ອິຣານ ເລີ່ມສົ່ງອອກນ້ຳມັນໄປອັຟການິດສະຖານ

210

ສຳນັກຂ່າວຕ່າງປະເທດລາຍງານວ່າ ສະມາຄົມຜູ້ສົ່ງອອກນ້ຳມັນ, ແກ໊ສ ແລະ ປີໂຕຣເຄມີ ຂອງອິຣານ ເປີດເຜີຍໃນວັນທີ 23 ສິງຫາຜ່ານມາວ່າ ອິຣານ ໄດ້ເລີ່ມສົ່ງອອກນ້ຳມັນແອັດຊັງ ແລະ ແກ໊ສ ໄປຍັງອັຟການິດສະຖານແລ້ວ ຕາມການຮ້ອງຂໍຂອງກຸ່ມຕາລີບັນ ເຊິ່ງເປັນຜູ້ເຂົ້າຢຶດຄອງອັຟການິດສະຖານ ຕັ້ງແຕ່ວັນທີ 15 ສິງຫາຜ່ານມາ.

ທັງນີ້, ລາຄານ້ຳມັນແອັດຊັງຢູ່ອັຟການິດສະຖານ ໄດ້ເພີ່ມຂຶ້ນຈຸ 900 ໂດລາສະຫະລັດຕໍ່ 1 ໂຕນ ເມື່ອອາທິດຜ່ານມາ ເນື່ອງຈາກຊາວອັຟການິດສະຖານ ຈຳນວນຫຼວງຫຼາຍເກີດຄວາມວິຕົກກັງວົນ ຈຶ່ງໄດ້ຂັບລົດສ່ວນຕົວລົບໜີອອກຈາກເມືອງຕ່າງໆ ເພື່ອຫາທາງອອກຈາກປະເທດເປັນຈຳນວນຫຼວງຫຼາຍ ຈຶ່ງເຮັດໃຫ້ເກີດການຂາດແຄນນ້ຳມັນ ສົ່ງຜົນໃຫ້ລາຄານ້ຳມັນແອັດຊັງເພີ່ມຂຶ້ນສູງ.

ເພື່ອຮັບມືກັບວິກິດດັ່ງກ່າວ ກຸ່ມຕາລີບັນ ໄດ້ຮຽກຮ້ອງໃຫ້ອິຣານ ສົ່ງອອກນ້ຳມັນໄປຍັງອັຟການິດສະຖານ ພ້ອມທັງປັບຫຼຸດພາສີນຳເຂົ້ານ້ຳມັນຈາກອິຣານລົງເຖິງ 70%. ແຕ່ບໍ່ມີລາຍງານວ່າການສົ່ງອອກນ້ຳມັນໄປຍັງອັຟການິດສະຖານ ຈຳນວນເທົ່າໃດຕໍ່ວັນ ຫຼື ຕໍ່ເດືອນ.