ທັບນັກກິລາທະຫານຊ່າງແສງ ກອງທັບປະຊາຊົນລາວ ເດີນທາງເຖິງ ສ ຣັດເຊຍ ແລ້ວ ເພື່ອເຂົ້າຮ່ວມແຂ່ງຂັນ ARMY GAME 2021

468

ວັນທີ 8 – 9 ສິງຫາ 2021 ທິມນັກກິລາທະຫານຊ່າງແສງ ກອງທັບປະຊາຊົນລາວ ທີ່ເດີນທາງ ເຂົ້າຮ່ວມການແຂ່ງຂັນກີລາ ການທະຫານສາກົນ (ARMY GAME 2021) ໄດ້ ເດີນທາງເຖິງ ເມືອງວາລາດີໂວສະຕົກ ສ ຣັດເຊຍ ໂດຍເຮືອບິນ ອິນ 76 ກອງທັບອາກາດຣັດ ເຊຍ ດ້ວຍຄວາມສະຫວັດດີພາບ ນໍາໂດຍ ສະຫາຍພັນໂທ ອານຸສັກ ພົມວົງສາຄະນະຊີນຳນັກກິລາທະຫານເຫຼົ່າຊ່າງແສງພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມເດີນທາງ ໃຊ້ເວລາ 6 ຊົ່ວໂມງ 30 ນາທີ ໃນການບິນ ຈາກສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ສປປ ລາວ ເຖິງສະໜາມບິນສາກົນ ວາລາດີໂວສະຕົກ ສ ຣັດເຊຍ.

ໃນຄະນະທີ່ເດີ່ນທາງເຖິງສະໜາມບິນ ສາກົນວາລາດີໂວສະຕົກ ກໍໄດ້ ຖືກຕ້ອນຮັບຢ່າງອົບອຸ່ນຈາກ ຄະນະຮັບຜິດຊອບທາງການ ຝ່າຍກອງທັບຣັດເຊຍ, ສໍາລັບ ແຜນການການເຝິກຮ່ວມລາວ-ຣັດເຊຍ ທັງສອງຝ່າຍ ແມ່ນຈະໄດ້ສືບຕໍ່ປະຕິບັດຕາມ ແຜນການທີ່ທັງສອງກອງທັບ ໄດ້ວາງໄວ້ໃຫ້ສໍາເລັດຕາມແຜນ ການດ້ວຍໝາກຜົນອັນຈົບງາມ.

ສໍາລັບເຫຼົ່າຮົບຊ່າງແສງກອງ ທັບປະຊາຊົນລາວ ແມ່ນໄດ້ສືບຕໍ່ ເດີນທາງຈາກນະຄອນວາລາດີໂວສະຕົກ ໄປຈຸເມັ້ນເພື່ອເຂົ້າຮ່ວມການແຂ່ງຂັນກີລາການທະຫານສາກົນ ແຕ່ເຖິງຢ່າງໃດກໍຕາມ ການເດີນທາງເຂົ້າຮ່ວມການ ຊ້ອມຮົບຮ່ວມ ກໍຄື ການແຂ່ງຂັນ ຄະນະຊີ້ນໍາ ພ້ອມດ້ວຍພະນັກ ງານ-ນັກຮົບທີ່ໄດ້ເຂົ້າຮ່ວມຈະ ຕັ້ງໜ້າບຸກບືນສູ້ຊົນເຮັດສໍາເລັດ ໜ້າທີ່ຂອງຕົນ, ນໍາໃຊ້ບົດຮຽນ ທີ່ໄດ້ເຝິກຊ້ອມມາຢ່າງສຸດຄວາມ ສາມາດ ເພື່ອນໍາເອົາຜົນງານອັນໃຫຍ່ຫຼວງມາໃຫ້ປະເທດຊາດອັນຈົບງາມ.

ໂດຍ: ເກນ ວິໄລສານ