ຄວາມຄິດ ທັດສະນະຄະຕິດີ ຕ້ອງເຊຍແລ້ວລະ!! ຫນຸ່ມ ຕ້ອມ ພຸດສະໄຫວ MGL04

829

“ເຮັດແລ້ວເສຍໃຈ ດີກວ່າເສຍໃຈທີ່ບໍ່ໄດ້ເຮັດ” ຄະຕິປະຈໍາໃຈເດັດໆຈາກຫນຸ່ມ ພຸດສະໄຫວ ສຸວັນນະວົງ ຫລື ຕ້ອມ ຫມາຍເລກ MGL04 ຜູ້ຜ່ານເຂົ້າຮອບ 12ຄົນ ໃນໂຄງການປະກວດ Mister Global Laos 2021 ປັດຈຸບັນອາຍຸ 22ປີ ຈາກນະຄອນຫລວງວຽງຈັນ ກຳລັງສຶກສາຢູ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ຢູ່ໃນຊ່ວງຂຽນບົດຈົບຊັ້ນ).

ໜຸ່ມຕ້ອມເອງຍັງບໍ່ເຄີຍປະກວດເວທີໃດມາກ່ອນ ແຕ່ມີຄວາມໄຝ່ຝັນທີ່ຢາກຈະຊະນະເວທີນີ້ ເພື່ອຕໍາແຫນ່ງອັນຊົງກຽດ ແລະເພາະນີ້ເປັນເວທີທີ່ມີການເຜີຍແຜ່ອອກສູ່ສາຍຕາຂອງຄົນທົ່ວໂລກ ແລະເປັນໂອກາດທີ່ເຮັດໃຫ້ນ້ອງສາມາດເຂົ້າສູ່ວົງການບັນເທີງໄດ້ເຊັ່ນ: ການເປັນນັກສະແດງ, ການຖ່າຍແບບ ຫລື ຖ່າຍໂຄສະນາ ແລະບ້ານເຮົາກໍມີຊີຣີໃຫມ່ໆທີ່ໄດ້ຮັບຄວາມສົນໃຈຂອງຕ່າງຊາດ ແລະນ້ອງເອງກໍຢາກມີສ່ວນຮ່ວມຫນຶ່ງໃນວົງການບັນເທີງລາວ ເພື່ອເຮັດໃນສ່ິ່ງທີ່ມັກ ແລະ ໄຝ່ຝັນມາໂດຍຕະຫລອດ.

ສໍາລັບຜົນງານຜ່ານມາຂອງໜຸ່ມຄົນນີ້ເຄີຍມີໂອກາດໄດ້ຮ່ວມງານເດີນແບບ ງານການກຸສົນໃຈຮ່ວມໃຈ ໃນປີ2016 ແລະ ເດີນແບບຢູ່ຂອນແກ່ນ ປະເທດໄທໃນງານ ເທດສະການເມືອງແຄນປີທີ3 ໃນປີ2017 ຖືໄດ້ວ່າເປັນປະສົບການອັນດີ ແລະ ເປັນບົດຮຽນອັນໍ້າຄ່າທີ່ຫາຈາກໃສບໍ່ໄດ້ເລີຍ ແລະ ຈາກການເຂົ້າຮ່ວມຕ້ອມເອງກໍຮູ້ສຶກປະທັບໃຈສຸດໆ.

ສິ່ງທີ່ເປັນຄວາມສາມາດຂອງຕົນເອງຢາກຈະໂຊອອກສູ່ສາຍຕາທຸກຄົນກໍຄື: ການເດີນແບບຍ່າງເທ່ໆເທິງເວທີ ເພື່ອສ້າງຄວາມສຸກໃຫ້ຄົນທີ່ເຫັນ ມັນເປັນສິ່ງທີ່ນ້ອງມັກ ແລະນ້ອງຈະຝຶກຝົນຕົນເອງ ພັດທະນາຕົນເອງໃຫ້ດີຂຶ້ນເລື້ອຍໆ.

