2 ສິນ​ລະ​ປິນ​ລາວ​ໄທ ຈັບໄມປະສານສຽງ ຮ້ອງເພງ ຄົນຮັກເກົ່າ Blackeyes ແລະ ແຕ້ ສິລາ (ນັກຮ້ອງໄທ)

633

ມ່ວນອີກແລ້ວ ຜົນງານເພງໃໝ່ ຄົນຮັກເກົ່າ (คนรักเก่า) ຂອງ BlackEyes x Sila

BlackEyes ສິນລະປິນລ໊ອກ, ວົງດົນຕີນັກຮ້ອງສຽງເອກກະລັກດັງ ລະດັບຕົ້ນໆຂອງເມືອງລາວ

.

ປະສານສຽງກັບ ນັກຮ້ອງລຸ້ນໃຫຍ່ ສຽງອຳມະຕະ ຢ່າງ ແຕ້ ສິລາ ເຈົ້າຂອງຜົນງານເພງດັງໃນເມື່ອກ່ອນ ທີ່ປັດຈຸບັນເອີ່ຍຊື່ ແລະ ເພງມາ ຄົນລຸ້ນກ່ອນໆຮູ້ຈັກດີ ຢ່າງເພງ ຄວາມໄວ້ໃຈ, ຝາກສາຍລົມ

ທີ່ລ້າສຸດ ທັງ 2 ສິນລະປິນ ສອງຝັ່ງຂອງ ແນວລ໊ອກ ແລະ ແນວເພື່ອຊີວິດ ມາຮ້ອງເພງ ຄົນຮັກເກົ່າ ຮ່ວມກັນ ເນື້ອໃນພາສາຄຳຮ້ອງ ໄທ ແລະ ລາວ ໃນເນື້ອເພງທີ່ ເຂົ້າກັນ ແລະ ມ່ວນຊຶ້ງອິນໄປນຳເພງ
ເນື້ອຫາກໍປະມານວ່າ ຄິດຮອດຄົນຮັກເກົ່າ ສິ່ງເກົ່າໆທີ່ເຄີຍມີ ເຄີຍເຮັດໃຫ້ກັນ ໂດຍໄດ້ ນາງເອກເອັມວີ

ນາລາ ນາລາທິບ Miss Supranational Laos 2021

.

ພ້ອມພະເອກໜຸ່ມ , ນັກສະແດງ, ນາຍແບບ ເອ້ ໄຊບັນດິດ ອິນທະວົງ ສັງກັດ Tara Academy laos


ມ່ວນສຳໃດໄປຟັງເລີຍ

ຈາກ: Ola Khampasong