ຈະເລີ່ມລົງມືກໍ່ສ້າງ ພະເຈົ້າໃຫຍ່ ພຸດທະຣັດຕະນະບາຣະມີສຣີບໍ່ແກ້ວ ທີ່ພູໄຊຫົວຂອງ

1644

ການນຳແຂວງບໍ່ແກ້ວ ນຳໂດຍ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ, ທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ ພ້ອມຄະນະ ແລະ ພະແນກການທີ່ກ່ຽວຂ້ອງ ສົມທົບກັບ ອົງການພຸດທະສາສະໜາສຳພັນລາວແຂວງ ນຳໂດຍ ພຣະປຣີຊາວັດສາຣະຍານເຖຣະ ວັດສະຣະ ຂັດຕິຍະ ຫົວໜ້າກຳມາທິການ ສາທາລະນຸປະການ ແຂວງບໍ່ແກ້ວ,ພຣະປຣີຊາສາສະນະໂສພົນມຸນີ ປທ ໄຊຍະພອນ ສີປັນຍາ ຮອງເຈົ້າຄະນະແຂວງ ພ້ອມດ້ວຍຄະນະ,ຕະຫຼອດຮອດພະນັກງານວິຊາການລົງກວດກາເບິ່ງຈຸດທີ່ຈະສ້າງພະເຈົາໃຫຍ່ ໃນວັນທີ 30 ກໍລະກົດ 2021.

ໂຄງການກໍ່ສ້າງພະເຈົ້າໃຫຍ່ ປະດິດສະຖານຢູ່ພູໄຊຫົວຂອງບາຣະມີ (ພູ106) ໂດຍຫ້ອງວ່າ ການແຂວງບໍ່ແກ້ວ ເປັນເຈົ້າຂອງໂຄງການ ເຊິ່ງພະເຈົ້າອົງດັ່ງກ່າວ ແມ່ນພະປາງຊະນະມານ ໄດ້ນາມມາຈາກພະເຈົ້າແສນແຊ່ ໄດ້ປະດິດສະຖານ ຢູ່ວັດສີບຸນເຮືອງ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໃນປີ ພສ 2386 ຄສ 1843 ເປັນພະເຈົ້າທີ່ມີຄວາມໝາຍສໍາຄັນ ທາງພຸດທະສາສະໜາ ທີ່ມີຄວາມ ສວຍສົດງົດງາມ, ເປັນພະອົງທີ່ສັກສິດຄູ່ບ້ານຄູ່ເມືອງ, ມີບາຣະມີສູງ ເປັນສູນລວມຈິດໃຈຂອງປະຊາຊົນ.

ຄະນະນໍາຂອງແຂວງ ຈຶ່ງໄດ້ຕົກລົງ ເຫັນດີເປັນເອກະພາບ ສ້າງພະເຈົ້າໃຫຍ່ ຕັ້ງຊື່ວ່າ: ພະພຸດທະຣັດຕະນະບາຣະມີສຣີ ບໍ່ແກ້ວ ເຊິ່ງກໍານົດເອົາພູພູໄຊຫົວຂອງ(ພູ106) ເປັນຈຸດທີ່ຕັ້ງ ໂດຍແມ່ນບໍລິສັດຮ່ວມໃຈ ສໍາຫລວດອອກແບບ ແລະ ທີ່ປຶກສາຈໍາກັດ ເປັນບໍລິສັດສໍາຫລວດອອກແບບ ໃນເນື້ອທີ່ 14 ເຮັກຕາ ມູນຄ່າການກໍ່ສ້າງເບື່ອງຕົ້ນ 54 ຕື້ກວ່າກີບ ໂດຍທຶນສົມທົບ ຈາກຄະນະອົງການພຸດທະສາສະໜາ, ຄະນະຂັ້ນສູງ, ຄະນະນໍາຂອງແຂວງ, ບໍລິສັດຜູ້ລົງທຶນ, ນັກທຸລະກິດ, ຜູ້ປະກອບການ ແລະ ມວນຊົນ ໄດ້ມີສັດ ທາຮ່ວມກັນ ໃນການສ້າງບຸນກຸສົນ ກໍ່ສ້າງອົງພະເຈົ້າໃຫຍ່, ມີຊັດສ່ວນໜ້າຕັດກວ້າງ ຈາກເຂົ່າຊ້າຍ ຫາ ເຂົ່າຂວາ 17,1 ແມັດ, ສູງຈາກໜ້າແທ່ນ ເຖິງຈອມເກດ 25,2 ແມັດ ລວມນໍ້າໜັກ 90,78 ໂຕນ.

