ເປີດຮູບໂສມ ລົດໄຟລາວ-ຈີນ ທີ່ຈະນຳໃຊ້ ເຊິ່ງຜ່ານການຮັບຮອງແລ້ວ

3276

ໃນກອງປະຊຸມ ຊຸກຍູ້ວຽກງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ທີ່ນະຄອນ ຫຼວງພະບາງ ໃນວັນພຸດ ວັນທີ 21 ກໍລະກົດ 2021 ຄະນະຮັບຜິດຊອບ ໄດ້ເຜີຍໃຫ້ສື່ມວນຊົນໄດ້ເຫັນຮູບໂສມຂອງລົດໄຟລາວ-ຈີນ ທີ່ຈະນຳໃຊ້ ເຊິ່ງຜ່ານການຮັບຮອງຮູບແບບແລ້ວ.

ສ່ວນລວມຄວາມຄືບຫນ້າທັງໝົດຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ບໍ່ເຕ່ນ ຫາ ສະຖານີວຽງຈັນໃຕ້ (ທ່ານາແລ້ງ) ລວມຄວາມຍາວ 426 ກິໂລແມັດ ມາຮອດວັນທີ 31 ພຶດສະພາ ປີ 2021 ສໍາເລັດ 92,80%.ໃນນີ້ວຽກງານການວາງລາງທາງລົດໄຟ ສໍາເລັດ 409 ກິໂລແມັດ ເທົ່າກັບ 100%.

ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ລາຍງານຕໍ່ກອງປະຊຸມວ່າ: ລວມຄວາມຄືບຫນ້າທັງໝົດຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ບໍ່ເຕ່ນ ຫາ ສະຖານີວຽງຈັນໃຕ້ (ທ່ານາແລ້ງ) ລວມຄວາມຍາວ 426 ກິໂລແມັດ ມາຮອດວັນທີ 31 ພຶດສະພາ ປີ 2021 ສໍາເລັດ 92,80%.

ທ່ານລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ລົງຕິດຕາມຊຸກຍູ້ການກໍ່ສ້າງສະຖານີ ນະຄອນຫຼວງວຽງຈັນ, ວັນທີ 20 ກໍລະກົດ 2021

ໄດ້ແບ່ງການກໍ່ສ້າງອອກເປັນ 2 ຊ່ວງ, ສະເພາະຄວາມຄືບຫນ້າການຈັດຕັ້ງປະຕິບັດໂຄງການ ຊ່ວງທີ 1 (409 ກິໂລແມັດ) ແຕ່ບໍ່ເຕ່ນ ຫາ ສະຖານີໂດຍສານນະຄອນຫລວງວຽງຈັນ ລວມຄວາມຍາວ 409 ກິໂລແມັດ ມາຮອດວັນທີ 31 ພຶດສະພາ ປີ 2021 ປະຕິບັດສໍາເລັດ 98,80% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ.

ຮູບໂສມ ລົດໄຟລາວ-ຈີນ ທີ່ຈະນຳໃຊ້ ເຊິ່ງຜ່ານການຮັບຮອງແລ້ວ

ໃນນີ້ວຽກງານການວາງລາງທາງລົດໄຟ ສໍາເລັດ 409 ກິໂລແມັດ ເທົ່າກັບ 100%, ການຕັ້ງເສົາໄຟຟ້າ ສໍາເລັດ 5.886 ເສົາ ເທົ່າກັບ 86,9%, ຕິດຕັ້ງແຂນຍືນແຈກໄຟຟ້າ ສໍາເລັດ 6.866 ຊຸດ ເທົ່າກັບ 98,9%; ຕິດຕັ້ງສາຍໄຟແຈກໄຟຟ້າຕາມລະບົບໄຟ ສໍາເລັດ 390,2 ກິໂລແມັດ ເທົ່າກັບ 67,9%.

ກໍ່ສ້າງຂົວ 166 ແຫ່ງ ໃນຈໍານວນທັງຫມົດ 166 ແຫ່ງ ໃນນີ້ສ້າງເສົາຂົວສໍາເລັດ 2.242 ເສົາ ເທົ່າກັບ98,60% ຂອງການອອກແບບ (ລວມທັງຊ່ວງທີ 1 ແລະ ຊ່ວງທີ 2);  ຊີເຈາະເສົາເຂັ້ມຂົວໄດ້ ລວມຄວາມຍາວ 277.284 ແມັດ ເທົ່າກັບ 98,60% ຂອງການອອກແບບ(ລວມທັງຊ່ວງທີ 1 ແລະ ຊ່ວງທີ່ 2);  ສໍາເລັດການວາງຂາງຂົວ 3.886 ຊ່ວງເສົາ ກວມເອົາ 97,20% ຂອງການອອກແບບທັງຫມົດ (ລວມທັງຊ່ວງທີ 1 ແລະ ຊ່ວງທີ່ 2).

ສໍາເລັດວາງສາຍໄຟແຮງສູງ 10kV ຍາວ378,60 ກມ ເທົ່າກັບ 95,30% ; ສໍາເລັດການວາງສາຍໄຟແຮງຕໍ່າ 631 ກມ ເທົ່າກັບ 75,40%; ການວາງສາຍໄຍແກ້ວສຳເລັດ 99,90%; ຕິດຕັ້ງຫຼັກສັນຍານໂທລະຄົມອອກແບບ 67 ເສົາ ໄດ້ສໍາເລັດການເທເບຕົງຖານເສົາ 66 ແຫ່ງ ເທົ່າກັບ99%;  ສໍາເລັດການວາງສາຍສັນຍານໂທລະຄົມ 370,70 ກມ ເທົ່າກັບ 66%.

ວຽກການກໍ່ສ້າງສະຖານີໂຄງການກໍ່ສ້າງທາງລົດໄຟລາວ-ຈີນ 11 ສະຖານີຄື: ສະຖານີບໍ່ເຕ່ນ, ສະຖານີນາ ເຕີຍ, ສະຖານີນາຫມໍ້, ສະຖານີເມືອງໄຊ, ສະຖານີເມືອງງາ, ສະຖານີຫຼວງພະບາງ, ສະຖານີກາສີ, ສະຖານີວັງວຽງ, ສະຖານີໂພນໂຮງ, ສະຖານີນະຄອນຫຼວງວຽງຈັນ ແລະ ສະຖານີສິນຄ້າວຽງຈັນໃຕ້ ລວມຄວາມຄືບໜ້າ 73,96%.

ທ່ານລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ລົງຕິດຕາມຊຸກຍູ້ການກໍ່ສ້າງສະຖານີ ຫຼວງພະບາງ, ວັນທີ 20 ກໍລະກົດ 2021

ສ່ວນຄວາມຄືບຫນ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງທີ 2 ແຕ່ສະຖານີໂດຍສານ ນະຄອນຫຼວງວຽງຈັນ ຫາ ສະຖານີສິນຄ້າວຽງຈັນໃຕ້ ທີ່ທ່ານາແລ້ງ ລວມຄວາມຍາວ 17 ກິໂລແມັດປະຕິບັດສໍາເລັດ 72% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ.