ລີຢົງ ປະກາດຄວ້າຕົວ ຊາກິຣີ ຈາກລິເວີພູລ ມາຮ່ວມທີມ

258

ໂອແລມປິກ ລີຢົງ ສະໂມສອນໃນລີກເອິງ ຝຣັ່ງ ປະກາດຄວ້າ ເຊີດານ ຊາກິຣີ ກອງກາງຫົວໜ້າທີມຊາດສະວິດ ມາຈາກ ລິເວີພູລ ຢ່າງເປັນທາງການ ເມື່ອວັນທີ 23 ສິງຫາ 2021 ໂດຍເຊັນສັນຍາວຈົນເຖິງວັນທີ 30 ມິຖຸນາ 2024.

ລີຢົງ ລະບຸວ່າ: ຄ່າຕົວຂອງ ຊາກິຣີ ອາຍຸ 29 ປີທີ່ເຄີຍຫຼິ້ນໃຫ້ກັບສະໂມສອນໃຫຍ່ໆບໍ່ວ່າຈະເປັນ ບາເຢິນ ມິວນິກ, ອິນເຕີ ມິລານ ແລະ ສະໂຕ໊ກ ຊິຕີ້ ຢູ່ທີ 6 ລ້ານເອີໂຣ ແລະ ມີໂບນັສ 5 ລ້ານເອີໂຣ.
ສໍາລັບ ຊາກິຣີ ຢູ່ກັບ ລິເວີພູລ ເຖິງ 3 ລະດູການ ລົງແຂ່ງຂັນໄປທັງໝົດ 63 ນັດຍິງໄດ້ 8 ປະຕູ ທີ່ສໍາຄັນເປັນນັກເຕະທີ່ຍິງ 2 ປະຕູໃນນັດທີ່ ລິເວີພູລ ເປີດບ້ານເອົາຊະນະ ແມນເຊັສເຕີ ຢູໄນເຕັດ 3-1 ເມື່ອເດືອນທັນວາ 2018 ໂດຍນັດດັ່ງກ່າວ ຊາກິຣີ ລົງຫຼິ້ນໃນຖານະນັກເຕະຕົວສໍາຮອງ.