ສະຫວັນນະເຂດ ໜັກໜ່ວງສຸດ ມື້ດຽວ ຕິດເຊື້ອ ໃນຊຸມ 551 ຄົນ

762

ໃນວັນທີ 25 ສິງຫາ ປີ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ຢູ່ໃນ ສປປ ລາວ ປະຈຳວັນທີ 25 ສິງຫາ 2021 ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ໃນວັນທີ 24 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 3.107 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 952 ຄົນ ຖືວ່າເປັນຕົວເລກສູງທີ່ສຸດ ນັບຕັ້ງແຕ່ມີການລະບາດມາໃນ ສປປ ລາວ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 594 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ.ໃນນັ້ນສະເພາະແຂວງສະຫວັນນະເຂດ ມີຜູ້ຕິດເຊື້ອທັງໝົດ 631 ຄົນ ມີຜູ້ຕິດເຊື້ອຊຸມຊົນ 551 ຄົນ.

ສະເພາະຜູ້ຕິດເຊື້ອໃນຊຸມຊົນ ຢູ່ສະຫວັນນະເຂດ ຈຳນວນ 551 ຄົນ ແມ່ນກວດພົບຢູ່ສະຖານທີ່ຄຸມຂັງ 543 ຄົນ ແລະ ກຸ່ມຄົນທົ່ວໄປ 8 ຄົນ ຄື: ພະນັກງານບໍລິສັດລ້ານຊ້າງມິເນໂຣ 5 ຄົນ, ພະນັກງານການຢາຢູ່ໂຮງໝໍແຂວງ 1 ຄົນ, ຊາວຄ້າຂາຍ 1 (ຢູ່ບ້ານອຸດົມວິໄລ) ແລະ ຜູ້ສຳຜັດໃກ້ຊິດກັບພະນັກງານບໍລິສັດລ້ານຊ້າງມິເນໂຣ ທີ່ິິຕິດເຊື້ອ 1 ຄົນ.

ສ່ວນ ກໍລະນີນໍາເຂົ້າ ຢູ່ແຂວງສະຫວັນນະເຂດ 80 ຄົນ, ຈຳປາສັກ 54 ຄົນ, ນະຄອນຫຼວງ 1 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.