ວ້າວ!ເຊຍເຕັມທີ່ຫນຸ່ມນັກກິລາ ສູ່ເວທີຊາຍງາມ ມ໋ອດ ແສງອາທິດ MGL 09

1397

ຢາກຈະແບ່ງປັນປະສົບການທີ່ໄດ້ມາໃຫ້ກັບຄົນທີ່ມີເປົ້່າໝາຍໃນວົງການບັນເທີງ ແລະ ຢາກຊ່ວຍເຫຼືອຄົນທີ່ບໍ່ມີໂອກາດໄດ້ສຶກສາຮ່ຳຮຽນ ເພາະການສຶກສາເປັນສິ່ງສໍາຄັນຈະນຳຄວາມຈະເລີນມາໃຫ້ແກ່ໂຕເຮົາເອງ ແລະ ປະເທດຊາດ ນີ້ຄືເປົ້າຫມາຍຂອງຫນຸ່ມ ແສງອາທິດ ເສນາບັນດິດ ຫລື ມ໋ອດ ຈະເຮັດເມື່ອໄດ້ຕໍາແຫນ່ງອັນຊົງກຽດຈາກເວທີ Mister Global Laos 2021 ມາຄອບຄອງ ມາທໍາຄວາມຮູ້ຈັກກັບທີ່ໄປທີ່ມາຂອງຫນຸ່ມຄົນນີ້ໃຫ້ຫລາຍຂຶ້ນ.

ມ໋ອດ ແສງອາທິດ ຫມາຍເລກ MGL 09  ປັດຈຸບັນອາຍຸ 18ປີ ສ່ວນສູງ 182cm ນ້ຳໜັກ 72kg ມາຈາກແຂວງບໍລິຄໍາໄຊ ກຳລັງສຶກສາຢູ່ທີ່ຄະນະວິສະວະກຳສາດປີທີ1 ຜູ້ຜ່ານເຂົ້າຮອບຄັດເລືອກ 12ຄົນຈາກເວທີປະກວດຊາຍງາມ Mister Global Laos 2021 ມາຮ່ວມເຊຍແລະເປັນກໍາລັງໃຈໃຫ້ຫນຸ່ມຄົນນີ້ໄຫ້ກ້າວໄປເຖິງຝັນນໍາກັນ

ມ໋ອດ ໄດ້ໃຫ້ສໍາພາດວ່າ: ເວທີ Mister Global Laos 2021 ນີ້ເປັນເວລາທຳອິດເລີຍ ທີ່ຕັດສິນໃຈປະກວດເວທີນີ້ຍ້ອນເປັນເວທີທີ່ໃຫຍ່ຂອງຕົນເລີຍ ແລະຢາກມາຫາປະສົບການ ເພື່ອຄົ້ນຫາຕົນເອງໃຫ້ຫຼາຍຂຶ້ນ, ຢາກເປັນ the winner ແລະ ຢາກເປັນຕົວແທນຂອງຄົນລາວໄປແຂ່ງຂັນຢູ່ຕ່າງປະເທດເພື່ອຈະໄດ້ເຜີຍແຜ່ວັດທະນະທຳລາວໃຫ້ແກ່ຊາດອື່ນໄດ້ເຫັນ ນອກຈາກນັ້ນຍັງຢາກເປັນທີ່ຮູ້ຈັກໃນວົງການບັນເທີງ.

