2 ສິງຫາ ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 199 ຄົນ ໃນນີ້ຈາກຊຸມຊົນ 6 ຄົນ

454

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ຖະແຫຼງຂ່າວສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 2 ສິງຫາ 2021 ວ່າ: ວັນທີ 1 ກໍລະກົດ ໄດ້ກວດວິເຄາະທັງໝົດ 2.298 ຄົນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 199 ຄົນ, ໃນນັ້ນ ຕິດເຊື້ອໃນຊຸມຊົນ 6 ຄົນ ຄື: ຢູ່ແຂວງຫຼວງນໍ້າທາ 1 ຄົນ (ເປັນຄົນສັນຊາດຈີນ ທີ່ເດີນທາງມາຈາກນະຄອນຫຼວງວຽງຈັນ), ຄຳມ່ວນ 1 ຄົນ, ນະຄອນຫຼວງວຽງຈັນ 4 ຄົນ (ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຢູ່ເມືອງສັງທອງ) ແລະ ຕິດຈາກກໍລະນີນໍາເຂົ້າ 193 ຄົນ ຈາກ ນະຄອນຫຼວງວຽງຈັນ 7 ຄົນ, ບໍລິຄໍາໄຊ 1 ຄົນ, ຄໍາມ່ວນ 15 ຄົນ, ສະຫວັນນະເຂດ 111 ຄົນ, ສາລະວັນ 11 ຄົນ ແລະ ຈໍາປາສັກ 48 ຄົນ ສ່ວນຫຼາຍແມ່ນ ກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານເຂົ້າຕາມຈຸດຜ່ານແດນສາກົນ.


ສຳລັບກໍລະນີຕິດເຊື້ອໃນຊຸມຊົນ ຢູ່ແຂວງຄຳມ່ວນ 1 ຄົນ ແມ່ນເພດຍິງ, ອາຍຸ 23 ປີ ບ້ານສຸກສະຫວັນ, ເມືອງທ່າແຂກ, ແຂວງຄຳມ່ວນ, ອາຊີບເສີບຮ້ານອາຫານທີ່ສາມຫຼ່ຽມຄຳ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ມີປະຫວັດການເຄື່ອນໄຫວຄື: ວັນທີ 7-11 ກໍລະກົດ ຜູ້ກ່ຽວຖືກຈໍາກັດບໍລິເວນຢູ່ສູນ ທີ່ເມືອງຕົ້ນເຜີ້ງ, ຜົນກວດອອກມາ ບໍ່ພົບເຊື້ອໂຄວິດ-19.


ວັນທີ 11 ກໍລະກົດ ເໝົາລົດຕູ້ ເດີນທາງມານະຄອນຫຼວງວຽງຈັນ ພ້ອມກັບໝູ່ 15 ຄົນ, ວັນທີ 12 ກໍລະກົດ ເດີນທາງມາຮອດນະຄອນຫຼວງວຽງຈັນ ແລະ ຈ້າງລົດຕຸກໆໄປຄິວລົດສາຍໃຕ້ ເລກທີ 13 ພ້ອມໝູ່ 3 ຄົນ (ບໍລິຄໍາໄຊ 2 ຄົນ ແລະ ຄໍາມ່ວນ 1 ຄົນ). ຫຼັງຈາກນັ້ນ ພວກກ່ຽວ ເດີນທາງຂຶ້ນລົດໂດຍສານ ສາຍນະຄອນຫຼວງວຽງຈັນ-ປາກເຊ ຈອດລົງບ້ານສາຍພາຍ, ເມືອງທ່າພະບາດ, ແຂວງບໍລິຄຳໄຊ.


