ການກໍ່ສ້າງບ້ານຈັດສັນ ປະຊາຊົນຖືກຜົນກະທົບ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ກຳລັງຂຸ້ນຂ້ຽວໃຫ້ສຳເລັດຕາມແຜນການ

651

ໂຄງການ ກໍ່ສ້າງບ້ານຈັດສັນ 4 ຈຸດ ເພື່ອຍົກຍ້າຍປະຊາຊົນ ທີ່ຖືກຜົນກະທົບຈາກ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຢູ່ແຂວງຫຼວງນ້ໍາທາ, ແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ ເປັນໂຄງການສຳຄັນ ເພື່ອສ້າງຊີວິດໃໝ່ທີ່ດີກວ່າໃຫ້ກັບປະຊາຊົນທີ່ໄດ້ຮັບຜົນກະທົບ ເຊິ່ງປັດຈຸບັນກຳລັງຂຸ້ນຂ້ຽວ ເພື່ອໃຫ້ສຳເລັດຕາມແຜນການ ກໍຄືໃຫ້ສຳເລັດກ່ອນການເປີດທາງລົດໄຟລາວ-ຈີນ.


ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ລາຍງານຕໍ່ກອງປະຊຸມ ຊຸກຍູ້ວຽກງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຂຶ້ນທີ່ນະຄອນ ຫຼວງພະບາງ ເມື່ອບໍ່ດົນມານີ້ວ່າ: ກ່ຽວກັບໂຄງການຊ່ວຍເຫຼືອລ້າກໍ່ສ້າງບ້ານຈັດສັນ 4 ຈຸດ ເພື່ອຍົກຍ້າຍປະຊາຊົນ ທີ່ຖືກຜົນກະທົບຈາກ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຢູ່ ໄດ້ສໍາເລັດ ການປະມູນ ຄັດເລືອກເອົາ 3 ບໍລິສັດຮັບເຫມົາກໍ່ສ້າງ ທີ່ມີເງື່ອນໄຂຄົບຖ້ວນ ໃນວັນທີ 29 ມີນາ 2021 ເພື່ອດໍາ ເນີນການກໍ່ສ້າງບ້ານຈັດສັນ 4 ຈຸດ.


ປັດຈຸບັນ ທັງສາມບໍລິສັດ ແມ່ນໄດ້ເຂົ້າບຸກເບີກພື້ນທີ່ສໍາເລັດ 100% ແລະ ກໍາລັງດໍາເນີນວຽກຊີເຈາະດິນ ແລະ ອອກແບບກໍ່ສ້າງ, ມາເຖິງ ວັນທີ 15 ກໍລະກົດ ໄດ້ມີຄວາມຄືບຫນ້າ ລະອຽດດັ່ງນີ້ :
ສັນຍາທີ 1: ບໍລິສັດ ຊຽງໄຮ້ ກໍສ້າງບ້ານຈັດສັນ ຢູ່ ບ້ານນາເຕີຍ ເມືອງຫລວງນໍ້າທາ ແຂວງຫລວງນ້ໍາທາສໍາເລັດ 28% ຂອງຫນ້າວຽກທັງຫມົດ.


ສັນຍາທີ 2: ກຸ່ມບໍລິສັດກໍ່ສ້າງ-ລົງທຶນແລະຖືຮຸ້ນແຂວງຢູນນານຈໍາກັດ ກໍ່ສ້າງບ້ານຈັດສັນ ຢູ່ບ້ານນາຄົກ ເມືອງາ ແຂວງອຸດົມໄຊ ສໍາເລັດ 30%ຂອງຫນ້າວຽກທັງຫມົດ ແລະ ຢູ່ບ້ານນາຫມໍ້ ເມືອງນາຫມໍ້ ແຂວງອຸດົມໄຊ ສໍາເລັດ 24% ຂອງຫນ້າວຽກທັງຫມົດ
ສັນຍາທີ 3: ບໍລິສັດໂນຣິນໂກ ກໍ່ສ້າງບ້ານຈັດສັນ ຢູ່ບ້ານບວມອໍ້ ເມືອງຊຽງເງິນ ແຂວງຫລວງພະບາງ ສໍາເລັດ 15% ຂອງຫນ້າວຽກທັງຫມົດ.


ສຳລັບໂຄງການບ້ານຈັດສັນບ້ານບວມອໍ້ ລວມມີ 107ຫຼັງຄາເຮືອນ, ບ້ານນາເຕີຍ ມີຈຳນວນ159ຫຼັງ, ບ້ານນາຄົກ ມີ23ຫຼັງ ແລະ ບ້ານນາຫມໍ້ ມີ60ຫຼັງ; ແຕ່ລະບ້ານປະກອບມີອາຄານສາທາລະນະເຊັ່ນ: ຫ້ອງການບ້ານ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ສຸກສາລາ, ຈຸດເກັບຂີ້ເຫຍື້ອ, ຫ້ອງນໍ້າສາທາລະນະ, ມີເດີນຈັດກິດຈະກຳສາທາລະນະ, ມີເສັ້ນທາງເຊື່ອມຈອດພາຍນອກ, ລະບົບສະໜອງນໍ້າ, ໄຟຟ້າ ແລະ ພື້ນຖານໂຄງລ່າງອື່ນໆ ໂດຍຈະໃຫ້ສຳເລັດໃນວັນທີ31 ຕຸລາ 2021.


ໃນລະຫວ່າງວັນທີ 20 ຫາ 22 ກໍລະກົດ 2021 ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ທັງເປັນຮອງຫົວຫນ້າຄະນະຊີ້ນໍາ ແລະ ຜູ້ປະຈໍາການ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ລົງຊຸກຍູ້ວຽກງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໃນນີ້ໄດ້ລົງຕິດຕາມຊຸກຍູ້ການກໍ່ສ້າງບ້ານຈັດສັນຢູ່3 ຈຸດຄື ບ້ານບວມອໍ້, ບ້ານນາຫມໍ້ ແລະ ບ້ານນາເຕີຍ ໂດຍໄດ້ ເນັ້ນໜັກໃຫ້ບໍລິສັດເອົາໃຈໃສ່ກໍ່ສ້າງໃຫ້ໄວຂຶ້ນ ແຕ່ຕ້ອງຮັບປະກັນໄດ້ ຄຸນນະພາບ ແລະ ມາດຕະການທີ່ກຳນົດໄວ້. ໃຫ້ເອົາໃຈໃສ່ລະບົບລະບາຍນໍ້າເປື້ອນ, ການປ້ອງກັນດິນເຈືອນ ເຮັດໃຫ້ກາຍເປັນໂຄງການບ້ານຈັດສັນໂຕແບບ ປະຊາຊົນມີຄວາມຜາສຸກ ມີຊີວິດການເປັນຢູ່ດີຂຶ້ນລື່ນຫຼັງ.