ຄະຕິປະຈຳໃຈຂອງມ໋ອດທີ່ໃຊ້ມາສະເຫມີແມ່ນ: ‘’ຢ່າຢຸດທີ່ຈະຮຽນຮູ້ ມື້ນີ້ອາດເປັນຕົ້ນຫຍ້າ ມື້ໜ້າອາດເປັນຕົ້ນໄຜ່ ຖ້າບໍ່ລົ້ມເລີກຄວາມຕັ້ງໃຈມື້ໜຶ່ງຊິກາຍເປັນຕົ້ນໄຊທີ່ແຂງແຮງ’’ ມ໋ອດເຊື່ອວ່າຄວາມມຸ້ງຫມັ້ນອົດທົນບໍ່ເຄີຍເຮັດໃຫ້ໃຜຜິດຫວັງ ມື້ນີ້ອາດຈະບໍ່ປະສົບຄວາມສໍາເລັດ ແຕ່ມື້ຫນ້າກໍຍັງມີ ສະນັ້ນເຮົາບໍ່ຄວນຍອມແພ້ຫຍັງງ່າຍໆ ມື້້ຕໍ່ໄປອາດຈະເປັນມື້ຂອງເຮົາກໍໄດ້.

ຄວາມສາມາດພິເສດແມ່ນການ ເປັນນັກກິລາ volleyball ແລະຍັງມີໂອກາດໄດ້ຮັບຫນ້າທີ່ອັນເປັນຄວາມພູມໃຈຫນຶ່ງກໍຄືເປັນທ້າວຖືທຸງໃຫ້ຄະນະວິສະວະກຳສາດ ແລະ ມ໋ອດເອງເປັນຄົນຄິດບວກ, ມັກສະແຫວງຫາຄວາມຮູ້ຢູ່ຕະຫຼອດ, ມີເປົ້າໝາຍ ແລະ ມັກລົງທຶນ.

ສິ່ງທີ່ຄິດວ່າຈະເອົາຊະນະໃຈຄະນະກໍາມະການ ແລະ ທຸກຄົນໄດ້ ຄິດວ່າແມ່ນ ຄວາມອົດທົນພະຍາຍາມ ແລະ ຄວາມຕັ້ງໃຈທີ່ມີ ພ້ອມຈະເຮັດໃຫ້ເຕັມທີ່ທີ່ສຸດກັບທຸກກິດຈະກໍາ ແລະ ດ່ານທົດສອບຂອງກອງ ກ່ອນຈະມາປະກວດແມ່ນໄດ້ມີການກຽມຕົວບໍ່ງ່າຍເລີຍ ເປັນຕົ້ນແມ່ນໄດ້ເລີ່ມຝິດຫຸ່ນໂຕເອງມາໄລຍະໜຶ່ງ ໃຫ້ມີຮູບຮ່າງດີ ແລະ ສວຍງາມ ນອກນີ້ກໍຈະແມ່ນການຝຶກດ້ານບຸກຄະລິກກະພາບຕ່າງໆ.

ກິດຈະກຳຍາມວ່າງ ມັກຈະສະແຫວງຫາຄວາມຮູ້ເພື່ອພັດທະນາຕົນເອງໃຫ້ດີຂຶ້ນໃນທຸກໆດ້ານ ມັກອອກກຳລັງກາຍຮັກສາສຸຂະພາບ ແລະ ອອກໄປທ່ອງທ່ຽວເພື່ອຜ່ອນຄາຍ ຮູບແບບຂອງການແຕ່ງຕົວ ແມ່ນສາຍສະປອດມັກນຸ່ງເຄື່ອງກິລາສະບາຍສະບາຍ ແຕ່ເວລາອອກສັງຄົມມັກຈະນຸ່ງໂສ້ງຢີ່ນສີດຳ ກັບເສື້ອຂາວສຸພາບ ສຸດທ້າຍນີ້ ກໍຂໍຢາກຝາກໃຫ້ທຸກຄົນຕິດຕາມໂຫວດ ແລະ ກົດໄລ້, ກົດແຊ ໃຫ້ກຳລັງໃຈນ້ອງນ້ອຍກ່ອນໝູ່ໃນເວທີນີ້ ຝາກເຊຍມ໋ອດແນ່ເດີ່ MGL09 ຕິດຕາມການເຄື່ອນໄຫວໄດ້ຜ່ານທາງເຟສບຸກ Mot Senabandith.

ຮູບ: Mot Senabandith.