ສາມຫຼ່ຽມຄຳແຈ້ງການຮັບເອົາແຮງງານເຂົ້າເຂດຕ້ອງຜ່ານຄະນະສະເພາະກິດກ່ອນ

398

ຈາກສະພາບການລະບາດຂອງໂຄວິດ-19 ໃນປະຈຸບັນ ເຮັດໃຫ້ຫຼາຍພາກສ່ວນມີຄວາມກັງວົນແລະຕ້ອງລະມັດລະວັງຫຼາຍຂຶ້ນໃນການຄົບຄົນ ໂດຍສະເພາະການຄັດກອງຄົນມາເຮັດວຽກເຮັດງານ ອັນຈະໄດ້ຢູ່ໃກ້ຊິດກັບຄົນຈຳນວນຫຼາຍ.


ຫຼ້າສຸດເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ອອກແຈ້ງການກ່ຽວກັບການສະຫມັກຮັບເອົາພະນັກງານ-ກໍາມະກອນ ພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາເຮັດວຽກຢູ່ບໍລິສັດ ແລະ ຫ້າງຮ້ານຂອງຕົນ ພາຍໃນເຂດດັ່ງກ່າວ ແມ່ນຕ້ອງໄດ້ຜ່ານການພິຈາລະນາຢ່າງດີຈາກຄະນະສະເພາະກິດສາກ່ອນ.


ທັງນີ້ກໍເພື່ອເຮັດໃຫ້ການຄຸ້ມຄອງແຮງງານ ຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໃຫ້ຖືກຕ້ອງຕາມລະບຽບ ກົດຫມາຍ ຂອງ ສປປ ລາວ ແລະ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ບໍ່ໃຫ້ມີການລະບາດໃນຮອບໃຫມ່ ດັ່ງນັ້ນ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ(ຄຂສພ.ບກ) ຂໍຖືເປັນກຽດແຈ້ງມາຍັງ ບັນດາບໍລິສັດ, ຜູ້ ປະກອບການ ແລະ ຫ້າງຮ້ານ ທັງພາຍໃນ ແລະ ຕ່າງປະເທດ ທີ່ດໍາເນີນທຸລະກິດ ຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ. ຊາບດັ່ງນີ້:


1. ບໍລິສັດ, ຜູ້ປະກອບການ ຫ້າງຮ້ານໃດ ກ່ອນຈະນໍາແຮງງານພາຍໃນ ແລະ ຕ່າງປະເທດ ເຂົ້າມາເຮັດວຽກຢູ່ ບໍລິສັດແລະ ຫ້າງຮ້ານ ຂອງຕົນຕ້ອງໄດ້ຮັບອະນຸຍາດ ຈາກຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ແລະ ສະພາບໍລິຫານ ເສຍກ່ອນ ຈຶ່ງສາມາດນໍາເຂົ້າມາໄດ້;
2. ສໍາລັບແຮງງານຕ່າງປະເທດ ທີ່ຈະນໍາເຂົ້າມາ ເຮັດວຽກຢູ່ບໍລະສັດ, ຫ້າງຮ້ານຂອງຕົນ ຕ້ອງມີເອກະສານຖືກຕ້ອງຕາມລະບຽບການ ຈຶ່ງອະນຸຍາດເຂົ້າມາໄດ້.


3. ຫ້າມບໍລິສັດ ແລະ ຫ້າງຮ້ານໃດ ນໍາເອົາແຮງງານທີ່ບໍ່ມີເອກະສານ ຫຼື ລັກລອບເຂົ້າເມືອງຜິດກົດຫມາຍ ເຂົ້າມາເຮັດວຽກຢູ່ບໍລິສັດ ແລະ ຫ້າງຮ້ານ ຂອງຕົນໂດຍເດັດຂາດ.
4. ຖ້າຫາກບໍລິສັດ ແລະ ຫ້າງຮ້ານໃດ ຝ່າຝືນ ຈະຖືກດໍາເນີນຄະດີຕາມລະບຽບກົດຫມາຍ ຂອງ ສປປ ລາວ ພ້ອມໂຈະກິດຈະການໂດຍຖາວອນ ຈະບໍ່ມີການພິຈາລະນາໃດໆ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກບໍສັດ, ທຸກຫ້າງຮ້ານ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການ ນີ້ຢ່າງເຂັ້ມງວດ.