜະເດັດການທີ່ ສັກສິດຂອງພັກ, ຂອງຊົນຊັ້ນປົກຄອງຂອງພວກເຮົາ, ເປັນຜະເດັດການກົດໝາຍຕໍ່ ຜູ້ຜ່າຝຶນກົດໝາຍ ແລະ ເດັດດ່ຽວປົກປ້ອງກົດໝາຍໃຫ້ສັກສິດ. ສານປະຊາຊົນ ຕ້ອງມີຄວາມຮັບຜິດ ອບໂດຍກົງ ແລະ ສຸດທ້າຍດ້ານຄວາມຍຸຕິທຳຂອງສັງຄົມ ແລະ ດ້ານຄວາມໝັ້ນຄົງຂອງລະບອບ ໃໝ່ພວກເຮົາ; 2. ຖືເອົາການສ້າງການຫັນປ່ຽນວຽກງານພັກ-ພະນັກງານ ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເປັນທິດທາງໜຶ່ງທີ່ເລັ່ງດ່ວນທັງເປັນບັນຫາພື້ນຖານ ຍາວນານ ຂອງການກໍ່ສ້າງພັກ-ພະນັກງານ ໃຫ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ຕໍ່ສະມາຊິກພັກພະນັກງານ ໃຫ້ກຳແໜ້ນທາດແທ້ຊົນຊັ້ນ ແລະ ຄຸນສົມບັດສິນທຳປະຕິວັດ ໄປຄຽງຄູ່ກັບການຍົກສູງຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະວິຊາການ ແລະ ມີຄວາມຊຳນານ ກາຍເປັນມືອາຊີບໃນການຄົ້ນຄວ້າພິຈາລະນາຄະດີ. ພ້ອມນັ້ນ, ໃນການປະຕິບັດກົດໝາຍ, ຕ້ອງເຄົາລົບຈັນຍາບັນ-ຈັນຍາທຳໃນອາຊີບໃຫ້ເລິກເຊິ່ງ ແລະ ເຂັ້ມງວດ, ບໍ່ອະນຸຍາດໃຫ້ໃຊ້ສິດ, ອຳນາດແບບອາຍາສິດເຈົ້ານາຍຢູ່ເໜືອກົດໝາຍ, ຢູ່ເໜືອປະຊາຊົນ, ນຳໃຊ້ກົດໝາຍ ເພື່ອບັງຄັບເອົາປຽບປະຊາຊົນ ຫຼື ນຳໃຊ້ຊ່ອງວ່າງຂອງກົດໝາຍເພື່ອຫາຜົນປະໂຫຍດສ່ວນຕົວ ຫຼື ໃຫ້ແກ່ຄູ່ຄວາມຝ່າຍ ໃດຝ່າຍໜຶ່ງ; 3. ຕ້ອງເອົາໃຈ ໃສ່ປັບປຸງດ້ານແບບແຜນນຳພາ, ວິທີເຮັດວຽກ ຂອງຄະນະພັກ ແລະ ພະນັກງານ-ລັດຖະກອນ ຂອງສານ ໂດຢຶດໝັ້ນຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ນຳພາເປັນໝູ່ຄະນະ, ມີການແບ່ງງານໃຫ້ບຸກຄົນຮັບຜິດຊອບ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ຂັ້ນລຸ່ມປະຕິບັດຕາມຂັ້ນເທິງ. ໃນນັ້ນ, ການແບ່ງສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງແຕ່ລະສະຫາຍ ຕ້ອງມີຄວາມສອດຄ່ອງ, ກົມກຽວ ແລະ ມີຄວາມໂປ່ງໃສທີ່ສຸດ, ອັນໃດແມ່ນວຽກຂອງຄະນະພັກ, ຄະນະປະຈຳ ຫຼື ເລຂາ, ຮອງເລຂາຄະນະພັກ ແລະ ອັນໃດແມ່ນວຽກຂອງຄະນະນຳ ຫຼື ສະພາຜູ້ພິພາກສາ ເຮັດວຽກຕ້ອງມີແຜນການ, ມີຈຸດສຸມ, ມີການຊຸກຍູ້, ຕິດຕາມ, ກວດກາ ແລະ ສະຫຼຸບແຜນການທີ່ວາງໄວ້, ປະຕິບັດລະບອບປະຊຸມ ແລະ ລາຍງານສ່ອງແສງປົກກະຕິ; ຕ້ອງເຮັດໜ້າທີ່ໃຫ້ສົມຄູ່ກັບຄວາມເຊື່ອໝັ້ນໄວ້ວາງໃຈຈາກສະມາຊິກພັກ ທີ່ໄດ້ເລືອກເຂົ້າມາເປັນຄະນະພັກ. ພ້ອມດຽວກັນນີ້ ກໍຕ້ອງໄດ້ເອົາໃຈໃສ່ ຮັບຟັງ ແລະ ເລືອກເຟັ້ນເອົາຄຳຄິດ-ຄຳເຫັນທີ່ຖືກຕ້ອງ, ມີເຫດຜົນຂອງບັນດາສະຫາຍສະມາຊິກພັກ-ພະນັກງານໃນທົ່ວອົງຄະນະພັກສານປະຊາຊົນສູງສຸດ; ເດັດດ່ຽວ ຕ້ານແນວຄິດເອກະຊົນໃນຕົວ, ພະຍາດອາຍາສິດ, ບໍ່ແທດເຖິງຕົວຈິງ, ສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເປັນການລະເມີດລະບຽບ, ຫຼັກການຂອງພັກ ແລະ ກົດໝາຍຂອງລັດ ຢ່າງເດັດຂາດ ເພາະວ່າບັນຫານີ້ ແມ່ນບັນຫາສຳຄັນ ທີີ່ສ່ອງແສງເຖິງບົດບາດ, ຄວາມອາດສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງຄະນະພັກ ແລະ ສະມາຊິກພັກທຸກສະຫາຍ.

