ປາໂທ້!ມື້ດຽວຕິດເຊື້ອໃໝ່ 440 ຄົນ ໂຄວິດຈະໂຫດຮ້າຍໄປແລ້ວ

665

ຕາມການຖະແຫຼງຂ່າວໃນມື້ນີ້ 20 ສິງຫາ 2021 ຂອງທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໍໃຫ້ຮູ້ວ່າ ໃນວັນທີ 19 ສິງຫາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3.317 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 440 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 75 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ.

ໃນ 75 ຄົນທີ່ຕິດເຊື້ອໃນຊຸມຊົນປະກອບມີແຂວງບໍ່ແກ້ວ (ຕົ້ນເຜິ້ງ) 13 ຄົນ, ຫຼວງນ້ຳທາ 3 ຄົນ (ມາແຕ່ແຂວງບໍ່ແກ້ວ), ສະຫວັນນະເຂດ 58 ຄົນ ແລະແຂວງເຊກອງ 1 ຄົນ.


ສ່ວນ ກໍລະນີນໍາເຂົ້າ ມີ 365 ຄົນ ຈາກ ຈຳປາສັກ 114 ຄົນ, ນະຄອນຫຼວງ 101 ຄົນ, ສະຫວັນນະເຂດ 77 ຄົນ, ຄຳມ່ວນ 45 ຄົນ, ສາລະວັນ 23 ຄົນ, ໄຊຍະບູລີ 4 ຄົນ ແລະ ຫຼວງພະບາງ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.


ສຳລັບ ແຂວງສະຫວັນນະເຂດ ທີ່ຕິດເຊື້ອໃນຊຸມຊົນ 58 ຄົນນັ້ນ, ໃນນັ້ນ ເປັນນັກໂທດຢູ່ສະຖານທີ່ຄຸມຂັງ ເຖິງ 48 ຄົນ ແລະ ກຸ່ມຄົນທົ່ວໄປ 10 ຄົນ ຄື: ພະນັກງານຕຳຫຼວດປະຈຳສູນຈຳກັດບໍລິເວນ 1 ຄົນ, ພະນັກງານດ່ານ 2 ຄົນ, ຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ 3 ຄົນ, ຄົນຂາຍນ້ຳມັນ 1 ຄົນ, ພະນັກງານບໍລິສັດຂົນສົ່ງ 1 ຄົນ, ສ່ວນອີກ 2 ຄົນ ທີມງານກຳລັງລົງເກັບກຳຂໍ້ມູນລາຍລະອຽດ ຈະແຈ້ງໃຫ້ບັນດາທ່ານຊາບຕື່ມໃນພາຍຫຼັງ.


ເຮັດໃຫ້ມາຮອດປະຈຸບັນ ປະເທດເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 11.753 ຄົນ, ຄົນເຈັບເສຍຊີວິດສະສົມ 11 ຄົນ (ໃໝ່ 2 ຄົນ) ແລະ ກໍາລັງປິ່ນປົວ ທັງໝົດ 4.604 ຄົນ.