ສະຖານທີ່ ທີ່ຜູ້ກ່ຽວເດີນທາງໄປ ຢູ່ເມືອງທ່າແຂກ, ແຂວງຄຳມ່ວນມີ: ບ້ານສຸກສະຫວັນ (ວັນທີ 12 ກໍລະກົດ 2021), ຕະຫຼາດຫຼັກ 2 (ວັນທີ 14 ກໍລະກົດ), ວັນທີ 26 ກໍລະກົດ 2021 ໄດ້ຮັບລາຍງານວ່າ ຜູ້ກ່ຽວເປັນຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ ທີ່ເປັນເພດຍິງ, ອາຍຸ 24 ປີ ຢູ່ບ້ານສາຍພາຍ ເມືອງທ່າພະບາດ ແຂວງບໍລິຄຳໄຊ ເຊິ່ງເດີນທາງມານຳກັນແຕ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ວັນທີ 1 ສິງຫາ 2021 ຜົນກວດພົບເຊື້ອໂຄວິດ-19 ແລະ ປັດຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງຄຳມ່ວນ.


ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໃຫ້ຮູ້ຕື່ມວ່າ: ມາຮອດມື້ນີ້ ສປປ ລາວພວກເຮົາ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 6.765 ຄົນ, ຄົນເຈັບເສຍຊີວິດສະສົມ 7 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 3.180 ຄົນ.


ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ປັດຈຸບັນ ການລະບາດຂອງສາຍພັນເດວຕ້າ ໃນຫຼາຍປະເທດທົ່ວໂລກ ຍັງຄົງໜ້າເປັນຫ່ວງ ສົ່ງຜົນໃຫ້ຈຳນວນຜູ້ຕິດເຊື້ອໃໝ່ເພິ່ມສູງຂຶ້ນໃນແຕ່ລະວັນ ແລະ ບໍ່ທັນມີທ່າອ່ຽງວ່າຈະຢຸດຕິລົງເທື່ອ, ຈຳເປັນຕ້ອງໄດ້ເຝົ້າລະວັງ ຕິດຕາມສະພາບການຢ່າງໃກ້ຊິດ ເພາະເປັນສາຍພັນທີ່ສາມາດແຜ່ລະບາດໄດ້ໄວກວ່າເກົ່າ ແລະ ຂະຫຍາຍເປັນວົງກວ້າງ. ສະເພາະ ສປປ ລາວ ແມ່ນພົບຜູ້ຕິດເຊື້ອໃໝ່ຫຼາຍຮ້ອຍຄົນຕໍ່ມື້ ເຊິ່ງສ່ວນໃຫຍ່ ກໍ່ມາຈາກກໍລະນີນຳເຂົ້າ ທີ່ເດີນທາງມາຈາກເຂດທີ່ມີການລະບາດ ເຊິ່ງມີຄວາມສ່ຽງສູງທີ່ພວກກ່ຽວ ຈະນຳເອົາເຊື້ອດັ່ງກ່າວ ມາແຜ່ລະບາດໃນບ້ານເຮົາ.

ຕໍ່ກັບສະພາບການດັ່ງກ່າວ, ຈຶ່ງຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ ປະຊາຊົນບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ໄປຮັບການສັກວັກຊີນ ຢູ່ຈຸດບໍລິການໃກ້ບ້ານທ່ານ ເພື່ອສ້າງພູມຄຸ້ມກັນໝູ່ ແລະ ສະກັດກັ້ນການລະບາດ ບໍ່ໃຫ້ແຜ່ລາມອອກສູ່ຊຸມຊົນເປັນວົງກວ້າງພ້ອມທັງ, ຂໍຮຽກຮ້ອງມາຍັງ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ກວດຂັນລາດຕະເວນ ຜູ້ທີ່ລັກເຂົ້າມາ ບໍ່ຖືກຕາມລະບຽບການ ຕາມຊ່ອງທາງທຳມະຊາດ ຫຼື ຖ້າຫາກທ່ານພົບເຫັນ ໃຫ້ລາຍງານຕໍ່ເຈົ້າໜ້າທີ່ກ່ຽວຂ້ອງທັນທີ ເພື່ອນຳສົ່ງພວກກ່ຽວເຂົ້າສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ເພື່ອສະກັດກັ້ນບໍ່ໃຫ້ແຜ່ເຊື້ອ ໄປສູ່ຄອບຄົວ, ໝູ່ເພື່ອນ, ຄົນອ້ອມຂ້າງ ແລະ ສູ່ຊຸມຊົນ.

ຂ່າວ: ສັນຕິ, ພາບ: ສຸກສະຫວັນ