19 ກໍລະກົດ ລາວ ພົບຜູ້ຕິດເຊື້ອ 114 ຄົນ ຂະນະທີ່ຕົວເລກສະສົມສູງເຖິງ 3.540 ຄົນ

682

ໃນວັນທີ 19 ກໍລະກົດ ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງ ສາທາລະນະສຸກ, ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່  ກ່າວວ່າ: ຮອດປະຈຸບັນ ສປປລາວ ມີຈຳນວນຜູ້ຕິດເຊື້ອສະສົມທັງໝົດ 3.540 ຄົນ, ເສຍຊີວິດສະສົມ 5 ກໍລະນີ, ກໍາລັງປິ່ນປົວ 1.224 ກໍລະນີ. ສະເພາະວັນທີ 18 ກໍລະກົດ ໄດ້ເກັບຕົວຢ່າງໄປກວດຫາເຊື້ອທັງໝົດ 1.199 ຕົວຢ່າງກວດພົບຜູ້ຕິດເຊື້ອ 114 ກໍລະນີ ຈາກ ນະຄອນຫຼວງວຽງຈັນ 3 ກໍລະນີ, ຈໍາປາສັກ 43 ກໍລະນີ, ສະຫວັນນະເຂດ 65 ກໍລະນີ, ຄໍາມ່ວນ 2 ກໍລະນີ ແລະ ບໍລິຄໍາໄຊ 1 ກໍລະນີ ທັງໝົດແມ່ນກໍລະນີນຳເຂົ້າ, ສ່ວນກໍລະນີຕິດເຊື້ອໃນຊຸມຊົນມື້ນີ້ແມ່ນບໍ່ມີ.

ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 1.296 ຄົນ ເຊິ່ງທັງໝົດ ແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂ້ົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ​ວັນ. ວຽກງານການ​ຈຳ​ກັດ​ບໍ​ລິ​ເວນ ປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 48 ສູນ,​ ມີຜູ້ຈຳກັດບໍລິເວນທັງໝົດ 6.030 ຄົນ.

ສະຖານທີ່ ການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວີດ-19 ຢູ່ນະຄອນຫຼວງວຽງຈັນ ມີໂຮງໝໍມິດຕະພາບ ແລະ ໂຮງໝໍເສດຖາທິຣາດ ນອກຈາກນັ້ນທີມງານເຝົ້າລະວັງຍັງມີການຄົ້ນຫາກໍລະນີຜູ້ຕິດເຊື້ອໂດຍການເຄື່ອນທີ່ໄປເກັບຕົວຢ່າງຢູ່ສະຖານທີ່ເຊິ່ງມີຜູ້ຕິດເຊື້ອໃໝ່ (ບ້ານເຂດແດງ ສຳນັກງານອົງການ,ສະຖາບັນການສຶກສາ ແລະ ອື່ນໆ ) ແລະ ບ່ອນທີ່ມີຊຸມຊົນແອອັດ ( ຕະຫຼາດສົດ,ໂຮງຈັກ, ໂຮງງານ ແລະ ສະຖານທີ່ ທີ່ມີ ແຮງງານກຳມະກອນຈຳນວນຫຼາຍ ເປັນຕົ້ນ ) ສ່ວນຈຳນວນບ້ານເຂດແດງໃນນະຄອນຫຼວງວຽງຈັນ ບໍ່ມີບ້ານແດງ ແລະ ບ້ານເຫຼືອງ.