ແກ້ບັນຫາຄົນບໍ່ມີວຽກເຮັດ ທຸກຄົນຕ້ອງຮ່ວມກັບພາກລັດໃນການໃຫ້ຂໍ້ມູນ

370

ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ທຸກປະເທດໃນໂລກນີ້ແມ່ນປະສົບກັບພາວະທາງເສດຖະກິດ ແລະເກາະເນື່ອງໄປໃສ່ບັນຫາການຈ້າງງານ ເຮັດໃຫ້ປະຊາຊົນຕົກວຽກເປັນຈຳນວນຫຼວງຫຼາຍລວມທັງ ສປປ ລາວເຮົາກໍ່ເປັນຄືກັນ ຫາກບັນຫານີ້ຈະໄດ້ຮັບການແກ້ໄຂ ຄົນຈະໄດ້ມີວຽກເຮັດ ແລະມີອາຊີບໃໝ່ຕໍ່ຈາກນີ້ ແຕ່ທຸກພາກສ່ວນຕ້ອງຮ່ວມເປັນເຈົ້າການກັບພາກລັດໃນການໃຫ້ຂໍ້ມູນ.

ທ່ານນາງ ໃບຄຳ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຊີ້ແຈງກ່ຽວກັບບັນຫາແຮງງານໃນກອງປະຊຸມສະໄໝວິສາມັນ ເທື່ອ 1 ຂອງສະພາແຫ່ງຊາດ ຊຸດທີ 9 ຜ່ານມາວ່າ:

ເພື່ອເປັນການດັດສົມລະຫວ່າງຄວາມຕ້ອງການ ແລະ ຄວາມອາດສາມາດໃນການສະຫນອງກໍາລັງແຮງງານ ເຂົ້າສູ່ຕະຫລາດແຮງງານ ພ້ອມທັງເປັນການປັບປ່ຽນທັດສະນະຄະຕິ ຂອງຜູ້ອອກແຮງງານ ແລະ ສັງຄົມ ໃຫ້ຫັນມາ ໃສ່ໃຈຮຽນວິຊາສະເພາະຕາມສາຂາອາຊີບທີ່ຕະຫລາດແຮງງານຕ້ອງການ ທັງເປັນການ ສ້າງພື້ນຖານ ໃຫ້ແກ່ກໍາລັງແຮງງານເປັນຜູ້ປະກອບອາຊີບອິດສະຫລະ ແລະ ກາຍເປັນຜູ້ປະກອບການ ໃນອະນາຄົດ.

ກະຊວງແຮງງານ ແລະ ສະຫັວດດີການສັງຄົມໄດ້ພະຍາຍາມສ້າງ ແລະ ພັດທະນາລະບົບຂໍ້ມູນ ຂ່າວສານ ຕະຫລາດແຮງງານ ດ້ວຍການເຊື່ອມຖານຂໍ້ມູນ ຄວາມຕ້ອງການ ແລະ ການສະຫນອງ ຮ່ວມກັບບັນດາກະຊວງຂະແຫນງການເສດຖະກິດ ແລະ ພາກວິສາຫະກິດ, ພ້ອມນັ້ນ, ຍັງມີເວັບໄຊສະຖິຕິແຮງງານ ແລະ ສະຫວັດດີການສັງຄົມ ; ເວັບໄຊຂໍ້ມູນຂ່າວສານຕະຫລາດແຮງງານ ທີ່ມີເຄືອຄ່າຍແຕ່ກະຊວງຮອດຂັ້ນເມືອງ ແລະ ເວບໄຊຈັດຫາງານສາທາລະນະຊົນ, ນອກນັ້ນຍັງມີ ຈຸດບໍລິການຈັດຫາງານ ຢູ່ 17 ແຂວງ ໃນຂອບເຂດທົ່ວປະເທດ.

ບັນຫາແຮງງານ ເປັນບັນຫາລວມຂອງທຸກພາກສ່ວນ ທັງພາກລັດ, ວິສາຫະກິດ, ສັງຄົມ, ຊຸມຊົນ ແລະ ຄອບຄົວ, ສະນັ້ນ, ການເປັນເຈົ້າການ ໃນການສຶກສາອົບຮົມເຂົາເຈົ້າແຕ່ຫົວທີ ເພື່ອສ້າງທັດສະນະຄະຕິ ໃຫ້ເຂົາເຈົ້າກາຍເປັນກໍາລັງແຮງງານທີ່ມີຄຸນນະພາບ ແມ່ນຄວາມຈໍາເປັນຢ່າງຍິ່ງ.

ໃນນາມ ຂະແຫນງແຮງງານ ແລະ ສະຫວັດດີການສັງຄົມ ຂໍຮຽກຮ້ອງໃຫ້ ບັນດາທ່ານ ສະມາຊິກສະພາແຫ່ງຊາດປະຈໍາແຕ່ລະເຂດເລືອກຕັ້ງ ຈົ່ງຊ່ວຍຕິດຕາມກວດກາ ຢ່າງເປັນປົກກະຕິ ເພີ່ມທະວີການຊີ້ນໍາ ອົງການປົກຄອງແຕ່ລະຂັ້ນ, ລວມທັງປະຊາຊົນທີ່ຢູ່ໃນເຂດເລືອກຕັ້ງເປັນເຈົ້າການຮ່ວມກັນໃນການຈັດຕັ້ງ ປະຕິບັດນະໂຍບາຍທີ່ກ່ຽວຂ້ອງ, ກົດຫມາຍ ແລະ ນິຕິກໍາໃຕ້ກົດຫມາຍຢ່າງແຂງແຮງ ແລະ ກວ້າງຂວາງຕື່ມ.