ຖ້າຖາມວ່າຕົນເອງມີຈຸດເດັ່ນຫຍັງ ທີ່ຈະເອົາຊະນະໃຈກຳມະການ ແລະ ໄດ້ຕຳແຫນ່ງ ນ້ອງຄິດວ່າຈຸດເດັ່ນທີ່ຈະເອົາຊະນະໃຈກຳມະການນ້ອງຄິດວ່າແມ່ນຮອຍຍິ້ມ ແລະສາຍຕາ ຖ້ານ້ອງໄດ້ເຮັດຫຍັງແລ້ວກໍຈະມີຄວາມເອົາໃຈໃສ່ແລະເຕັມທີ່ກັບສິ່ງນັ້ນໃຫ້ເຖິງທີ່ສຸດ.

ໃນການກຽມຕົວກ່ອນເຂົ້າປະກວດກ່ອນອື່ນຫມົດໄດ້ມີການປັບເລື່ອງຂອງອາຫານການກິນ ແລະເຄື່ອງດື່ມ ຂອງໃນແຕ່ລະວັນ ພ້ອມກັນນີ້ກໍໄດ້ອອກກຳລັງກາຍເພື່ອເພີ່ມກ້າມເນື້ອໃຫ້ມີຫຸ່ນທີ່ດີ ແລະສຸຂະພາບແຂງແຮງເພື່ອກຽມຄວາມພ້ອມເຂົ້າໃນເວທີອັນຊົງກຽດນີ້ ໃຫ້ທຸກຄົນໄດ້ເຫັນແລ້ວປະທັບໃຈ ແລະເຫັນໃນຄວາມຕັ້ງໃຈ ແລະ ມີວິໄນຂອງຕ້ອງເອງທີ່ຈະເຮັດໃຫ້ດີທີ່ສຸດ.

ຖ້າໄດ້ຕຳແຫນ່ງ ຕ້ອມຢາກປະກອບສ່ວນໃນການຊ່ວຍເຫລືອສັງຄົມຄື ໃນຊ່ວງນີ້ເປັນຊ່ວງຂອງການລະບາດຂອງພະຍາດໂຄວິດ-19 ແລະມີແຮງງານກັບປະເທດລາວຫລາຍຂຶ້ນ ຊຶ່ງອາດເຮັດໃຫ້ປະເທດລາວມີໄພວ່າງງານເພີ່ມຂຶ້ນນ້ອງເອງຖ້າໄດ້ຕຳແຫນ່ງໃນເວທີນີ້ນ້ອງຢາກສົ່ງເສີມວຽກງານດ້ານການກະສິກຳ ແລະອຸດສາຫະກຳ ໂດຍສະເພາະດ້ານກະສິກຳເຊັ່ນ: ການປູກ, ຝັງລ້ຽງສັດ ຊຶ່ງເປັນອາຊີບຫລັກຂອງຄົນລາວຊຶ່ງນ້ອງຢາກເສີມຂະຫຍາຍໃຫ້ມີຄວາມຫມັ້ນຄົງເພີ້ມຂຶ້ນ.

ກິດຈະກຳຍາມວ່າງກໍຄື ການອອກກຳລັງກາຍໂດຍສະເພາະ ການແລ່ນເພາະການແລ່ນຊ່ວຍໃນການຜ່ອນຄາຍຄວາມຄຽດໄດ້ດີ ຫລືພັກຜ່ອນກັບຄອບຄົວ ສ່ວນສະຕາຍການແຕ່ງຕົວຂອງນ້ອງແມ່ນແບບ freestyle ເພາະຕ້ອມເປັນຄົນງ່າຍໆສະບາຍໆ ສຸດທ້າຍນີ້ຂໍຟາກຜົນງານຂອງຕ້ອມໃນເວທີ Mister Global laos 2021 ຢູ່ໃນອ້ອມອົກອ້ອມໃຈ ແລະ ເປັນກຳລັງໃຈໃຫ້ນ້ອງແດ່ເດີ້  MGL04 ສາມາດຕິດຕາມນ້ອງໄດ້ດັ່ງນີ້ Mister Global laos , Fb: tom phoutsawai , IG: tom_souvannavong , tiktok: tom phoutsawai ຂໍຂອບໃຈ

ຮູບ: tom phoutsawai