ເປີດກອງປະຊຸມທຸລະກິດລາວ ຄັ້ງທີ13 ປຶກສາຫາລືລະຫວ່າງ ພາກລັດ ແລະ ພາກທຸລະກິດ ເພື່ອປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດ

572

ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດຕັ້ງກອງປະຊຸມທຸລະກິດລາວ ຄັ້ງທີ 13 ຂຶ້ນ ໃນວັນທີ 28 ກໍລະກົດ 2021 ທີ່ຫໍປະຊຸມແຫ່ງຊາດ  ເພື່ອທົບທວນການຈັດຕັ້ງປະຕິບັດການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ, ເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃນ ສປປ ລາວ.

ໃຫ້ກຽດເຂົ້າຮ່ວມ ມີ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີຜູ້ຕາງໜ້າຈາກຂະແໜງການຕ່າງໆ ຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ.


ກອງປະຊຸມທຸລະກິດລາວໃນຄັ້ງນີ້, ແມ່ນເພື່ອລາຍງານໝາກຜົນ ແລະ ຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ຕັ້ງແຕ່ກອງປະຊຸມທຸລະກິດລາວ ຄັ້ງທີ 12 ເປັນຕົ້ນມາ ແລະ ລາຍງານການສະໜັບສະໜູນກົນໄກການປຶກສາຫາລື ພາຍໃຕ້ກອງປະຊຸມທຸລະກິດລາວ ເພື່ອຍົກໃຫ້ເຫັນບັນຫາ ແລະ ການແກ້ໄຂບັນຫາ ທີ່ມີຜົນກະທົບຕໍ່ພາກທຸລະກິດໃນ ສປປ ລາວ.

ນັບແຕ່ກອງປະຊຸມທຸລະກິດລາວ ຄັ້ງທີ 12 ເປັນຕົ້ນມາ, ໜ່ວຍງານປຶກສາຫາລືພາກທຸລະກິດ ແລະ ຂະແໜງການກ່ຽວຂ້ອງຂອງພາກລັດ ໄດ້ກໍານົດບັນຫາບູລິມະສິດ ທັງໝົດ 40 ບັນຫາສະເພາະ, ເຊິ່ງຕິດພັນກັບຂົງເຂດຕ່າງໆ ເຊັ່ນ: ການກໍ່ຕັ້ງວິສາຫະກິດ, ການອໍານວຍຄວາມສະດວກທາງການຄ້າ, ການເຂົ້າເຖິງແຫລ່ງທຶນ, ການຈັດຕັ້ງປະຕິບັດກົດໝາຍ ແລະ ກົດລະບຽບ, ການສົ່ງເສີມການທ່ອງທ່ຽວທີ່ຍືນຍົງ ແລະ ທຸລະກິດກະສິກໍາ.

8 ບັນຫາບູລິມະສິດໄດ້ຮັບການແກ້ໄຂແລ້ວ ແລະ ບັນຫາອື່ນໆ ທີ່ຍັງຄົງຄ້າງກໍມີຄວາມຄືບໜ້າໃນການປຶກສາຫາລື ແລະ ແກ້ໄຂເທື່ອລະກ້າວ.

ກອງປະຊຸມຍັງ ໄດ້ຕົກລົງເຫັນດີຕໍ່ກັບແຜນຈັດຕັ້ງປະຕິບັດເພື່ອສືບຕໍ່ການປຶກສາຫາລື ແລະ ຊອກຫາວິທີແກ້ໄຂບັນຫາສໍາລັບ 32 ບັນຫາບູລິມະສິດ ທີ່ຄົງຄ້າງໃນອີກ 12 ເດືອນຕໍ່ມາ.


ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ມີຄຳເຫັນໃນກອງປະຊຸມ ໂດຍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການສົ່ງເສີມ ຄວາມຫລາກຫລາຍທາງເສດຖະກິດ ເພື່ອສົ່ງເສີມການປັບຕົວທາງເສດຖະກິດ ເພື່ອຮັບມືກັບຜົນກະທົບຂອງການລະບາດໂຄວິດ-19 ກໍຄື ການພັດທະນາເສດຖະກິດຂອງ ສປປ ລາວ ຢ່າງຍືນຍົງ ແລະ ມີສ່ວນຮ່ວມ.

ພ້ອມທັງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ໃນການຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ, ໂດຍການເພີ່ມມາດຕະການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ, ການລົງທຶນຂອງລັດໃນໂຄງລ່າງພື້ນຖານ ເພື່ອສ້າງໃຫ້ມີສິນຄ້າສົ່ງອອກທີ່ຫລາກຫລາຍ, ເພີ່ມຜະລິດຕະພາບຂອງພາກທຸລະກິດ ແລະ ຫລຸດຜ່ອນຕົ້ນທຶນຄ່າໃຊ້ຈ່າຍໃນການດໍາເນີນທຸລະກິດ ດ້ວຍການປັບປຸງກົນໄກການຄຸ້ມຄອງຂອງພາກລັດ ແລະ ປັບປຸງຂັ້ນຕອນການອະນຸຍາດຕ່າງໆໃຫ້ສະດວກ, ວ່ອງໄວ ແລະ ໂປ່ງໃສ.