ສູນກາງຊາວໜຸ່ມ ສົນທະນາວັນຢຶດອຳນາດ 23 ສິງຫາ ໃນຫົວຂໍ້ ຊາວໜຸ່ນແມ່ນກຳລັງແຮງປະຈັນບານ ແລະ ຜູ້ສືບທອດແຫ່ງຍຸກສະໃໝ່

474

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດເວທີສົນທະນາກ່ຽວກັບ ວັນຢຶດອຳນາດ 23 ສິງຫາ 1945 ແລະ 23 ສິງຫາ 1975, ລັດຖະທຳມະນູນແຫ່ງ ສປປ ລາວ ແລະ ກົດໝາຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ (15 ສິງຫາ 1991 ຫາ 15 ສິງຫາ 2021) ຂຶ້ນໃນວັນທີ 11 ສິງຫາ 2021 ຮ່ວມສົນທະນາໂດຍ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ທ່ານ ສຈ.ປອ ຈະເລີນ ເຢຢປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ ພ້ອມດ້ວຍທ່ານຮອງເລຂາບໍລິຫານງານພັກ; ຫົວໜ້າກົມ, ຮອງກົມ ຕະຫຼອດຮອດພະນັກງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເຂົ້າຮ່ວມ.

ທ່ານ ນາງ ແກ້ວອຸດອນ ແສງມະນີວົງ ຄະນະບໍລິຫານງານພັກ, ຫົວໜ້າກົມອົບຮົມຊາວໜຸ່ມ ກ່າວວ່າ: ເພື່ອຄຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກຂອງຊາດ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດກິດກຳດັ່ງກ່າວຂຶ້ນ ເພື່ອສຶກສາອົບຮົມປະຊາຊົນລາວບັນດາເຜົ່າໃຫ້ຍົກ ສູງນ້ຳໃຈຮັກຊາດ, ຮັກລະບອບໃໝ່, ເພີ່ມທະວີຄວາມສາມັກຄີປວງຊົນລາວທັງຊາດ ເຊີດຊູບົດບາດ ເປັນເຈົ້າການໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ລະນຶກເຖິງການກຳເນີດ ແລະ ການຂະຫຍາຍຕົວ ວັນສຳຄັນຂອງພັກຂອງຊາດ.


ໃນເວທີດັ່ງກ່າວ, ທ່ານ ອາລຸນໄຊ ສູນນະລາດ ກໍໄດ້ເລົ່າຫວນຄືນ ພ້ອມກັບສົນທະນາກ່ຽວກັບວັນຢຶດອຳນາດ 23 ສິງຫາ 1945, ວັນລັດຖະທຳມະນູນ ແລະ ກົດໝາຍ 23 ສິງຫາ 1976. ໃນລະວະສຸດທ້າຍຂອງເວທີສົນທະນາ ກໍໄດ້ຮັບກຽດຈາກ ທ່ານ ສຈ.ປອ ຈະເລີນ ເຢຢປາວເຮີ ຂຶ້ນຮ່ວມສົນທະນາກ່ຽວກັບ ລັດຖະທຳມະນູນແຫ່ງ ສປປ ລາວ ແລະ ກົດໝາຍ ເພື່ອໃຫ້ຄົນຮຸ່ນໜຸ່ມ ກໍຄືສະມາຊິກຊາວໝຸ່ມປະຊາຊົນປະຕະວັດລາວ ໃຫ້ມີຄວາມເຂົ້າໃຈແຈ້ງຢ່າງເລີກເຊິ່ງເຖິງວິລະກໍາອັນລໍ້າເລີດຂອງພັກ-ຂອງຊາດ.


ໂອກາດດັ່ງກ່າວ, ທ່ານ ສຈ.ປອ ຈະເລີນ ເຢຢປາວເຮີ ກ່າວວ່າ: ສະພາບແວດລ້ອມແຫ່ງການກຳເນີດ ລັດຖະທໍາມະນູນຂອງ ສປປ ລາວ ພາຍຫຼັງປະເທດຊາດໄດ້ຮັບການສະຖາປະນາເປັນ ສປປ ລາວ, ພັກໄດ້ວາງແນວທາງ ແລະ ນຳພາປະຊາຊົນ ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ປີ 1986 ພັກໄດ້ວາງແນວທາງປ່ຽນແປງໃໝ່ຮອບດ້ານ ໂດຍເລີ່ມຈາກການປ່ຽນແປງທາງດ້ານເສດຖະກິດ, ຫັນຈາກການຄຸ້ມຄອງລວມສູນບໍລິຫານ ເກື້ອກູນໄປສູ່ການຄຸ້ມຄອງຕາມກົນໄກຕະຫຼາດ ທີ່ມີການໄລ່ລຽງ ເສດຖະກິດ ແລະ ມີການດັດສົມຂອງລັດ, ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການແຫ່ງການປ່ຽນແປງໃຫມ່ດັ່ງກ່າວຈິ່ງມີຄວາມຈຳເປັນຕ້ອງຫັນ ໄປສູ່ການຄຸ້ມຄອງລັດດ້ວຍລັດຖະທຳມະນູນ ແລະ ກົດໝາຍຢ່າງເປັນເອກະພາບ. ດ້ວຍເຫດນັ້ນ ກອງປະຊຸມ ເທື່ອທີ 5 ຂອງສະພາປະຊາຊົນສູງສຸດ ຊຸດທີ 11 (ປີ 1991) ຈິ່ງໄດ້ພິຈາລະນາຮັບຮອງເອົາ ລັດຖະທຳມະນູນ ສະບັບທຳອິດຂອງ ສປປ ລາວ ຊຶ່ງໄດ້ປະກາດໃຊ້ໃນວັນທີ 15 ສິງຫາ 1991.