ຮອງນາຍົກລັດຖະມົນຕີ ຊີ້ນຳວຽກງານ ຕ້ານໂຕວິດ-19 ຢູ່ແຂວງຄຳມ່ວນ ໂດຍເນັ້ນໃຫ້ປັບປຸງ ແລະ ຂະຫຍາຍສູນຈຳກັດບໍລິເວນ ແລະ ສູນປິ່ນປົວໃຫ້ພຽງພໍ

600

ໃນຕອນບ່າຍວັນທີ 02 ສິງຫາ 2021 ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົົນຕີ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະຍາດໂຄວິດ-19 ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້, ໃຫ້ກຳລັງໃຈ ແລະ ຊີ້ນຳ ການຈັດຕັ້ງປະຕິບັດ ບັນດາມາດຕະ ການ ກ່ຽວກັບການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຂອງແຂວງຄໍາມ່ວນ, ໂດຍການຕ້ອນຮັບຂອງ ທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນຳຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ.


ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຄຳມ່ວນ ຈາກການນໍາຂອງແຂວງດັ່ງກ່າວ. ຫລັງຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຜູ້ເຂົ້າຮ່ວມ, ໂດຍໄດ້ກ່າວສະແດງຄວາມຊົມເຊີຍຕໍ່ການນໍາຂອງແຂວງຄຳມ່ວນ ທີ່ມີຄວາມຮັບຜິດຊອບສູງ, ມີຫົວຄິດປະດິດສ້າງໃນການຜັນຂະຫຍາຍນິຕິກຳ ກໍ່ຄືມາດຕະການທີ່ລັດຖະບານ ແລະ ຄະນະສະເພາະກິດວາງອອກ ມາເປັນນິຕິກຳຂອງຕົນ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ປະຊາຊົນ ແລະ ທຸກພາກສ່ວນໃຫ້ການຮ່ວມມືເຮັດໃຫ້ສາມາດຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໄດ້ໃນລະດັບໜຶຶ່ງ.

ອັນສຳຄັນ ທ່ານຮອງນາຍົກລັດ ຖະມົນຕີ ໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະນໍາ ກໍຄື ຄະນະສະເພາະກິດໂຄວິດ-19 ຂອງແຂວງ ສືບ ຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ທີ່ລັດຖະບານ ກໍຄື ຄະນະສະເພາະກິດວາງອອກ ໃນແຕ່ລະໄລຍະ ໂດຍສອດຄ່ອງກັບສະພາບຕົວຈິງຂອງແຂວງຄຳມ່ວນ.
ສຳລັບມາດຕະການຮີບດ່ວນສະເພາະໜ້າ ແມ່ນໃຫ້ປັບປຸງ ແລະ ຂະຫຍາຍສູນຈຳກັດບໍລິເວນ ແລະ ສູນປິ່ນປົວໃຫ້ພຽງພໍ ແລະ ຖືກຕ້ອງຕາມຫລັກການແພດ, ປັບປຸງລະບຽບການຄຸ້ມຄອງສູນຈໍາກັດບໍລິເວນ ແລະ ສູນປິ່ນປົວ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ພ້ອມທັງແນະນຳໃຫ້ເຂົາ ເຈົ້າເຂົ້າໃຈ ແລະ ປະຕິບັດຢ່າງເຂັ້ມງວດ;

ໃຫ້ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງແພດໝໍໃຫ້ດີ ແລະ ສະໜອງເຄື່ອງມືອຸປະກອນປ້ອງກັນທາງການແພດໃຫ້ພຽງພໍ ເພື່ອຮັບປະກັນຄວາມປອດໄພຈາກການຕິດເຊື້ອ, ເລັ່ງການສັກວັກຊີນໃຫ້ກຸ່ມເປົ້າໝາຍ ລວມທັງແຮງງານລາວກັບມາຈາກປະເທດໃກ້ຄຽງ ທີ່ຄົບກຳນົດການຈໍາກັດບໍລິເວນ ແລະ ປິ່ນປົວຫາຍດີແລ້ວ ເພື່ອຫລຸດຜ່ອນຄວາມສ່ຽງຂອງການຕິດ ເຊື້ອ ຫລື ຖ້າຕິດເຊື້ອ ກໍຊ່ວຍບໍ່ໃຫ້ມີອາການຮຸນແຮງ ສໍາຄັນແມ່ນໃຫ້ເພີ່ມທະວີການເຮັດວຽກງານສຶກສາອົບຮົມແນວຄິດ ໃຫ້ແຮງງານລາວທີ່ກັບມາຈາກປະເທດໃກ້ຄຽງ ທີ່ກຳລັງຈຳກັດບໍລິເວນ ແລະ ປິ່ນ ປົວຢູ່ໃນສູນຕ່າງໆ ໂດຍສະເພາະກ່ຽວກັບຄວາມເປັນຫ່ວງເປັນໄຍຂອງລັດຖະບານ ຕໍ່ແຮງງານລາວ, ນະໂຍບາຍຂອງລັດຖະບານ, ການໄປອອກແຮງງານຢູ່ຕ່າງປະເທດ ແລະ ການກັບຄືນມາ ໃຫ້ຖືກ ຕ້ອງຕາມລະບຽບກົດໝາຍດ້ວຍຫລາຍຮູບການ, ຫລາຍວິທີທີ່ເໝາະສົມຕາມແຕ່ລະເປົ້າໝາຍແຮງງານ, ເມື່ອແຮງງານເຫລົ່ານັ້ນຄົບກຳນົດຈໍາກັດບໍລິເວນ ຫລື ປິ່ນປົວຫາຍດີແລ້ວ ກໍສາມາດໄປຊອກວຽກເຮັດງານທໍາ.

ນອກນັ້ນ, ກໍໃຫ້ອົງການປົກຄອງບ້ານ ແລະ ຄອບຄົວ ເປັນຫລັກໃນການສຶກສາອົບຮົມແນວຄິດໃຫ້ລູກຫລານຂອງຕົນ ໄດ້ຮັບຮູ້ ແລະ ປະຕິບັດໃຫ້ເອກະພາບກັນ; ໃຫ້ແຂວງຄາດຄະເນຈໍານວນແຮງງານທີ່ຢູ່ແຂວງຂອງຕົນ ແລະ ແຮງງານທີ່ຈະກັບມາຕື່ມໃນຕໍ່ໜ້າມີຫລາຍປານໃດ ເພື່ອວາງມາດຕະການ ແລະ ກຽມແຜນຮອງຮັບໃຫ້ຊັດເຈນ ລວມທັງຂຶ້ນທະບຽນແຮງງານແຮງງານໃຫ້ລະອຽດ-ວ່ອງໄວ ເພື່ອເປັນບ່ອນອີງໃນການຝຶກສີມືແຮງງານ ແລະ ການຈັດຫາແຮງງານໃນຕໍ່ໜ້າ; ພ້ອມນີ້, ໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບສະພາການຄ້າ, ບັນດາຫົວໜ່ວຍແຮງງານ, ໂຄງການລົງທຶນ ຄົ້ນຄວ້າຝຶກສີມືແຮງງານ ແລະ ຊອກຫາຕະຫລາດແຮງງານ; ເກັບກຳຂໍ້ມູນແຮງງານທີ່ຈະກັບຄືນມາເພື່ອກະກຽມຮັບ ແລະ ອຳນວຍຄວາມສະດວກໃນການກັບເຂົ້າມາ; ຂຶ້ນແຜນຄວາມຕ້ອງການ ກ່ຽວກັບເຄື່ອງມືອຸປະກອນການແພດຕ່າງໆ ທີ່ຈຳເປັນ ແລະ ຮີບດ່ວນ, ລວມທັງ ແຜນງົບປະມານຕ່າງໆ ຢ່າງສົມເຫດສົມຜົນ.


ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມ, ໂອ້ລົມ ແລະ ໃຫ້ກຳລັງໃຈແກ່ຜູ້ທີ່ກຳລັງຈຳກັດບໍລິເວນ ແລະ ຜູ້ທີ່ຕິດເຊື້ອໂຄວິດ-19 ທີ່ກໍາລັງປິ່ນປົວ ຢູ່ສະຖານທີ່ຕ່າງໆ ຄື: ສູນປິ່ນປົວທີ່ ໂຮງໝໍທະຫານແຂວງຄຳມ່ວນ; ສູນປິ່ນປົວທີ່ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ສູນຈຳກັດບໍລິເວນ ທີ່ສະໜາມກິລາແຂວງ; ແລະ ຈຸດກະກຽມເພີ່ມສູນຈຳກັດບໍລິເວນ ທີ່ຕະຫລາດພະນົມພອນ. ສະເພາະການຢ້ຽມຢາມສູນປິ່ນປົວ ທີ່ໂຮງໝໍທະ ຫານແຂວງຄຳມ່ວນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ທີ່ຕິດເຊື້ອໂຄວິດ-19 ແລະ ກຳລັງປິ່ນປົວໂດຍໄດ້ຍົກໃຫ້ເຫັນ ຄວາມເປັນຫ່ວງເປັນໃຍຂອງລັດຖະບານຕໍ່ແຮງງານລາວ, ນະໂຍ ບາຍຂອງລັດຖະບານ ໂດຍສະເພາະການໄປອອກແຮງງານຢູ່ຕ່າງປະເທດ, ຄວາມເອົາໃຈໃສ່ ແລະ ພະຍາຍາມ ໃນການແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາ, ເຫດຜົນ ແລະ ຄວາມຈຳເປັນທີ່ຕ້ອງນຳຜູ້ທີ່ມີຄວາມສ່ຽງຕິດເຊື້ອເຂົ້າກັກບໍລິເວນ; ຜົນຮ້າຍຂອງເຊື້ອພະຍາດດັ່ງກ່າວ ແລະ ອື່ນໆ. ອັນສຳຄັນ.

ທ່ານຍັງໄດ້ເນັ້ນໜັກໃຫ້ສືບຕໍ່ອົດທົນ, ທຸ່ນທ່ຽງ, ເອົາໃຈໃສ່ ແລະ ໃຫ້ການຮ່ວມມືກັບລັດຖະບານ, ປະຕິບັດຕາມຄຳແນະນຳຂອງແພດໝໍ ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ; ເອົາໃຈໃສ່ເບິ່ງແຍງຮັກສາສຸຂະພາບຂອງຕົນ ເພື່ອຜ່ານຜ່າວິກິດຄວາມຫຍຸ້ງຍາກຕ່າງໆໄປພ້ອມກັນ, ພາຍຫລັງປິ່ນປົວຫາຍດີເປັນປົກກະຕິແລ້ວ ໃຫ້ພ້ອມກັນໄປຮັບວັກຊິນປ້ອງກັນ ແລະ ສືບຕໍ່ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ, ຫາກມີຄວາມຂັດຂ້ອງໝອງໃຈ ຫລື ບໍ່ສະດວກ ກໍ່ສາມາດນຳສະເໜີ ຕໍ່ເຈົ້າໜ້າທີ່ກ່ຽວຂ້ອງໄດ້. ນອກຈາກນັ້ນ, ກໍ່ໃຫ້ເອົາໃຈໃສ່ຕິດຕໍ່ພົວພັນກັບຄອບຄົວ, ຍາດພີ່ນ້ອງ ແລະ ໝູ່ເພື່ອນ ໂດຍສະເພາະ ຜູ້ທີ່ໄປອອກແຮງງານ ແລະ ຍັງບໍ່ທັນກັບຄືນມາປະເທດ ໃຫ້ເຄົາລົບລະບຽບກົດໝາຍຂອງປະເທດນັ້ນໆ, ຫາກມີຄວາມປະສົງຢາກກັບຄືນມາ ກໍ່ແນະນຳໃຫ້ມາຢ່າງຖືກຕ້ອງຕາມກົດໝາຍ ຫລື ມາແລ້ວ ໃນຕໍ່ໜ້າຫາກຈະກັບໄປກໍ່ແມ່ນໃຫ້ດຳເນີນຖືກຕາມຂັ້ນຕອນ ແລະ ລະບຽບກົດໝາຍ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດ ຂອງແຮງງານ.

ພາບ ແລະ ຂ່າວ: ຫສນຍ