4 ຍົກສູງຄວາມເປັນເຈົ້າການຈັດຕັ້ງເຊື່ອມຊຶມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ກໍຄືແຜນພັດທະນາລະບົບສານທີ່ວາງອອກ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້ ໂດຍໃຫ້ເອົາໃຈໃສ່ ປັບປຸງການຈັດຕັ້ງຂອງສານແຕ່ລະຂັ້ນໃຫ້ມີຄຸນນະພາບ ເປັນທີ່ຍອມຮັບ ແລະ ເຊື່ອຖືຂອງປະຊາຊົນ ລວມທັງພາກພື້ນ ແລະ ສາກົນ, ຕ້ອງໃຫ້ການຈັດຕັ້ງຂອງສານປະຊາຊົນສູງສຸດ ທີ່ມີ 14 ຫົວໜ່ວຍ (7 ຄະນະສານ ແລະ 7 ກົງຈັກບໍລິຫານ ) ສາມາດເຮັດໜ້າທີ່ຄຸ້ມຄອງມະຫາພາກໄດ້ເປັນຢ່າງດີ. ຢູ່ຂັ້ນທ້ອງຖິ່ນ ທີ່ມີສານປະຊາຊົນພາກ, ສານປະຊາຊົນແຂວງ, ນະຄອນຫຼວງ ແລະ ສານປະຊາຊົນເຂດ ຕ້ອງຮັບປະກັນໃຫ້ປະຊາຊົນໄດ້ເຂົ້າຫາການບໍລິຫານຂອງສານໄດ້ງ່າຍ ແລະ ສະດວກ ໂດຍສະເພາະ ການຈັດຕັ້ງຂອງສານຢູ່ຂັ້ນເມືອງ ຕ້ອງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ເພາະເປັນບ່ອນທີ່ຢູ່ໃກ້ກັບເຫດການຂໍ້ຂັດແຍ່ງຕົວຈິງ, ເປັນບ່ອນທີ່ບໍລິການຮັບໃຊ້ປະຊາຊົນຂັ້ນຕົ້ນ, ຖ້າຫາກການແກ້ໄຂຄະດີມີຄວາມໜັກແໜ້ນ, ມີການດຳເນີນຢ່າງໂປ່ງໃສ, ຖືກຕ້ອງມາແຕ່ເບື້ອງຕົ້ນຈະບໍ່ຫຍຸ້ງຍາກໃນການແກ້ໄຂຢູ່ສານຂັ້ນເທິງ; 5. ເອົາໃຈໃສ່ນຳພາ-ຊີ້ນຳຄະນະສານປົກຄອງຂຶ້ນຢູ່ສານປະຊາຊົນສູງສຸດ, ສານປະຊາຊົນພາກກາງ ແລະ ສານປະຊາຊົນນະຄອນຫຼວງວຽງຈັນ ແລະ ສືບຕໍ່ ສ້າງຂຶ້ນຕື່ມຢູ່ບັນດາແຂວງທີ່ມີເງື່ອນໄຂ ຊຶ່ງແມ່ນບາດກ້າວໜຶ່ງທີ່ສຳຄັນເຮັດໃຫ້ລະບົບການຈັດຕັ້ງສານມີການປັບປຸງ ແລະ ພັດທະນາໃຫ້ເຂັ້ມແຂງ, ຄົບຖ້ວນ ແລະ ມີລັກສະນະສະເພາະ ເພື່ອໃຫ້ສອດຄ່ອງກັບລັກສະນະ, ຈຸດພິເສດຂອງຄະດີ ເປັນຕົ້ນຄະດີປົກຄອງ. ບັນຫານີ້, ເປັນເລື່ອງໃໝ່ສຳລັບຂະບວນຍຸຕິທຳ ຜ່ານມາ, ປະເພດຂໍ້ຂັດແຍ່ງດັ່ງກ່າວ ແມ່ນຖືກແກ້ໄຂຜ່ານທາງບໍລິຫານ, ເມື່ອນຳເຂົ້າມາພິ ຈາລະນາຢູ່ໃນລະບົບສານ ຕ້ອງຍອມຮັບວ່າພວກເຮົາຍັງອ່ອນດ້ອຍໃນເລື່ອງນີ້ຫຼາຍດ້ານ ເປັນຕົ້ນປະສົບປະການ, ຄວາມຮັບຮູ້ໃນການດຳເນີນຄະດີປະເພດນີ້ຂອງຜູ້ພິພາກສາຍັງຈຳກັດ ແລະ ຂໍ້ບັນຍັດກົດໝາຍ, ກົນໄກຕ່າງໆ ກໍຍັງບໍ່ທັນຄົບຖ້ວນສົມບູນເທື່ອ; ພວກເຮົາຕ້ອງໄດ້ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ກົນໄກ ແລະ ບຳລຸງສ້າງພັດທະນາບຸກຄະລາກອນຢ່າງຕໍ່ເນື່ອງ ໂດຍສືບຕໍ່ຮ່ວມມືແລກປ່ຽນກັບປະເທດເພື່ອນມິດທີ່ມີປະສົບປະການມາກ່ອນ ເພື່ອເຮັດໃຫ້ລະບົບການຈັດຕັ້ງສານມີຄວາມໜັກແໜ້ນ, ເຂັ້ມແຂງ, ເຮັດໃຫ້ຜູ້ພິພາກສາ, ພະນັກງານຂອງສານມີຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ, ວິຊາການແບບມືອາຊີບ ແລະ ເປັນຊ່ຽວຊານສະເພາະດ້ານແທ້, ເຮັດໃຫ້ການບໍລິຫານຄະດີມີຄຸນນະພາບ ແລະ ປະສິດທິພາບ.

6 ບັນດາສະຫາຍ ຄະນະພັກຕ້ອງໄດ້ເພີ່ມທະວີຄວາມ ສາມັກຄີເປັນເອກະພາບ ແລະ ຕັດສິນໃຈສູງ ເພື່ອຫັນມະຕິກອງປະຊຸມຄົບຄະນະສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ຄຳສັ່ງຂອງກົມ ການເມືອງສູນກາງພັກ ເດັດດ່ຽວນຳພາ-ຊີ້ນຳທົ່ວລະບົບສານ ຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຊຶ່ງກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຮອງເອົາ ໂດຍສະເພາະແມ່ນໃຫ້ສຸມໃສ່ໜ້າວຽກລະອຽດຄື : ໃຫ້ກຳນົດກົນໄກ, ລະບອບຊີ້ນຳ ແລະ ປະສານສົມທົບບັນດາພາກສ່ວນທີ່ກ່ຽວຂ້ອງກັບການພິຈາລະນາຄະດີ ແລະ ການປັບປຸງ, ການສ້າງກົດໝາຍ ແລະ ນິຕິກຳອື່ນໆໃຫ້ຮັດກຸມ, ຖືກຕ້ອງ ແລະສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະ ການເລັ່ງທວງແກ້ໄຂບັນຫາ ບົນພື້ນຖານຜັນຂະຫຍາຍຈິດໃຈຊີ້ນຳຂອງສູນກາງພັກ, ໃຫ້ເອົາໃຈໃສ່ຄົ້ນຄວ້າກ່ຽວກັບບັນຫາໂທດປະຫານຊີວິດ ເຮັດແນວໃດໃຫ້ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທຳ ແລະ ສອດຄ່ອງກັບຄວາມເປັນຈິງ, ໃຫ້ເພີ່ມທະວີຄວາມເຂັ້ມງວດ ແລະ ປະຕິບັດໃຫ້ຖືກຕ້ອງ, ຄົບຖ້ວນ ຕາມກົດໝາຍ ແລະ ຫຼັກສິນທຳ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ, ເດັດດ່ຽວແກ້ໄຂບັນ ຫາຜູ້ພິພາກສາ, ພະນັກງານຂອງສານທຸກລະດັບ, ທຸກຂັ້ນທີ່ພົວພັນກັບຢາເສບຕິດ ໂດຍການລົງວິໄນ, ປົດອອກຈາກຖັນແຖວ ແລະ ລົງໂທດຕາມກົດໝາຍຢ່າງເຂັ້ມງວດ ແລະ ປັບປຸງກົນໄກ, ລະບຽບການກ່ຽວກັບການຄຸ້ມຄອງຂອງກາງ ຫຼື ວັດຖຸ, ຊັບສິນທີ່ໄດ້ມາຈາກການກະທຳຜິດໃຫ້ຮັດກຸມ ແລະ ທັນສະພາບ ເພື່ອບໍ່ໃຫ້ຕົກເຮ່ຍເສຍຫາຍ, ເຊື່ອມຄຸນ, ບໍ່ໃຫ້ບຸກຄົນໃດ ເອົາເປັນຊ່ອງວ່າງສວຍໃຊ້ຕໍ່ລອງ ແລະ ອື່ນໆ.