ດວງຕາມີສະເໜ່ ແລະ ໜ້າດຶງດູດ ເຊຍຕາໂລ້ ມິ່ງຂວັນ MTL19

556

ຢາກເປັນຕົວຢ່າງທີ່ດີ ເຮັດໃຫ້ໄວໜຸ່ມກ້າທີ່ຈະເດີນຕາມຄວາມຝັນ ແລະ ເປົ້າໝາຍຂອງຕົນເອງ ມິ່ງຂວັນ ເພັງວິໄລສຸກ ຫຼື ຕາໂລ້ ໝາຍເລກ MTL19 ປັດຈຸບັນອາຍຸ 16 ປີ ຈາກນະຄອນຫຼວງວຽງຈັນ ກຳລັງຮຽນຢູ່ໂຮງຮຽນສາມັນສຶກສາ ສົມປັນຍາ.

May be an image of 1 person, standing and flower

ມາຄວາມຮູ້ຈັກກັບນ້ອງຕາໂລ້ ໃຫ້ຫຼາຍຂຶ້ນ ໂດຍນ້ອງໃຫ້ສຳພາດວ່າ: ນ້ອງຍັງບໍ່ເຄີຍປະກວດເວທີໃດມາກ່ອນ ມາ Miss Teen Laos 2021 ນີ້ ເປັນກ້າວທຳອິດທີ່ຂຶ້ນສູ່ເວທີນາງງາມ ແລະ ໄດ້ເຮັດໃຫ້ນ້ອງໄດ້ກ້າວເຂົ້າໃກ້ຄວາມຝັນຕົນເອງເທື່ອລະໜ້ອຍ.

May be a closeup of 1 person and indoor

ນ້ອງເອງກໍມີຄວາມໃຝ່ຝັນຄືກັນກັບທຸກຄົນໃນກອງປະກວດ Miss Teen Laos ນັ້ນກໍຄືມົງກຸດທີ່ເປັ່ງປະກາຍດວງດາວແຫ່ງຍຸກສະໄໝ ແຕ່ສິ່ງສຳຄັນ ແລະ ຈຸດມຸ່ງໝາຍຂອງນ້ອງຄືການທີ່ໄດ້ເປັນແບບຢ່າງ ແລະ ໄດ້ສະແດງສັກກະຍະພາບຂອງຕົນເອງໃຫ້ທຸກຄົນໄດ້ຮູ້ ແລະ ໄດ້ເຫັນ ເພື່ອເປັນກຳລັງໃຈໃຫ້ໄວໜຸ່ມລາວຍຸກໃໝ່ທີ່ບໍ່ທັນກ້າທີ່ຈະເຮັດຕາມຝັນຂອງຕົນເອງ ໃຫ້ລຸກຂຶ້ນມາສູ້ເພື່ອຈະຂຶ້ນໄປຢູ່ຈຸດທີ່ເຮົາຝັນເອົາໄວ້ ນ້ອງເອງກໍຢາກເປັນໜຶ່ງໃນນັ້ນທີ່ກຳລັງຕໍ່ສູ້ເພື່ອໃຫ້ໄດ້ຝັນນັ້ນມາຄອບຄອງ ແລະ ຫວັງວ່າເວທີນີ້ຈະເປີດໂອກາດໃຫ້ໄດ້ເຂົ້າວົງການບັນເທີງໄດ້ຫຼາຍຂຶ້ນ.

May be an image of 1 person

ຄະຕິປະຈຳໃຈຂອງນ້ອງ ກໍຄື “ The future depends on what we do in the present ” ແລະ ສິ່ງທີ່ນ້ອງຢາກສະແດງໃຫ້ທຸກຄົນໄດ້ເຫັນ ຄື: ການຮ້ອງເພງ ແລະ ເຕັ້ນ ເພາະເວລານ້ອງຮ້ອງເພງ ຫຼື ເຕັ້ນ ແມ່ນໄລຍະເວລາທີ່ນ້ອງມີຄວາມສຸກທີ່ສຸດ ແລະ ກໍຢາກຖ່າຍຖອດຄວາມຮູ້ສຶກນັ້ນຜ່ານສາຍຕາ, ທ່າທາງ ແລະ ບົດເພງອອກໄປໃຫ້ທຸກຄົນໄດ້ເພີດເພີນ ແລະ ມີ ຄວາມສຸກນຳ.

ສິ່ງທີ່ເປັນຈຸດເດັ່ນ ແນ່ນອນວ່າທຸກຄົນຕ້ອງມີຈຸດເດັ່ນເປັນຂອງຕົນເອງທັງນັ້ນ ເພາະທຸກຄົນເກີດມາບໍ່ຄືກັນ, ສະນັ້ນນ້ອງຈຶ່ງຢາກເອົາຄວາມເປັນຕົວເອງຂອງນ້ອງ ທີ່ບໍ່ຄືໃຜ ແລະ ບໍ່ມີໃຜຄື ມາຊະນະໃຈກຳມະການໃຫ້ໄດ້ ເຖິງນ້ອງຈະອ່ອນດ້ານໃດດ້ານໜຶ່ງ ແຕ່ນ້ອງກໍຈະສູ້ ແລະ ຢາກໃຫ້ໄດ້ເປັນ Miss Teen Laos ຄົນຕໍ່ໄປ.

