ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມເຫີໜານ ເພີ່ມເປັນ 25 ຄົນ

381

ສຳນັກຂ່າວຣອຍເຕີລາຍງານວ່າ: ເຫດການນ້ຳຖ້ວມແຂວງເຫີໜານຂອງ ສປ ຈີນ ເຮັດໃຫ້ມີຜູເສຍຊີວິດເພີ່ມຂຶ້ນເປັນ 25 ຄົນ, ສູນຫາຍອີກ 7 ຄົນ, ໃນນີ້ 10 ກວ່າຄົນເສຍຊີວິດໃນລົດໄຟໃຕ້ດິນເມືອງເຈີ້ງໂຈ້.

ທາງການຈີນ ໄດ້ອົບພະຍົບປະຊາຊົນຫຼາຍກວ່າແສນຄົນ ອອກຈາກເມືອງເຈີ້ງໂຈ້ ໄປຢູ່ບ່ອນປອດໄພ, ຂະນະທີ່ລາງລົດໄຟ ແລະ ເສັ້ນທາງຫຼາຍຈຸດໄດ້ຮັບຄວາມເສຍຫາຍ, ຂະນະທີ່ທາງການຈີນ ໄດ້ສົ່ງກຳລັງທະຫານຫຼາຍພັນຄົນເຂົ້າໄປຊ່ວຍເຫຼືອປະຊາຊົນແຂວງເຫີໜານ.

ສື່ທາງການຈີນ ລາຍງານວ່າ: ມີຜູ້ເສຍຊີວິດ 12 ຄົນ ໃນອຸມົງລົດໄຟໃຕ້ດິນທີ່ຖືກນ້ຳຖ້ວມ ແລະ ສາມາດຊ່ວຍເຫຼືອປະຊາຊົນກວ່າ 500 ຄົນ ອອກຈາກອຸມົງດັ່ງກ່າວໄດ້.

ລາຍງານລະບຸວ່າ: ນັບຕັ້ງແຕ່ກາງຄືນຂອງວັນເສົາ ຫາ ວັນອັງຄານຜ່ານມາ ຢູ່ເມືອງເຈີ້ງໂຈ້ ໄດ້ເກີດມີຝົນຕົກໜັກຕິດຕໍ່ກັນວັດແທກປະລິມານນ້ຳຝົນໄດ້ 617,1 ມິນລີແມັດ ເຊິ່ງເກືອບເທົ່າກັບປະລິມານນ້ຳຝົນສະເລ່ຍໃນ 1 ປີ ເຊິ່ງຢູ່ທີ່ 640,8 ມິນລີແມັດ, ເຈົ້າໜ້າທີ່ອຸຕຸນິຍົມວິທະຍາຂອງຈີນກ່າວວ່າ ຝົນທີ່ຕົກລົງມາແຕ່ວັນເສົາ ຫາ ວັນອັງຄານຜ່ານມາ ມີປະລິມານທີ່ຫຼາຍເກີນໄປແບບທີ່ບໍ່ເຄີຍປາກົດມີມາກ່ອນ ອາດຈະເປັນການຕົກໜັກສຸດໃນຮອບ 1.000 ປີ ກໍວ່າໄດ້.