ພຣະປຣີຊາວັດສາຣະຍານເຖຣະ ວັດສະຣະ ຂັດຕິຍະ ຫົວໜ້າກຳມາທິການ ສາທາລະນຸປະການແຂວງບໍ່ແກ້ວ ໃຫ້ຮູ້ວ່າ:ໂຄງການກໍ່ສ້າງພະເຈົ້າໃຫຍ່ ພຸດທະຣັດຕະນະບາຣະມີສຮິ ບໍ່ແກ້ວ ທີ່ພູໄຊຫົວຂອງ ແຫ່ງນີ້ ສຸດທີ່ມີຄວາມໝາຍສໍາຄັນທາງດ້ານປະຫວັດສາດຂອງແຂວງ ເຊິ່ງເປັນໂຄງການທີ່ໄດ້ຜ່ານການສຶກສາ, ຄົ້ນຄວ້າ ແລະ ອອກແບບ ຢ່າງລະອຽດມາເປັນເວລາ 2 ປີ ກວ່າ, ໂດຍໄດ້ຮັບການສະໜັບສະໜູນເຫັນດີເຫັນພ້ອມ ຈາກລັດຖະບານ, ອົງການພຸດທະສາສະໜາສໍາພັນລາວ ແລະ ພາກສ່ວນກ່ຽວຂ້ອງຂັ້ນສູນກາງ ກໍຄື ທ້ອງຖິ່ນ, ພິເສດ ແມ່ນໄດ້ຮັບການສະໜັບສະໜູນ ຈາກປະຊາຊົນບັນ ດາເຜົ່າ.

ພູແຫ່ງນີ້ ຍັງເປັນສະຖານທີ່ ທີ່ມີຄວາມສັກສິດ ແລະ ເປັນບ່ອນທີ່ປະທັບໃຈ ແກ່ຊາວແຂວງບໍ່ແກ້ວ, ເຊິ່ງສະຖານທີ່ແຫ່ງນີ້ ຈະກາຍເປັນໃຈກາງເມືອງຫ້ວຍຊາຍ ໃນອະນາຄົດ ແລະ ຈະກາຍ ເປັນຈຸດໃຈກາງ ຂອງການພັດທະນາ ທາງດ້ານ ເສດຖະກິດ-ສັງຄົມ, ວັດທະນະທໍາ, ສາສະໜາ, ທ່ອງທ່ຽວ ແລະ ເປັນບ່ອນຊັກກະລະບູຊາ ຂອງປະຊາຊົນບັນດາເຜົ່າ ແຂວງບໍ່ແກ້ວ.

ວັນທີ 17 ພຶດສະພາ 2018 ຜ່ານມາໄດ້ມີພິທີ ວາງສີລາລຶກໂຄງການກໍ່ສ້າງ ພະເຈົ້າໃຫຍ່ ພຸດທະຣັດຕະນະບາຣະມີສຣີບໍ່ແກ້ວ ທີ່ພູໄຊຫົວຂອງ (ພູ106) ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເພື່ອເປັນບ່ອນ ສັກກະລະບູຊາ, ເປັນສູນລວມຈິດໃຈຂອງຊາວພຸດທະສານິກະຊົນລາວ ກໍຄື ຊາວແຂວງບໍ່ແກ້ວ, ສ້າງໃຫ້ກາຍເປັນແຫລ່ງທ່ອງທ່ຽວທີ່ສໍາຄັນ ທາງວັດທະນະທໍາ ຕິດພັນກັບທໍາມະຊາດ, ມູນເຊື້ອ ທາງດ້ານປະ ຫວັດສາດ, ໂດຍມີພະເຖລານຸເຖລະ, ມີກໍາມະການກົມການເມືອງສູນກາງພັກ,ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ມີອະດີດກົມການເມືອງສູນກາງພັກ, ມີບັນດາການນໍາ ພັກ-ລັດ ຂັ້ນສູນກາງ, ຂັ້ນແຂວງ-ເມືອງ ຕະຫລອດຮອດພໍ່ແມ່ປະຊາຊົນ ແລະ ມວນຊົນເຂົ້າ ຮ່ວມຢ່າງຫລວງຫລາຍ.

ໂຄງການກໍ່ສ້າງພະເຈົ້າໃຫຍ່ ພຸດທະຣັດຕະນະບາຣະມີສຮິ ບໍ່ແກ້ວ ທີ່ພູໄຊຫົວຂອງ ປະກອບ ມີ 3 ໂຊນ ລັກຄື ໂຊນ A.B.C. ໃນນັ້ນ ໂຊ A ມີອົງປະກອບຂອງພຣະເຈົ້າໃຫຍ່, ປະຕູໂຂ່ງ,ຈຸດຊົມວິວ. ໂຊນ B ອົງປະກອບຂອງທາງ ຈຸດຈອດລົດ, ທາງເຂົ້າ-ອອກ, ສິ່ງເອື້ອອຳນວຍຄວາມສະດວກຕ່າງໆ ແລະ ໂຊ C ແມ່ນອົງປະກອບຂອງຫໍປະຕິບັດທຳ, ກຸດຕິພຣະສົງ, ຫ້ອງນໍ້າ ແລະ ສາລາຊົມວິວ ເຊິ່ງຈະເລີ່ມສ້າງ ໂຊນ C ຫໍປະຕິບັດທຳ, ຂະໜາດ 12×8. ສ້າງເສັ້ນທາງ ແທ່ນພຣະເຈົ້າໃຫຍ່, ລະບົບນໍ້າ ແລະ ໄຟຟ້າເຂົາ ເຊິ່ງຈະເລີ່ມສ້າງໃນທ້າຍເດືອນໜ້ານີ້.

ພາບ – ຂ່າວ: ຄຳພັນ ແກ້ວມະນີ