May be an image of 1 person, standing and outdoors

ສໍາລັບການກຽມຕົວກ່ອນທີ່ນ້ອງຈະເຂົ້າມາປະກວດ ນ້ອງໄດ້ສຶກສາຫາຂໍ້ມູນຈາກທາງເພຈ໌ Miss teen Laos ວ່າໃນການປະກວດໃນປີ 2019 ເປັນແນວໃດ ການຕອບຄຳຖາມແມ່ນຈະອອກໄປແນວທາງໃດ, ນອກນັ້ນນ້ອງຍັງໄດ້ຊອກຮຽນວິທີການເດີນແບບຈາກ YouTube ເພາະວ່າການເດີນແບບກໍເປັນສິ່ງໜຶ່ງທີ່ສຳຄັນຫຼາຍ ນ້ອງໄດ້ເລີ່ມອອກກຳລັງກາຍ ແລະ ອ່ານປຶ້ມສຶກສາຫາຄວາມຮູ້ ເພື່ອໃຫ້ມີຄວາມພ້ອມທັງທາງດ້ານຮ່າງກາຍ – ຈິດໃຈລວມທັງມັນສະໝອງ.

May be an image of 1 person, standing and flower

ຜ່ານມານ້ອງກໍເຄີຍຊ່ວຍເຫຼືອສັງຄົມ ເຊັ່ນ: ໃນປີ 2019 ນ້ອງໄດ້ລົງໄປຊ່ວຍເຫຼືອໂຮງຮຽນຢູ່ທີ່ພູເຂົາຄວາຍ ເຊິ່ງໃນໝູ່ຄະນະພວກນ້ອງໄດ້ເຂົ້າໄປປົວແປງຫ້ອງຮຽນ, ທາສີ ແລະ ບໍລິຈາກປຶ້ມໃຫ້ນ້ອງໆ, ໄດ້ສອນພວກນ້ອງຫຼິ້ນເກມ ແລະ ເຮັດຈະກຳຕ່າງໆ ເຊິ່ງການໄປໃນຄັ້ງນັ້ນເຮັດໃຫ້ນ້ອງເຫັນວ່າບາງບ່ອນໃນເຂດນອກ ສິ່ງອຳນວຍຄວາມສະດວກຍັງຂາດເຂີນ ແລະ ບໍ່ພຽງພໍ ນ້ອງຄິດວ່າຫາກນ້ອງໄດ້ເປັນ Miss Teen Laos ຄົນຕໍ່ໄປ ຫຼື ບໍ່ໄດ້ເປັນກໍຕາມ ນ້ອງກໍຢາກລົງໄປເຜີຍແຜ່ຄວາມຮູ້ ແລະ ວິທີເຮັດອາຊີບຕ່າງໆ ເພື່ອແກ້ໄຂບັນຫາການກືກໜັງສື ແລະ ບໍ່ມີວຽກເຮັດງານທຳຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າ.

May be an image of 1 person

ກິດຈະກຳຍາມວ່າງທີ່ນ້ອງມັກເຮັດແມ່ນອ່ານປຶ້ມ, ຮ້ອງເພງ ແລະ ເຕັ້ນ ເພາະການອ່ານປຶ້ມນອກຈາກຈະເຮັດໃຫ້ຜ່ອນຄາຍແລ້ວ ມັນຍັງຊ່ວຍໃຫ້ເຮົາໄດ້ຄວາມຮູ້ນຳອີກ ແລະການຮ້ອງເພງ, ເຕັ້ນ ມັນເຮັດໃຫ້ນ້ອງຮູ້ສຶກເປັນອິດສະຫຼະ ແລະ ເປັນຕົວຂອງຕົວເອງຫຼາຍທີ່ສຸດ, ການເຕັ້ນມັນຍັງເຮັດໃຫ້ສຸຂະພາບເຮົາດີຂຶ້ນນຳອີກ ເພາະມັນເປັນການອອກກຳລັງກາຍໄປໃນຕົວອີກດ້ວຍ ສະຕາຍການແຕ່ງຕົວຂອງນ້ອງແມ່ນ ນ້ອງເປັນຄົນທີ່ມັກ style minimal ແບບສາວເກົາຫຼີ. ສຸດທ້າຍນີ້ ນ້ອງກໍຂໍຝາກຜົນງານຊີຣີ My melody ທຳນອງຫົວໃຈໄວລຸ້ນປັ້ນຝັນ ທີ່ຈະເປີດຕົວໃນໄວໆນີ້ ຝາກຜົນງານເຕັ້ນຢູ່ທີ່ເພຈ໌ M-unique ແລະ ສິ່ງສຸດທ້າຍກໍຂໍຝາກຜູ້ຍິງໂຕນ້ອຍໆຄົນນີ້ໄວ້ໃນໃຈຂອງທຸກຄົນແດ່ເດີ້ ເພາະທຸກຄົນຄືຄົນສຳຄັນທີ່ຈະເຮັດໃຫ້ນ້ອງໄປເຖິງຝັນໄດ້ ຝາກເຊຍ MTL19 ແດ່ເດີ້ fb:MingKhouan.

ຮູບ: Ming Khouan